ຍົກສູງຄຸນນະພາບດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 10

​ພ.ຈ. 7, 2025

(ສພຊ) – ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນຂຶ້ນໃນວັນທີ 6-7 ພະຈິກນີ້ ໂດຍການເປັນປະທານເປີດຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ), ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ ແລະ ອົງການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນກ່າວເປີດວ່າ: ການດໍາເນີນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ກ່ອນຈະດຳເນີນກອງປະຊຸມສະໄໝສາມັນແຕ່ລະຄັ້ງ ແມ່ນກົນໄກຂອງສະພາແຫ່ງຊາດ ເພື່ອຮັບຟັງການລາຍງານຂອງກະຊວງ, ອົງການ ທີ່ຕິດພັນກັບຫົວຂໍ້ກອງປະຊຸມ ແລະ ສະມາຊິກສະພາແຫ່ງຊາດ ໄດ້ຄົ້ນຄ້ວາ, ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນແລະກັນ ເພື່ອຊອກວິທີແກ້ໄຂຊ່ວຍລັດຖະບານ ທັງເປັນການສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນຢ່າງເລິກເຊິ່ງ ຮັບປະກັນໃຫ້ແກ່ການອອກມະຕິຮັບຮອງເອົາດ້ວຍຄະແນນສຽງສູງ.
ໃນກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນຢ່າງສ້າງສັນ, ກົງໄປກົງມາ ຕໍ່ບັນດາບົດລາຍງານຂອງລັດຖະບານຄື: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນເງິນຕາ ປະຈໍາປີ 2025; ບົດລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030), ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈຳປີ 2026; ບົດລາຍງານແຜນການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການ ຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນປີ 2024; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດສອບແຫ່ງລັດ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ, ບົດລາຍງານຜົນການກວດກາຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ.
ໃນພິທີປິດ, ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ມີຄຳເຫັນສະຫຼຸບປິດກອງປະຊູມ ເຊິ່ງທ່ານໄດ້ຊົມເຊີຍຕໍ່ຄວາມຫ້າວຫັນ, ຄວາມບຸກບືນສູ້ຊົນຂອງບັນດາທ່ານ ສສຊ ແລະ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ທັງເນັ້ນໜັກໃຫ້ບັນດາທ່ານ ສສຊ ໃນເວລາເຂົ້າຮ່ວມກອງປະຊຸມສະໄໝເທື່ອທີ 10 ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າ, ວິເຄາະວິໄຈຢ່າງລະອຽດເລິກເຊິ່ງ, ນໍາເອົາສະພາບການ, ຄວາມຄິດຄວາມເຫັນ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນບັນດາເຜົ່າຢູ່ເຂດເລືອກຕັ້ງຂອງຕົນ ເປັນຂໍ້ມູນໃນການຄົ້ນຄວ້າປະກອບຄໍາເຫັນ ເພື່ອເຮັດໃຫ້ການພິຈາລະນາຮັບຮອງເອົາບັນຫາສໍາຄັນຂອງຊາດ ມີຄວາມສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາ, ສາມາດຈັດຕັ້ງປະຕິບັດໄດ້ຮັບໝາກຜົນ ແລະ ແກ້ໄຂບັນຫາຕ່າງໆຢ່າງມີປະສິດທິຜົນ; ປະກອບຄໍາເຫັນສ່ອງແສງໃຫ້ເຫັນສະພາບຕົວຈິງຂອງທ້ອງຖິ່ນ, ຄວາມມຸ່ງມາດປາຖະໜາຂອງຜູ້ມີສິດເລືອກຕັ້ງ ລວມທັງການສະເໜີວິທີການແກ້ໄຂ ເພື່ອສ່ອງແສງໃຫ້ເຫັນຄວາມຮັບຜິດຊອບຮ່ວມກັນ ໃນການຊອກຫາວິທີການແກ້ໄຂບັນຫາໃຫ້ມີຄວາມເປັນເອກະພາບ, ສອດຄ່ອງຕາມກົດໝາຍ, ມີເຫດຜົນ ແລະ ແທດກັບຕົວຈິງຮ່ວມກັນ ລະຫວ່າງສະພາແຫ່ງຊາດ, ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ.

(ນາງ ກຸກກິກ ບຸດດາໄຊ)