ດໍາເນີນຊີວິດພັກ ປະຈໍາເດືອນ ພະຈິກ ປີ 2024.

ພ.ຈ. 25, 2024

ຕອນບ່າຍຂອງວັນສຸກທີ 22 ພະຈິກ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ດໍາເນີນຊີວິດພັກປະຈໍາເດືອນ ພະຈິກ ປີ 2024, ໂດຍການເປັນປະທານຂອງສະຫາຍ ນາງ ວັນສີ ພວງມະໄລ ເລຂາໜ່ວຍພັກ ສະພາປະຊາຊົນແຂວງ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.
ການດໍາເນີນຊີວິດພັກ, ສະຫາຍ ນາງ ວັນສີ ພວງມະໄລ ເລຂາໜ່ວຍພັກສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ພະຈິກ, ເຊິ່ງຕະຫລອດໄລຍະ 1 ເດືອນທີ່ຜ່ານມາ ຄະນະພັກໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດສະມາຊິກພັກ, ດໍາເນີນຊີວິດພັກເປັນປົກກະຕິ, ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດກົດລະບຽບພັກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງຕົນຕາມການມອບໝາຍ, ມີຜົນສໍາເລັດໃນຫລາຍດ້ານ ແລະພ້ອມນັ້ນ, ໄດ້ວາງທິດທາງແຜນການເດືອນ ທັນວາ 2024.
ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ, ຕໍານິສົ່ງຂ່າວເຊິ່ງກັນ ແລະກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ບົດມື້ເນື້ອໃນບົດສະຫລຸບຄົບຖ້ວນສົມບູນ ແລະເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.