ຍົກສູງວຽກງານການຮັບ, ກວດກາ, ຄົ້ນຄວ້າ ແລະພິຈາລະນາຄຳຮ້ອງຂໍຄວາມເປັນທຳ

ສ.ຫ. 27, 2025

  ກອງປະຊຸມສໍາມະນາຍົກສູງຄຸນນະພາບການຮັບ, ກວດກາ, ຄົ້ນຄວ້າ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳໃຫ້ແກ່ ສະມາຊິກສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງແຂວງ ແລະ ເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 26-27 ສິງຫາ 2025 ທີ່ເມືອງຍົມມະລາດ ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ; ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ເຂົ້າຮ່ວມ ພ້ອມກ່າວຕ້ອນຮັບໂດຍ ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງຍົມມະລາດ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ເລຂາພັກເມືອງ, ມີຕາງໜ້າຈາກ ສະພາປະຊາຊົນແຂວງຫຼວງພະບາງ, ບໍລິຄຳໄຊ, ສະຫວັນນະເຂດ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ບັນດາພະແນກການທີ່ກ່ຽວຂ້ອງ, ວິທະຍາກອນຈາກສູນກາງ, ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.
  ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ມີຄໍາເຫັນກ່າວເປີດວ່າ: ກອງປະຊຸມສຳມະນາຄັ້ງນີ້ ມີຈຸດປະສົງເພື່ອທົບທວນ ຄືນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງ ແລະ ອົງການທີ່ກ່ຽວຂ້ອງ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ໃນການຕິດຕາມກວດກາການເຄື່ອນໄຫວວຽກງານຂອງສະພາປະຊາຊົນຂັ້ນແຂວງ, ເພື່ອຍົກສູງຄຸນນະພາບໃນການເຄື່ອນໄຫວວຽກງານຕາມ 3 ພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ ເປັນຕົ້ນຕິດຕາມການແກ້ໄຂຄຳຮ້ອງທຸກ ກໍຄື: ( ຄຳເໜີ, ຄຳຮ້ອງຟ້ອງ, ແລະ ຄຳຮ້ອງຂໍຄວາມເປັນທຳ ) ແລະ ເພື່ອເຮັດໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງແຂວງ ແລະ ເສນາທິການຊ່ວຍວຽກສະພາປະຊາຊົນຂັ້ນແຂວງ ສາມາດເອົາບົດຮຽນຄັ້ງນີ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ມີຄວາມວ່ອງໄວ, ໂປ່ງໃສ, ມີປະສິດທິພາບ ປະສິດທິຜົນ ແນໃສ່ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ຂອງບຸກຄົນ, ນິຕິບຸກ ແລະ ການຈັດຕັ້ງເຮັດໃຫ້ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ.
    ໃນກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບການຮັບ, ກວດກາ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດ ແລະ ຂອງສະພາປະຊາຊົນແຂວງຄຳມ່ວນ; ຫຼວງພະບາງ; ບໍລິຄຳໄຊ; ສະຫວັນນະເຂດ; ອົງການກວດກາລັດແຂວງຄຳມ່ວນ ແລະ ການແລກປ່ຽນບົດຮຽນການຮັບ, ກວດກາ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ຈາກຊ່ຽວຊານຕ່າງປະເທດ ຂອງທ່ານ ໄຄ ຮາວເວີສະໄຕນ໌ ( Kai Hauerstein ) ທີ່ປຶກສາທາງດ້ານກົດໝາຍ, ໂດຍຜ່ານວີດີໂອທາງໄກ ແລະ ການສົນທະນາ, ແລກປ່ຽນຄໍາຄິດຄໍາເຫັນ ໃນແຕ່ບັນຫາເຮັດໃຫ້ເຂົ້າໃຈແຈ້ງ; ເພື່ອນໍາເອົາບົດຮຽນໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະພາກສ່ວນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ກອງປະຊຸມຄັ້ງນີ້, ໄດ້ຮັບການສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ II.
ໂດຍ: ເອື້ອ ມະໂນສິງ