(ສພຊ) – ກອງປະຊຸມຍົກສູງຄຸນນະພາບກ່ຽວກັບກົນໄກການປະສານງານໃນການແກ້ໄຂຄຳຮ້ອງຂໍຄວາມເປັນທຳລະຫວ່າງກຳມາທິການຍຸຕິທຳ (ກມຍທ) ກັບ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ອົງການສືບສວນ-ສອບສວນ (ກະຊວງປ້ອງກັນຄວາມສະຫງົບ) ໄດ້ດຳເນີນໃນວັນທີ 27-28 ຕຸລາຜ່ານມາ ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ, ມີບັນດາທ່ານຮອງປະທານກຳມາທິການ ແລະ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເປັນກຳມະການຂອງ ກມຍທ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງປະທານອົງການກວດກາແຫ່ງລັດ, ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ຮອງປະທານສານທະຫານຂັ້ນສູງ, ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ ພ້ອມດ້ວຍຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງການເງິນ, ສະພາທະນາຍຄວາມ ຕະຫຼອດຮອດຄະນະກົມ, ຄະນະພະແນກ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບກົນໄກການປະສານງານໃນການແກ້ໄຂຄໍາຮ້ອງຂໍຄວາມເປັນທຳໃນແຕ່ລະຂັ້ນຕອນຢ່າງລະອຽດ ແລະ ຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ມີຄວາມເປັນເອກະພາບ, ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ປັບປຸງຄຸນນະພາບກົນໄກການປະສານງານໃນການແກ້ໄຂຄໍາຮ້ອງຂໍຄວາມເປັນທຳລະຫວ່າງກຳມາທິການຍຸຕິທຳ ກັບ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ແກ່ ສສຊ ທີ່ສັງກັດ ກມຍທ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ສັງກັດຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມໂລ່ງລຽນ; ສະຫຼຸບຖອດຖອນບົດຮຽນກົນໄກການປະສານງານການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາໃນໄລຍະຜ່ານມາ ຕາມກົດໝາຍກຳນົດໄວ້ ໂດຍສະເພາະແມ່ນມາດຕາ 34 ຂອງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງປີ 2022 ແລະ ນິຕິກຳທີ່ໄດ້ມີຮ່ວມກັນ ເພື່ອປັບປຸງກົນໄກການປະສານງານໃນການແກ້ໄຂຄໍາຮ້ອງຂໍຄວາມເປັນທຳ ລະຫວ່າງ ກມຍທ ກັບພາກສ່ວນທີ່ກ່ຽວຂ້ອງໃນຕໍ່ໜ້າ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອສານຕໍ່ລົງເລິກວິເຄາະ, ວິໄຈຮ່ວມກັນ ລະຫວ່າງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ກັບ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການບໍລິຫານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຊອກຫາສາເຫດ ແລະ ວິທີການແກ້ໄຂບັນຫາຮ່ວມກັນ ແນໃສ່ຍົກສູງຄຸນນະພາບກ່ຽວກັບກົນໄກ ແລະ ເນື້ອໃນການພິຈາລະນາແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ (ຄໍາສະເໜີ, ຄໍາຮ້ອງຟ້ອງ ແລະ ຄໍາຮ້ອງຂໍຄວາມເປັນທໍາ) ໃຫ້ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບຄວາມເປັນຈິງ ແລະ ມີຄວາມຍຸຕິທໍາ ເພື່ອສ້າງຄວາມເຊື່ອໝັ້ນ, ສັດທາຂອງປະຊາຊົນ ຕໍ່ການດໍາເນີນຄະດີຕາມຂະບວນການຍຸຕິທໍາ ໃຫ້ໜັກແໜ້ນຍິ່ງຂຶ້ນ; ພ້ອມນັ້ນ, ຍັງໄດ້ທົບທວນ, ສະຫຼຸບຖອດຖອນບົດຮຽນຄືນໃນການຈັດຕັ້ງປະຕິບັດພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນ ທີ່ມີຄວາມຮັບຜິດຊອບວຽກງານການດໍາເນີນຄະດີຕາມຂະບວນການຍຸຕິທໍາ ແລະ ການແກ້ໄຂຄໍາຮ້ອງທຸກ ຕາມທີ່ກົດໝາຍໄດ້ກໍານົດ ເພື່ອຊອກໃຫ້ເຫັນດ້ານດີທີ່ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດ້ານອ່ອນຄົງຄ້າງທີ່ຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈທີ່ເປັນເອກະພາບ, ປັບປຸງກົນໄກການປະສານງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນ, ປະກອບສ່ວນເຮັດໃຫ້ ສປປລາວ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເປັນລະບຽບຮຽບຮ້ອຍ, ມີຄວາມສາມັກຄີປອງດອງ, ສີວິໄລ ແລະ ຍຸຕິທໍາ.
ກອງປະຊຸມໄດ້ຮັບຟັງການສະເໜີບົດກ່ຽວກັບການຮັບ, ການໃຫ້ຄຳປຶກສາ, ການຄົ້ນຄວ້າ, ພິຈາລະນາ, ການປະສານງານ ແລະ ການຕິດຕາມກວດກາ ໃນການແກ້ໄຂຄໍາຮ້ອງຂໍຄວາມເປັນທຳ ຕາມກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປັບປຸງປີ 2022 ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2024; ກົນໄກການປະສານງານໃນການແກ້ໄຂຄໍາຮ້ອງຂໍຄວາມເປັນທຳ ທີ່ພົວພັນກັບຄວາມຮັບຜິດຊອບຂອງກະຊວງປ້ອງກັນຄວາມສະຫງົບ (ອົງການສືບສວນ-ສອບສວນ), ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ອົງການກວດກາແຫ່ງລັດ; ກົນໄກການປະສານງານໃນການປະຕິບັດຄໍາຕັດສິນຂອງສານ, ການພິຈາລະນາ ແລະ ແກ້ໄຂຄຳສະເໜີ ແລະ ຄໍາຮ້ອງຂໍຄວາມເປັນທຳ ທີ່ພົວພັນກັບການປະຕິບັດຄຳຕັດສິນຂອງສານ; ກົນໄກການປະສານງານໃນການພິຈາລະນາ ແລະ ແກ້ໄຂຄຳສະເໜີ ແລະ ຄໍາຮ້ອງຂໍຄວາມເປັນທຳ ທີ່ພົວພັນກັບຄວາມຮັບຜິດຊອບຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ; ກົນໄກການປະສານງານໃນການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ທີ່ພົວພັນກັບຄວາມຮັບຜິດຊອບຂອງຄະນະປະຈຳສະພາປະຊາຊົນຂັ້ນແຂວງຢູ່ທ້ອງຖິ່ນຕົນ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ.
ຜູ້ແທນກອງປະຊຸມ ໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນຢ່າງມີຈຸດສຸມ ເພື່ອເປັນພື້ນຖານໃຫ້ກຳມາທິການຍຸຕິທໍາ ນໍາໄປຄົ້ນຄວ້າສັງລວມເປັນບົດປະກອບຄໍາເຫັນໃຫ້ຄະນະປະຈໍາສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ກໍຄືເປັນບ່ອນອີງໃຫ້ແກ່ການປັບປຸງກົນໄກການປະສານງານໃນການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ລະຫວ່າງກໍາມາທິການຍຸຕິທໍາ ແລະ ສະພາປະຊາຊົນຂັ້ນແຂວງ ກັບ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.
(ນາງ ກຸກກິກ ບຸດດາໄຊ)

