
ຕອນບ່າຍ, ວັນທີ 22 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ດໍາເນີນຊີວິດການ ເມືອງໜ່ວຍພັກສະພາປະຊາຊົນແຂວງ ປະຈໍາ ເດືອນ ພຶດສະພາ 2025, ໂດຍການເປັນປະ ທານຂອງສະຫາຍ ນ. ວັນສີ ພວງມະໄລ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ຄໍາດີ ວົງລ້ອມຮອງເລຂາພັກແຂວງ, ບັນດາສະ ຫາຍໃນຄະນະປະຈໍາ, ຄະນະພັກ, ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ ຢ່າງພ້ອມພຽງ.



ສະຫາຍເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສໍາສະຫຼຸບການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ, ເຊິ່ງຕະຫລອດໄລຍະ 1 ເດືອນຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ການຈັດປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງຕົນຕາມການມອບໝາຍໃນຫລາຍໆດ້ານ ແລະ ໄດ້ຜ່ານທິດທາງແຜນ ການປະຈໍາເດືອນ ມິຖຸນາ ເປັນຕົ້ນ: ແມ່ນຈະໄດ້ສຸມໃສ່ໃນການເກັບກໍາບັນດາຂໍ້ມູນຕ່າງໆ ເພື່ອໃຫ້ບັນດາທ່ານສະມາ ຊິກສະພາແຫ່ງຊາດ ກະກຽມເຂົ້າຮ່ວມກອງປະ ຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງ ຊາດ ຊຸດທີ IX ແລະ ຈັດຕັ້ງປະຕິບັດວຽກ ງານປິ່ນອ້ອມອື່ນໆ ຕາມການມອບໝາຍ.
ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ກົງໄປກົງມາ.

ໂອກາດດັ່ງກ່າວ, ສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ໄດ້ປະຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ, ຄົບຮອບ 66 ປີ, ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ແລະ ວັນຄ້ຽດແຄ້ນຂອງປະຊາຊົນລາວ-ວັນນັກຮົກເສຍອົງຄະ, ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 79 ປີ ຕື່ມອີກ.



