(ສພຊ) – ຕອນເຊົ້າວັນທີ 16 ສິງຫານີ້, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກິດຈະກຳ “ຍ່າງເພື່ອສຸຂະພາບ” ຢູ່ເດີ່ນສະໜາມຫຼວງ ໜ້າສະພາແຫ່ງຊາດ ເພື່ອສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025); ໃນພິທີມີທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຕົວແທນຈາກອົງການຈັດຕັ້ງສາກົນ ແລະ ສື່ມວນຊົນຈາກຫຼາຍຂະແໜງການ ເຂົ້າຮ່ວມຢ່າງຄຶກຄື້ນ.
ການສະເຫຼີມສະຫຼອງໃນປີນີ້ ໄດ້ຈັດໃຫ້ມີຫຼາຍກິດຈະກຳ ເປັນຕົ້ນ: ຍ່າງເພື່ອສຸຂະພາບ, ການວາງສະແດງຜະລິດຕະພັນຂອງຂະແໜງສື່ມວນຊົນ ແລະ ການພິມຈຳໜ່າຍ, ການແຂ່ງຂັນກິລາ, ການຈັດສຳມະນາ ແລະ ພິທີໂຮມຊຸມນຸມ ເພື່ອສະທ້ອນໃຫ້ເຫັນເຖິງຄວາມສໍາຄັນ ແລະ ຜົນງານທີ່ຂະແໜງສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ບັນລຸໃນຕະຫຼອດ 75 ປີຜ່ານມາ.
ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ເປັນເຄື່ອງມືທີ່ສໍາຄັນໃນການໂຄສະນາ, ເຜີຍແຜ່ແນວທາງ ແລະ ແຜນນະໂຍບາຍຂອງພັກ ແລະ ລັດ ເພື່ອຍົກລະດັບຈິດສໍານຶກຂອງປະຊາຊົນໃຫ້ຮັກຊາດ, ຮັກລະບອບໃໝ່ ແລະ ປະຊາທິປະໄຕ ຕະຫຼອດຈົນການຮ່ວມສົ່ງເສີມວັດທະນະທຳຂອງຊາດ ແລະ ບັນດາເຜົ່າ ຄວບຄູ່ກັບການພັດທະນາເສດຖະກິດ-ສັງຄົມ ໃຫ້ກ້າວໄປຂ້າງໜ້າ.