loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ດໍາເນີນຊີວິດພັກ ປະຈໍາເດືອນ ພະຈິກ 2023

​ພ.ຈ. 28, 2023 | ເຂດ 4 ອຸດົມໄຊ

ຕອນບ່າຍຂອງວັນທີ 27 ພະຈິກ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ດໍາເນີນຊີວິດພັກປະຈໍາເດືອນ ພະຈິກ ແລະ ວາງທິດທາງແຜນການ ປະຈໍາເດືອນ ທັນວາ 2023, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນໜ່ວຍພັກ ສະພາປະຊາ ຊົນແຂວງ ເຂົ້າຮ່ວມ. 
ສະຫາຍເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ພະຈິກ 2023 ເຊິ່ງຕະຫລອດໄລຍະ 1 ເດືອນທີ່ຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດສະມາຊິກພັກ, ດໍາເນີນຊີວິດພັກເປັນປົກກະຕິ, ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດກົດລະບຽບພັກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບວຽກງານວິຊາສະເພາະຂອງຕົນຕາມການມອບໝາຍ, ມີຜົນສໍາເລັດຫຼາຍດ້ານ ແລະ ພ້ອມນັ້ນ, ໄດ້ວາງທິດທາງແຜນການ ປະຈໍາເດືອນ ທັນວາ 2023 ເຊິ່ງຈະໄດ້ເອົາໃຈໃສ່ໃນການກະກຽມເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ແລະ ວຽກງານອື່ນໆ.
ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ, ຕໍານິສົ່ງຂ່າວ ເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ກົງໄປກົງມາ.
   
ພາບ/ຂ່າວ: ສະພາປະຊາຊົນແຂວງ.