(ສພຊ) – ວັນທີ 10 ມິຖຸນາຜ່ານມາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:
1. ສາເຫດທີ່ລາຄາສິນຄ້າເພີ່ມຂຶ້ນ ໂດຍພື້ນຖານພົວພັນກັບຕົ້ນທຶນການຜະລິດ, ການຈໍລະຈອນສິນຄ້າ, ຄວາມສ່ຽງໃນຕະ ຫຼາດ, ກຳໄລຜູ້ປະກອບການ ແລະ ການປ່ຽນບາງນະໂຍບາຍ ຫຼື ລະບຽບການທີ່ກ່ຽວຂ້ອງ ຖືກຖ່າຍທອດຜ່ານລາຄາສິນຄ້າ ໄປຍັງຜູ້ຊື້ ຫຼື ຜູ້ຊົມໃຊ້ສຸດທ້າຍ; ໄລຍະຜ່ານມາ, ຂະແໜງ ອຄ ໄດ້ປະຕິບັດຫຼາຍມາດຕະການຕາມດໍາລັດ 474/ນຍ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍມີການທົບທວນ ແລະ ກຳນົດລາຍການສິນຄ້າຕິດຕາມ (ບັນຊີ ຂ) ແລະ ສິນຄ້າຄວບຄຸມ (ບັນ ຊີ ກ) ທັງຄົ້ນຄວ້າປັບປຸງໂຄງປະກອບລາຄາຄືນ ເມື່ອເຫັນວ່າບໍ່ສອດຄ່ອງກັບຄວາມເປັນຈິງ, ນໍາເຂົ້າສານໜຽວປະເພດ 2 ຈາກໂຄງ ການຄັງເເຮເຂົ້າ ທີ່ໄດ້ອະນຸມັດໃນໄລຍະຜ່ານມາ ອອກມາແຊກແຊງລາຄາເປັນແຕ່ລະໄລຍະ, ປະຕິບັດນະໂຍບາຍຖົມຂຸມລາຄາບາງລາຍການສິນຄ້າ ເປັນຕົ້ນ: ນໍ້າມັນເຊື້ອໄຟ ໂດຍການຫຼຸດການເກັບພາສີ ແລະ ອັດຕາອາກອນຊົມໃຊ້ລົງ ແລະ ການຈັດກິດຈະກຳຂາຍສິນຄ້າລາຄາຖືກຢູ່ແຕ່ລະທ້ອງຖິ່ນ, ຕິດຕາມ-ກວດກາການຕິດລາຄາສິນຄ້າຄວບຄຸມ ແລະ ການຂາຍສິນຄ້າໃນທ້ອງຕະຫຼາດ ເພື່ອບໍ່ໃຫ້ຜູ້ຄ້າຂາຍສວຍໂອກາດຂຶ້ນລາຄາຕາມລຳພັງໃຈ, ສົ່ງເສີມການຜະລິດພາຍໃນເພື່ອຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າ.
ສຳລັບມາດຕະການແກ້ໄຂບັນຫາລາຄາສິນຄ້າໃນຕໍ່ໜ້າ, ຂະແໜງອຸດສາຫະກຳ ແລະ ການຄ້າ ຈະສົມທົບກັບພາກສ່ວນກ່ຽວຂ້ອງ ລົງເລິກຄົ້ນຄວ້າ ແລະ ຮ່ວມກັນແກ້ໄຂແຕ່ລະຂອດຂອງຕ່ອງໂສ້ການຜະລິດ ແລະ ການສະໜອງ ໂດຍສະເພາະສິນຄ້າທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນ 3 ຂອດ:
– ຂອດຕົ້ນນໍ້າ (ການເພີ່ມຜົນຜະລິດ, ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ) ຈະສົ່ງເສີມການຜະລິດ ແລະ ສະໜອງວັດຖຸດິບ, ແນວພັນ, ແຮງງານ, ແຫຼ່ງທຶນ (ກອງທຶນຜະລິດສິນຄ້າລາວ), ຄ່າໄຟຟ້າ, ການນໍາໃຊ້ເຄື່ອງມື, ເຕັກນິກການຜະລິດ, ການຂົນສົ່ງ ແລະ ອື່ນໆ.
– ຂອດກາງນໍ້າ (ການປຸງແຕ່ງ ເເລະ ສ້າງມູນຄ່າເພີ່ມ) ຈະຄົ້ນຄວ້າວາງແຜນ ແລະ ສົ່ງເສີມການຮວບຮວມຜົນຜະລິດ ເພື່ອສະໜອງໃຫ້ການປຸງແຕ່ງ; ການສ້າງຄວາມເຂັ້ມແຂງໃຫ້ຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະ ຜູ້ປະກອບການ ຜ່ານການເຝິກອົບຮົມ ເຊັ່ນ: ການນໍາໃຊ້ເຕັກໂນໂລຊີການຜະລິດ, ການຄວບຄຸມຄຸນນະພາບການປຸງເເຕ່ງ; ສະໜອງເເຫຼ່ງທຶນ (ກອງທຶນ ຈນກ ເເລະ ທະນາຄານທຸລະກິດ) ເພື່ອສົ່ງເສີມການຜະລິດ ເເລະ ອື່ນໆ.
– ຂອດປາຍນໍ້າ (ການພັດທະນາຕະຫຼາດ) ຈະສົ່ງເສີມການຂາຍ-ການເຂົ້າເຖິງຕະຫຼາດດ້ວຍນະໂຍບາຍຕ່າງໆ ເຊັ່ນ: ນະໂຍ ບາຍສົ່ງເສີມສິນຄ້າໜຶ່ງເມືອງ-ໜຶ່ງຜະລິດຕະພັນ ເຊິ່ງລັດຖະບານຫາກໍຮັບຮອງຍົກລະດັບຂໍ້ຕົກລົງເປັນດໍາລັດ ໃນເດືອນຜ່ານມາ; ເຈ ລະຈາເອົາສິນຄ້າທີ່ມີຄຸນນະພາບ ໄປວາງຂາຍຢູ່ຮ້ານຄ້າທັນສະໄໝ (ກ໊ອກໆມາກ, ມິນິບິກຊີ, ຈິບຟີ+ປຕທ, ເຊເວັນອີເລເວັນ… ເຊິ່ງຜ່ານມາ, ກະຊວງ ອຄ ກໍໄດ້ເຈລະຈາກັບບັນດາຮ້ານດັ່ງກ່າວ ເຊິ່ງໄດ້ຮັບການຮ່ວມມືທີ່ດີ ເເລະ ສືບຕໍ່ເສີມຂະຫຍາຍ); ຈັດຕະ ຫຼາດນັດສິນຄ້າລາຄາຖືກ ຢູ່ສູນກາງ ແລະ ທ້ອງຖິ່ນ; ສ້າງຄວາມຮັບຮູ້ ແລະ ສົ່ງເສີມການຂາຍສິນຄ້າ ຜ່ານທາງເອເລັກໂຕຼນິກ ເພື່ອຫຼຸດຂອດພໍ່ຄ້າຄົນກາງ.
2. ເຫດຜົນຕົ້ນຕໍໃນການສະເໜີຂຶ້ນລາຄາໄຟຟ້າ: 1) ລາຄາໄຟຟ້າໃນໄລຍະຜ່ານມາ ແລະ ປັດຈຸບັນ ແມ່ນຂາຍຕໍ່າກວ່າຕົ້ນທຶນຜະລິດ ແລະ ຈໍາໜ່າຍ, ພາໃຫ້ເກີດໜີ້ສະສົມນັບມື້ນັບຫຼາຍຂຶ້ນ; 2) ບໍລິສັດໄຟຟ້າລາວ (ຟຟລ) ມີໜີ້ສະສົມທັງຕົ້ນ ແລະ ດອກ ທີ່ເກີດຈາກຄວາມຈຳເປັນໃນການພັດທະນາພື້ນຖານໂຄງລ່າງ ແລະ ໂຄງການປິ່ນອ້ອມ ເພື່ອການຜະລິດ, ການສະໜອງ, ການບຳ ລຸງຮັກສາ ແລະ ການດໍາເນີນການ; 3) ການປັບຂຶ້ນລາຄາໄຟຟ້າແບບຂຶ້ນເທື່ອລະຂັ້ນ ເປັນແຜນໄລຍະ 4 ປີ ແຕ່ 2025-2029 ຈະເປັນການສົ່ງສັນຍານທີ່ດີໃຫ້ແກ່ການບໍລິຫານ-ຈັດການໜີ້ສິນ, ການສ້າງຄວາມໜ້າເຊື່ອຖືຕໍ່ຄວາມສາມາດໃນການຊຳລະໜີ້ ແລະ ເປັນເງື່ອນໄຂໃຫ້ແກ່ການເຈລະຈາກັບເຈົ້າໜີ້ໃນຕໍ່ໜ້າ; 4) ການທີ່ບໍ່ສາມາດປັບຂຶ້ນລາຄາໄຟຟ້າ ຈະເຮັດໃຫ້ບັນຫາທີ່ທ້ອນໂຮມມາ ຍາວນານ ຍິ່ງໜັກໜ່ວງໄປໜ້າ.
ທິດທາງ ເເລະ ມາດຕະການເເກ້ໄຂ: ກະຊວງອຸດສາຫະກໍາ ເເລະ ການຄ້າ ໄດ້ຕິດຕາມ ແລະ ຮັບຟັງຄຳຄິດຄຳເຫັນຂອງ ສສຊ ຢ່າງເອົາໃຈໃສ່ ແລະ ຈະຮັບເອົາຄໍາຄິດຄໍາເຫັນທີ່ຍົກຂຶ້ນ ໄປຄົ້ນຄວ້າໃນຂະບວນການປະເມີນທີ່ກໍາລັງດໍາເນີນຢູ່ ເພື່ອລາຍງານລັດຖະບານ ເປັນຕົ້ນ: 1) ເຈລະຈາສັນຍາຊື້-ຂາຍໄຟຟ້າກັບຜູ້ຜະລິດ ແລະ ຜູ້ຊື້ໄຟຟ້ານຳບໍລິສັດໄຟຟ້າລາວ ເພື່ອທາງອອກທີ່ຍືນຍົງຮ່ວມກັນ; 2) ປັບປຸງປະສິດທິພາບ ເເລະ ຄວາມໂປ່ງໃສຂອງການບໍລິຫານ, ຫຼຸດຜ່ອນລາຍຈ່າຍທີ່ບໍ່ຈໍາເປັນ ແລະ ຫຼຸດການສູນເສຍທາງດ້ານເຕັກນິກ (ພະລັງງານຕົກເຮ່ຍ) ໃຫ້ດີກວ່າເກົ່າ; 3) ຂຸດຄົ້ນເເຫຼ່ງລາຍຮັບເພີ່ມຂອງ ຟຟລ ໃຫ້ໄວຂຶ້ນ ໂດຍເລັ່ງຊຸກຍູ້ການ ຈັດຕັ້ງປະຕິບັດໂຄງການລົງທຶນ ແລະ ໂຄງການຮ່ວມມື ທີ່ມີປະສິດທິຜົນສູງໃຫ້ສຳເລັດໄວຂຶ້ນ; 4) ສືບຕໍ່ຄົ້ນຄວ້າ ເເລະ ສະເໜີລັດ ຖະບານ ປັບປຸງນະໂຍບາຍ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອເລັ່ງສົ່ງເສີມການຜະລິດພະລັງງານທາງເລືອກສະໜອງໃຫ້ແກ່ການຊົມໃຊ້ພາຍໃນ (ຕົວຢ່າງ: ໂອກາດໃນການນໍາໃຊ້ຖານການຜະລິດເເຜງໂຊລາ ຢູ່ເຂດເສດຖະກິດພິເສດໄຊເສດຖາກວມ ລວມ ເພື່ອສະໜອງໃຫ້ແກ່ໂຄງການໄຟຟ້າແສງຕາເວັນ ເເລະ ເຄື່ອງໃຊ້ໄຟຟ້າຈາກເເຜງໂຊລາ); 5) ການບໍລິຫານ-ຈັດການ ການຜະ ລິດ, ການຊື້ ເເລະ ການສະໜອງໄຟຟ້າ ໃຫ້ມີປະສິດທິພາບ-ປະສິດທິຜົນກວ່າເກົ່າ, ແກ້ໄຂບັນຫາຊື້ແພງ-ຂາຍຖືກ, ຊື້ແຕ່ບໍ່ໄດ້ໃຊ້, ມີໄຟແຕ່ບໍ່ສ້າງລາຍຮັບໄດ້ ແລະ ອື່ນໆ; 6) ຄົ້ນຄວ້າ ເເລະ ສະເໜີລັດຖະບານ ຊ່ວຍເຫຼືອບາງນະໂຍບາຍທີ່ມີຄວາມຈຳເປັນ ເຊັ່ນ: ການມອບສິດໃຫ້ ຟຟລ ຫຼື ບໍລິສັດຖືຮຸ້ນລາວ ພັດທະນາໂຄງການພະລັງງານຈາກຖ່ານຫີນ ເພື່ອສະໜອງໃຫ້ເເກ່ການຜະລິດ ແລະ ຊົມໃຊ້ພາຍໃນ; 7) ຄົ້ນຄວ້າ, ສຶກສາຄວາມເປັນໄປໄດ້ ແລະ ເຈລະຈາຂໍການສະໜັບສະໜູນຈາກສາກົນ ເປັນຕົ້ນ ເຈົ້າໜີ້ ຫຼື ສະຖາບັນການເງິນໃໝ່ ເພື່ອບໍລິຫານໜີ້ສິນ, ປັບໂຄງສ້າງຂຶ້ນ ແລະ ຫຼຸດຜ່ອນພາລະໜັກໜ່ວງຈາກການຊອກຫາເເຫຼ່ງທຶນມາຊຳລະໜີ້; 8.) ທົບທວນ, ຄົ້ນຄວ້າ ແລະ ປັບປຸງ ຍຸດທະສາດການພັດທະນາພະລັງານໄຟຟ້າຂອງ ສປປລາວ ຮອດປີ 2030 ທີ່ສະພາແຫ່ງຊາດໄດ້ຮັບຮອງໃນປີ 2021 ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ທ່າອຽງການພັດທະນາທີ່ມີການປ່ຽນເເປງໃນໄລຍະ 4 ປີຜ່ານມາ.
3. ວຽກງານບໍ່ແຮ່
ໃນໄລຍະຜ່ານມາ, ຂະເເໜງບໍ່ແຮ່ໄດ້ປະເມີນບັນດາໂຄງການລົງທຶນດ້ານບໍ່ແຮ່ດັ່ງນີ້:
– ປີ 2023 ໄດ້ປະເມີນ 110 ບໍລິສັດ, 202 ກິດຈະການ ໃນນີ້, ໄດ້ປະເພດ C+ (ອ່ອນ) 22 ບໍລິສັດ ແລະ ໄດ້ປະເພດ C (ອ່ອນຫຼາຍ) 30 ບໍລິສັດ, ໃນນີ້ 8 ບໍລິສັດ ບໍ່ມີການເຄື່ອນໄຫວ;
– ປີ 2024 ເຖິງປັດຈຸບັນ ໄດ້ສຳເລັດການລົງກວດກາເກັບກຳຂໍ້ມູນພາກສະໜາມ ແລະ ກຳລັງຢູ່ໃນຂັ້ນຕອນດໍາເນີນການສັງລວມ ແລະ ປະເມີນຜົນ ໂດຍສະເພາະເເມ່ນຈະສຸມໃສ່ບັນດາໂຄງການທີ່ນອນຢູ່ໃນປະເພດ C ໃນປີຜ່ານມາ.
ການດໍາເນີນການຫຼັງການປະເມີນ:
– ບໍລິສັດທີ່ຖືກຈັດຢູ່ໃນປະເພດ C+ ແມ່ນໄດ້ອອກແຈ້ງເຕືອນ ພ້ອມທັງຮຽກເຊີນບໍລິສັດມາປຶກສາຫາລື ແລະ ສ້າງບົດບັນທຶກ ເພື່ອກຳນົດເວລາ ແລະ ວິທີການແກ້ໄຂຕາມແຕ່ລະກໍລະນີ ເພື່ອຊຸກຍູ້ໃຫ້ບັນດາບໍລິສັດດັ່ງກ່າວ ສາມາດປະຕິບັດວຽກງານຂອງຕົນໄດ້ຕາມສັນຍາ ແລະ ແຜນທີ່ກຳນົດໄວ້; ບໍລິສັດໃດແກ່ຍາວ, ບໍ່ປະຕິບັດຕາມແຈ້ງເຕືອນ ແລະ ບົດບັນທຶກ ກະຊວງຈະໂຈະ ແລະ ຖອນໃບອະນຸຍາດຂຸດຄົ້ນ ແລະ ປຸງແຕ່ງ ພ້ອມທັງສະເໜີໃຫ້ກະຊວງແຜນການ ແລະ ການລົງທຶນ ໃນນາມຄູ່ສັນຍາ ຍົກເລີກສັນຍາສໍາປະທານ.
– ບໍລິສັດທີ່ຖືກຈັດຢູ່ໃນປະເພດ C ມາຮອດປັດຈຸບັນ ມີ 17 ບໍລິສັດ ໄດ້ຖືກເຊີນເຂົ້າມາປະຊຸມປຶກສາຫາລື ແລະ ສ້າງບົດບັນທຶກກ່າວເຕືອນ ເພື່ອໃຫ້ບໍລິສັດປັບປຸງ ເເລະ ເເກ້ໄຂຂໍ້ບົກພ່ອງຂອງຕົນ; ຜ່ານມາມີ 1 ບໍລິສັດ ໄດ້ມີການປັບປຸງເເກ້ໄຂຂໍ້ບົກພ່ອງແລະ ມີແຜນສືບຕໍ່ດໍາເນີນວຽກງານໃນຕໍ່ໜ້າ, ສ່ວນ 7 ບໍລິສັດ ທີ່ບໍ່ມີຄວາມຄືບໜ້າໃນການແກ້ໄຂບັນຫາ, ກະຊວງກໍາລັງດຳເນີນຂັ້ນຕອນຍົກເລີກບັນດານິຕິກຳໃນການດໍາເນີນກິດຈະການກ່ຽວກັບແຮ່ທາດຂອງບໍລິສັດດັ່ງກ່າວ.
ການເເກ້ໄຂໂຄງການພັດທະນາບໍ່ແຮ່ເເບບທົດລອງ ເເລະ ໂຄງການຂຸດຄົ້ນຄໍາຕົກຂ້ອນ: ປັດຈຸບັນ, ໂຄງການພັດທະນາບໍ່ແຮ່ໃນຮູບແບບທົດລອງ ມີ 92 ບໍລິສັດ ໄດ້ຫັນມາເປັນໂຄງການປົກກະຕິແລ້ວ 28 ບໍລິສັດ ແລະ 33 ບໍລິສັດ ຢູ່ໃນໄລຍະການເຈ ລະຈາສັນຍາ ເພື່ອສືບຕໍ່ເຮັດໃຫ້ສຳເລັດທັງໝົດ; ພ້ອມນີ້, ກໍໄດ້ແຈ້ງສິ້ນສຸດສັນຍາໂຄງການ ແລະ ຍົກເລີກໃບອະນຸຍາດລົງທຶນແລ້ວ 31 ບໍລິສັດ ທີ່ດໍາເນີນໂຄງການຂຸດຄົ້ນຄໍາຕົກຂ້ອນ.
ທິດທາງ ເເລະ ມາດຕະການໃນຕໍ່ໜ້າ, ຈະໄດ້ສືບຕໍ່ເອົາໃຈໃສ່ ແລະ ເພີ່ມທະວີຄວາມເຂັ້ມງວດເດັດຂາດ ໃນການປະຕິບັດມະຕິສະພາແຫ່ງຊາດ ແລະ ການຊີ້ນໍາຂອງລັດຖະບານ ໂດຍຈະ 1) ຖອດຖອນບົດຮຽນຈາກຂໍ້ບົກພ່ອງຜ່ານມາ; ທົບທວນ ແລະ ເຈລະຈາປັບປຸງສັນຍາສໍາຫຼວດ, ຊອກຄົ້ນ ແລະ ຂຸດຄົ້ນ ທີ່ມີຊ່ອງວ່າງ ເພື່ອຄຸ້ມຄອງການຂຸດຄົ້ນບໍ່ແຮ່ໃຫ້ມີຄວາມຮັດກຸມກວ່າເກົ່າ; 2) ຄົ້ນຄວ້າ ແລະ ສະເໜີປັບປຸງນິຕິກຳ ເພື່ອເພີ່ມການປັບໃໝຕໍ່ຜູ້ລະເມີດສັນຍາ, ນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງ ໃຫ້ສູງກວ່າເກົ່າ ທັງບັນຫາທີ່ເປັນຂໍ້ມູນປະຫວັດການເຄື່ອນໄຫວຂອງບໍລິສັດທີ່ມີການລະເມີດລະບຽບການ; 3) ຄົ້ນຄວ້າ ແລະ ປັບປຸງກົນໄກການປະສານງານ ໃນວຽກງານປະເມີນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ໂດຍເພີ່ມທະວີການຮ່ວມມືກັບອົງການປົກຄອງ ແລະ ສະພາປະຊາຊົນທ້ອງຖິ່ນ ໃນການຕິດຕາມ, ກວດກາ ແລະ ສ່ອງແສງການເຄື່ອນໄຫວສໍາຫຼວດ, ຊອກຄົ້ນ ແລະ ຂຸດຄົ້ນບໍ່ແຮ່ທີ່ມີຄວາມສ່ຽງ ຫຼື ສົ່ງຜົນກະທົບໃຫ້ຂະແໜງການຂັ້ນສູນກາງ ແລະ ລັດຖະບານ ເພື່ອແກ້ໄຂບັນຫາຢ່າງທ່ວງທັນ; 4) ສົ່ງເສີມອຸດ ສາຫະກຳປຸງແຕ່ງແຮ່ທາດແບບຍືນຍົງ ສຸມໃສ່ໂຄງການຂະໜາດໃຫຍ່ທີ່ມີທ່າແຮງ ໂດຍສ້າງຕົວເເບບການຂຸດຄົ້ນ-ປຸງແຕ່ງແບບເປັນລະບົບຕ່ອງໂສ້ ແລະ ການພັດທະນາເປັນນິຄົມອຸດສາຫະກຳປຸງເເຕ່ງແຮ່ທາດ; ຈຳກັດການຂຸດຄົ້ນບໍ່ແຮ່ຂະໜາດນ້ອຍ, ກະແຈກກະ ຈາຍ ແລະ ບໍ່ກຸ້ມຄ່າທາງດ້ານເສດຖະກິດ ເພື່ອຫຼຸດຄວາມສ່ຽງດ້ານຜົນກະທົບຕໍ່ສິ່ງແວດລ້ອມ; 5) ສ້າງມາດຕະຖານເພື່ອຄັດເລືອກນັກລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມາດຕະຖານ ແລະ ຄຸນນະພາບ; ມີກົນໄກກວດຜ່ານ ແລະ ຄັດເລືອກຜູ້ລົງທຶນຢ່າງເປີດ ເຜີຍ, ໂປ່ງໃສ ແລະ ຮັບປະກັນຜົນປະໂຫຍດສູງສຸດຕໍ່ລັດ ແລະ ຕໍ່ປະຊົນ; 6) ທົບທວນນະໂຍບາຍ, ກົດໝາຍ, ຍຸດທະສາດ ເເລະ ເເຜນພັດທະນາບໍ່ແຮ່ຄືນໃໝ່ ໂດຍການສະຫຼຸບຕີລາຄາດ້ານດີ, ດ້ານເສຍ, ບົດຮຽນຖອດຖອນໄດ້ ເເລະ ກໍານົດທິດທາງ-ນະໂຍບາຍ ໃນການນໍາໃຊ້ຊັບພະຍາກອນເເຮ່ທາດ ເພື່ອການພັດທະນາເເບບຍືນຍົງໃນ 5 ປີຕໍ່ໜ້າ.
4. ຍຸດທະສາດການສະໜອງນໍ້າມັນເຊື້ອໄຟ
ກະຊວງໄດ້ສໍາເລັດທິດທາງຍຸດທະສາດເບື້ອງຕົ້ນ, ບາງທິດທາງໄດ້ເລີ່ມດຳເນີນການ ແລະ ທົດລອງປະຕິບັດ, ແຕ່ບາງທິດທາງແມ່ນຢູ່ໃນຂັ້ນຕອນການສຶກສາຄວາມເປັນໄປໄດ້, ໃນຂະນະທີ່ບາງທິດທາງ ຍັງຕ້ອງໄດ້ຄົ້ນຄວ້າຊອກການຮ່ວມມືກັບຄູ່ຮ່ວມຍຸດທະສາດ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການ.
ບາງທິດທາງທີ່ໄດ້ກຳນົດໃນຮ່າງຍຸດທະສາດປະກອບດ້ວຍ: 1) ການສະໜອງນໍ້າມັນເຊື້ອໄຟຈາກຫຼາຍແຫຼ່ງ, 2) ການສ້າງກອງທຶນນໍ້າມັນເຊື້ອໄຟ, 3) ການປັບລາຄານໍ້າມັນ, 4) ປັບປຸງລະບຽບການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ, 5) ປະຕິຮູບລັດວິສາ ຫະກິດນໍ້າມັນເຊື້ອໄຟລາວ, 6) ສົ່ງເສີມການນໍາໃຊ້ລົດໄຟຟ້າ ເພື່ອຫຼຸດຜ່ອນການນໍາໃຊ້ນໍ້າມັນເຊື້ອໄຟ, 7) ການສົ່ງເສີມການນໍາໃຊ້ທ່າເເຮງຂອງທາງລົດໄຟ ເພື່ອຫຼຸດຕົ້ນທຶນການຂົນສົ່ງນໍ້າມັນເຊື້ອໄຟ, 8.) ສົ່ງເສີມການພັດທະນາພະລັງງານທາງເລືອກແບບປະສົມປະສານ (Energy Mix), 9) ສົ່ງເສີມການສ້າງສາງເກັບນໍ້າມັນປອດພາສີຢູ່ໃກ້ຊາຍແດນ, 10) ສົ່ງເສີມການສຶກສາ ແລະ ສ້າງໂຮງກັ່ນຂະໜາດນ້ອຍ ຫຼື ກາງ ຫຼື ສາງ ຢູ່ເຂດທ່າເຮືອຫວຸ້ງອາງ, 11) ສົ່ງເສີມການຊຳລະສະສາງການຊື້ຂາຍນໍ້າມັນດ້ວຍສະກຸນເງິນກີບ, 12) ສົ່ງເສີມການສຶກສາຄວາມເປັນໄປໄດ້ໃນການສ້າງທໍ່ສົ່ງນໍ້າມັນ ຈາກແຄມທະເລ ເຂົ້າມາລາວ.
ຍົກເລີກໃບອະນຸຍາດລົງທຶນ 31 ບໍລິສັດ ທີ່ດໍາເນີນໂຄງການຂຸດຄົ້ນຄໍາຕົກຂ້ອນ
