ດໍາເນີນຊີວິດການເມືອງໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ມັງກອນ 2025.

ກ.ພ. 3, 2025

ຕອນເຊົ້າວັນທີ 22 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ດໍາເນີນຊີວິດການເມືອງໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ມັງກອນ 2025 ຂຶ້ນ, ໂດຍການເປັນປະທານຂອງສະຫາຍ ນ. ວັນສີ ພວງມະໄລ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ ຜູ້ຊີ້ນໍາໜ່ວຍພັກສະພາປະຊາຊົນແຂວງ, ບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນໜ່ວຍພັກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມ, ສະຫາຍເລຂາໜ່ວຍພັກ ໄດ້ເຜີຍແຜ່ເອກະສານກ່ຽວກັບແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມສະຕາກໍາ ລາວ-ຈີນ ປະຈໍາປີ 2024-2028 ແລະ ຜ່ານບົດສໍາສະຫຼຸບການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ, ເຊິ່ງຕະຫລອດໄລຍະ 1 ເດືອນຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດສະມາຊິກພັກເປັນຕົ້ນ: ການກະກຽມບັນດາເນື້ອໃນໃຫ້ກອງປະຊຸມຄົບຄະນະ 3 ຄະນະກໍາມະການ, ຄົບຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ, ກອງປະຊຸມຄະນະເລຂາທິການສະພາປະຊາຊົນແຂວງ ປະຈໍາປີ 2024 ແລະ ກອງປະຊຸມສະໄໝສາມັນເທື່ອທີ 08 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ແລະ ພ້ອມນັ້ນ, ໄດ້ດໍາເນີນຊີວິດພັກເປັນປົກກະຕິ, ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດກົດລະບຽບພັກ ແລະ ໄດ້ຜ່ານທິດທາງແຜນການປະຈໍາເດືອນ ກຸມພາ 2025 ເປັນຕົ້ນ: ແມ່ນຈະໄດ້ສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ເນື້ອໃນຕ່າງໆ ຂອງກອງປະຊຸມສະໄໝສາມັນເທື່ອ 8 ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ວຽກງານອື່ນໆ.
ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ກົງໄປກົງມາ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.