
ຕອນບ່າຍວັນທີ 31 ກໍລະກົດ 2025 ນີ້, ໄດ້ດໍາເນີນຊີວິດການເມືອງ ຂອງກໍາມະບານຮາກຖານ ສະພາປະຊາຊົນແຂວງ ປະຈໍາ 6 ເດືອນຕົ້ນປີ 2025, ໂດຍການເປັນປະທານ ຂອງສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ປະທານກໍາມະບານໜ່ວຍຮາກຖານສະພາປະຊາຊົນແຂວງ, ມີຄະນະໜ່ວຍ ແລະ ສະມາຊິກກໍາມະບານ ເຂົ້າຮ່ວມຢ່າງພ້ອມພຽງ.





ຄະນະຮັບຜິດຊອບໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາເດືອນ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ປະຈໍາເດືອນ 6 ເດືອນທ້າຍປີ 2025 ແລະ ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກກໍາມະບານໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ກົງໄປກົງມາ.


ພາບ/ຂ່າວ: ສະພາປະຊາຊົນແຂວງ.