
ຕອນບ່າຍຂອງວັນທີ 22 ເມສາ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ດໍາເນີນຊີວິດພັກປະຈໍາເດືອນ ເມສາ ປີ 2024, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ຄະນະພັກ, ສະມາຊິກພັກ ພາຍໃນໜ່ວຍພັກສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງ ພ້ອມພຽງ.




ສະຫາຍເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ເມສາ ປີ 2024 ເຊິ່ງຕະຫລອດໄລຍະ 1 ເດືອນທີ່ຜ່ານມາ ຄະນະພັກໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດສະມາຊິກພັກ, ດໍາເນີນຊີວິດພັກເປັນປົກກະຕິ, ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດກົດລະບຽບພັກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງຕົນຕາມການມອບໝາຍ, ມີຜົນສໍາເລັດໃນດ້ານ ແລະ ໄດ້ວາງທິດທາງແຜນການປະຈໍາເດືອນ ພຶດສະພາ ປີ 2024, ເຊິ່ງຄະນະພັກຈະໄດ້ສືບຕໍ່ໃນການນໍາພາ-ຊີ້ນໍາ ການປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງສະມາຊິກພັກໃນການເປັນເສນາທິການເປັນຕົ້ນ: ການທາບທາມຄຳເຫັນໃສ່ຮ່າງກົດໝາຍ ຈໍານວນ 10 ສະບັບ, ການຈັດເຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ສະມາຊິກສະພາປະຊາຊົນແຂວງ ແລະ ວຽກງານຕ່າງໆ.


ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ກົງໄປກົງມາ ແລະ ໄດ້ມີຄໍາຄິດຄໍາເຫັນເພີ່ມເຕີ່ມ ກ່ຽວກັບວຽກງານອື່ນໆ ຕື່ມອີກ.
