ຍົກສູງຄຸນນະພາບເນື້ອໃນ ໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ

ມ.ຖ. 3, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

​(ສພຊ) – ວັນທີ 3-6 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດ ໄດ້ມີກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ), ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ ແລະ ອົງການທີ່ກ່ຽວ ຂ້ອງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງຫຼວງຫຼາຍ; ຈຸດປະສົງຕົ້ນຕໍແມ່ນເພື່ອສ້າງເງື່ອນໄຂໃຫ້ແກ່ ສສຊ ໄດ້ຮັບຟັງການລາຍງານ, ການຊີ້ແຈງ-ອະທິບາຍຂອງຄະນະຮັບຜິດຊອບ ກໍຄືບັນດາກະຊວງ, ອົງການ ເພື່ອໃຫ້ບັນດາທ່ານ ສສຊ ໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນ ແລະ ສ້າງຄວາມເຂົ້າໃຈເປັນເອກະພາບຕໍ່ບັນດາເນື້ອໃນຮ່າງບົດລາຍງານ ແລະ ຮ່າງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ທັງສາມາດຮັບປະກັນການປະຕິບັດພາລະບົດບາດຂອງແຕ່ລະພາກສ່ວນ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍທີ່ກຳນົດໄວ້.
​ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນເນັ້ນໜັກໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ, ຄະນະຮັບຜິດຊອບເນື້ອໃນຂົງເຂດວຽກງານຂອງລັດຖະບານ, ຄະນະຮັບຜິດຊອບຮ່າງກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ເຂົ້າຮ່ວມ, ຕິດຕາມຢ່າງຕໍ່ເນື່ອງເປັນປົກກະຕິ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການປະກອບຄວາມຄິດເຫັນຢ່າງສ້າງສັນ, ກົງໄປກົງມາ, ຍົກໃຫ້ເຫັນສະພາບການຕົວຈິງ ແລະ ຮ່ວມກັນຄົ້ນຄວ້າຊອກຫາວິທີການແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ປະເທດເຮົາພວມປະເຊີນຢູ່ໃນປັດຈຸບັນ, ສ້າງໃຫ້ມີຄວາມເປັນເອກະພາບສູງ, ມີເຫດມີຜົນ ເພື່ອຮັບປະກັນຄວາມສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ສອດຄ່ອງກັບສິດ ແລະ ໜ້າທີ່ຂອງ ສສຊ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ທັງສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນຂອງປະເທດເຮົາ.
​ ການດໍາເນີນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໄດ້ເປັນກົນໄກຂອງສະພາແຫ່ງຊາດ ກ່ອນຈະດຳເນີນກອງປະຊຸມສະໄໝສາມັນທຸກຄັ້ງທີ່ຜ່ານມາ ແລະ ໃນຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າ, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນຕົ້ນຕໍດັ່ງນີ້:
1. ບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025.
2. ບົດລາຍງານກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
3. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້ານ້ຳຕົກ.
4. ບົດລາຍງານກ່ຽວກັບການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ, ສ້ອມແປງເສັ້ນທາງໃນໄລຍະໃໝ່.
5. ບົດລາຍງານກ່ຽວກັບຜົນການວິເຄາະບົດບາດການເປັນຕົວແທນຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
6. ບົດລາຍງານການປັບປຸງກົດໝາຍ 3 ສະບັບຂອງສະພາແຫ່ງຊາດ ຄື: 1) ຮ່າງກົດໝາຍວ່າດ້ວຍສະພາແຫ່ງຊາດ, 2) ຮ່າງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ 3) ຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ພາຍຫຼັງທີ່ມີການປັບປຸງ ແລະ ຮັບຮອງເອົາລັດຖະທໍາມະນູນສະບັບປີ 2025; ປະກອບຄໍາເຫັນຕໍ່ຮ່າງກົດໝາຍ 6 ສະບັບ (ໃນຈຳນວນ 11 ສະບັບ) ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ຄື: 1) ຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, 2) ຮ່າງກົດໝາຍວ່າດ້ວຍການປູກຝັງ, 3) ຮ່າງກົດໝາຍວ່າດ້ວຍສາມັນສຶກສາ, 4) ຮ່າງກົດໝາຍວ່າດ້ວຍປ້າຍ, 5) ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້, 6) ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ.
​ ໃນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນຄັ້ງນີ້ ຍັງຈະມີບັນດາທ່ານຮອງປະທານສະພາແຫ່ງຊາດ ຜັດປ່ຽນກັນເປັນປະທານ ແລະ ຊີ້ນຳກອງປະຊຸມ.
(ນາງ ອາລິນ ສຸພິມມະປະດິດ)