loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຍົກສູງຂີດຄວາມສາມາດດ້ານທັກສະ ໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ 3 ແຂວງພາກໃຕ້

​ພ.ຈ. 26, 2023 | ເຂດ 15 ຈຳ​ປາ​ສັກ

ໃນລະຫວ່າງວັນທີ 24-25 ພະຈິກ 2023 ທີ່ຜ່ານມາ ຢູ່ທີ່ສະໂມສອນແຂວງຈຳປາສັກ(ສະໂມສອນຫຼັກ 4) ໄດ້ມີກອງປະຊຸມການຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ 3 ແຂວງພາກໃຕ້ ຄື: ຈຳປາສັກ, ເຊກອງ ແລະ ອັດຕະປື ກ່ຽວກັບການຕິດຕາມກວດກາຂົງເຂດວຽກງານຍຸຕິທຳ, ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ການຕິດຕາມກວດກາວຽກງານຂອງອົງການກວດສອບ ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ສາຍອູ ພູມສາລີ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ; ມີຫົວໜ້າສູນເຝິກອົບຮົມ ແລະ ຂໍ້ມູນຂ່າວສານ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ; ສະມາຊິກສະພາປະຊາຊົນຂັ້ນແຂວງ 3 ແຂວງພາກໃຕ້; ນັກວິທະຍາກອນຮັບເຊີນຈາກສະພາແຫ່ງຊາດ, ຄະນະພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ; ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນດ້ານງົບປະມານຊ່ວຍເຫຼືອລ້າຈາກອົງການຈັດຕັ້ງສາກົນ ແລະ ງົບປະມານສົມທົບຈາກຄະນະເລຂາທິການສະພາແຫ່ງຊາດ.
ທັງນີ້, ກໍເພື່ອຍົກລະດັບຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ ແນໃສ່ເຮັດໃຫ້ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີປະສິດທິຜົນ ທັງເພື່ອເຮັດໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ ມີຄວາມຮັບຮູ້, ຄວາມເຂົ້າໃຈ ກ່ຽວກັບບາງທັກສະທີ່ມີຄວາມຈຳເປັນ ໃນການປະຕິບັດວຽກງານຕົວຈິງໃຫ້ມີຜົນສຳເລັດດີຂຶ້ນ, ເພື່ອແລກປ່ຽນ, ສົນທະນາກ່ຽວກັບບາງບົດຮຽນລະຫວ່າງວິທະຍາກອນ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການດ້ວຍກັນ ແນໃສ່ການຍົກລະດັບຄວາມຮັບຮູ້ ແລະ ຄວາມສາມາດໃນການປະຕິບັດໜ້າທີ່ການເມືອງໃຫ້ມີປະສິດທິຜົນດີ.
ກອງປະຊຸມ ໄດ້ຮັບຟັງການສະເໜີຫົວຂໍ້ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ສະເໜີໂດຍທ່ານ ນາງ ອາພິສອນ ພົງສາ ຮອງຫົວໜ້າກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມໝາຍກົດໝາຍ ສະພາແຫ່ງຊາດ; ການຕິດຕາມກວດກາຂົງເຂດວຽກງານຍຸຕິທຳ ສະເໜີໂດຍທ່ານ ໄກມະນິນ ເທບບົວລີ ຫົວໜ້າກົມຄຳຮ້ອງຂໍຄວາມເປັນທຳ ສະພາແຫ່ງຊາດ; ບົດຮຽນຕິດຕາມກວດກາວຽກງານໃນຂົງເຂດ ຂອງກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະເໜີໂດຍທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ສົນທະນາແລກປ່ຽນບົດຮຽນກັບນັກວິທະຍາກອນຢ່າງກົງໄປກົງມາ.
ໃນພິທີ, ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ກ່າວເປີດກອງປະຊຸມວ່າ: ຄະນະປະຈຳສະພາແຫ່ງຊາດ ກໍຄືຄະນະຊີ້ນໍາລວມການຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານເສນາທິການ ເວລາໃດກໍເຫັນໄດ້ຄວາມສໍາຄັນ ແລະ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຕໍ່ກັບວຽກງານຍົກສູງຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານເສນາທິການ ເພື່ອຮັບໃຊ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢ່າງຕໍ່ເນື່ອງ; ເຊິ່ງຕາມແຜນການ ຈະຈັດຂຶ້ນທັງໝົດ 6 ຈຸດ ໃນຂອບເຂດທົ່ວປະເທດ ແລະ ຄັ້ງນີ້ ເປັນ ຈຸດທີ 3 ພາຍຫລັງສໍາເລັດການຈັດຝຶກອົບຮົມ ຈຸດທີ 1 ຢູ່ແຂວງຊຽງຂວາງ ແລະ ຈຸດທີ 2 ຢູ່ເມືອງວັງວຽງ ແຂວງວຽງຈັນ ໃນເດືອນ ຕຸລາ ທີ່ຜ່ານມາ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍເພື່ອຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມສໍານິສໍານານ ໃນດ້ານທັກສະການຕິດຕາມກວດກາ ເຮັດໃຫ້ການປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ ປະສິດທິຜົນດີຍິ່ງໆຂຶ້ນ.
ໃນກອງປະຊຸມເຝິກອົບຮົມຄັ້ງນີ້ ບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ມາຈາກຫຼາຍຂົງເຂດວຽກງານ ມີໂອກາດຄົ້ນຄວ້າ, ລົງເລິກ, ກໍາແໜ້ນ ແລະ ແລກປ່ຽນບົດຮຽນ ບັນຫາທີ່ຈຳເປັນ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ກໍຄືຂອງສະພາແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນການສ້າງເງື່ອນໄຂໃຫ້ສະມາຊິກສະພາ ໄດ້ພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພີ່ມຕື່ມ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໃຫ້ເກີດປະໂຫຍດສູງສຸດໃນໜ້າທີ່ການເມືອງຂອງຕົນ.
(ພາບ-ຂ່າວ: ນາງ ກຸກກິກ ບຸດດາໄຊ ແລະ ສົມວິຈິດ ໄຊມົນຕີ)