loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຍົກລະດັບຄວາມຮູ້ ແລະ ທັກສະພາສາ ໃຫ້ກອງເລຂາ ແລະ ພະນັກງານຮັບໃຊ້ AIPA-45

​ກ.ກ. 25, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມສໍາມະນາພາສາອັງກິດໃຫ້ແກ່ພະນັກງານລັດຖະກອນໃນການກະກຽມເປັນເຈົ້າ ພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 23 ກໍລະກົດ 2024 ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ເຂັມ ພອນ ອາໂນໄທ ຫົວໜ້າກົມພົວພັນລັດຖະສະພາຫຼາຍຝ່າຍ, ກຳມາທິການການຕ່າງປະເທດ ແລະ ທ່ານ ເປຄຳ ລໍ ຄຳສອນ ຮອງຫົວໜ້າສູນຄົ້ນຄວ້າວິທະຍາສາດ ແລະ ນິຕິກຳ, ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ໂດຍມີວິ ທະຍາກອນ ທ່ານ ຈອນ ຄຣິດສ໌ໂຕເຟີ (John Christopher) ອະດີດຜູ້ອຳນວຍການພັດທະນາຂີດຄວາມສາ ມາດ ຈາກສູນລັດຖະສະພາອາຊີ; ເຂົ້າຮ່ວມມີຄະນະກົມ, ຄະນະພະແນກ ພ້ອມດ້ວຍລັດຖະກອນວິຊາການຈາກ ກອງເລຂາຊ່ວຍວຽກຄະນະຮັບຜິດຊອບເນື້ອໃນຕ່າງໆ. ທັງນີ້ ກໍເພື່ອຍົກລະດັບຄວາມຮູ້ ແລະ ທັກສະທາງດ້ານພາ ສາອັງກິດ ໃຫ້ແກ່ກອງເລຂາ ແລະ ພະນັກງານຮັບໃຊ້ກອງປະຊຸມໄອປາຄັ້ງນີ້ ໃຫ້ສາມາດນຳໃຊ້ຢ່າງຄ່ອງແຄ້ວ, ການ ຂີດຂຽນເອກະສານເນື້ອໃນຕ່າງໆຂອງກອງປະຊຸມ ແລະ ການປະສານງານ ເພື່ອໃຫ້ມີປະສິດທິພາບຫຼາຍຂຶ້ນ.
ທ່ານ ເຂັມພອນ ອາໂນໄທ ຫົວໜ້າກົມພົວພັນລັດຖະສະພາຫລາຍຝ່າຍ ກຳມາທິການການຕ່າງປະເທດ ໄດ້ກ່າວເປີດກອງປະຊຸມວ່າ: ໃນເດືອນຕຸລາທີ່ຈະມາເຖິງນີ້ ສປປລາວ ຈະເປັນເຈົ້າພາບຈັດກອງປະຊຸມສະມັດຊາ ໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45; ສະນັ້ນ, ການກະກຽມຄວາມພ້ອມດ້ານຕ່າງໆ ແມ່ນມີຄວາມ ສຳຄັນທີ່ສຸດ ບໍ່ວ່າຈະເປັນຄວາມພ້ອມທາງດ້ານເນື້ອໃນ, ວຽກງານ ປກຊ-ປກສ ແລະ ວຽກງານພິທີການຕ່າງໆ ສິ່ງ ສຳຄັນທີ່ສຸດຄືການນຳໃຊ້ພາສາອັງກິດໃນການເປັນປະທານກອງປະຊຸມ, ການຮ່າງເນື້ອໃນ ແລະ ການສື່ສານຕ່າງໆ. ດັ່ງນັ້ນ, ທາງກຳມາທິການການຕ່າງປະເທດ ຈຶ່ງໄດ້ຈັດກອງປະຊຸມສຳມະນາພາສາອັງກິດ ໂດຍເນັ້ນໃສ່ 4 ວິຊາຕົ້ນຕໍ ຄື: 1) ພື້ນຖານ ແລະ ທັກສະເບື້ອງຕົ້ນ, 2) ທັກສະການຮຽນຂັ້ນສູງ ແລະ ການເຝິກປະຕິບັດຕົວຈິງ, 3) ຍົກສູງ ຄວາມຊໍານິຊຳນານໃນການສື່ສານ, 4) ການສະເໜີໂຄງການ ແລະ ການທົບທວນຄືນ ເຊິ່ງຜູ້ເຂົ້າຮ່ວມໃນນີ້ ລ້ວນ ແຕ່ແມ່ນຜູ້ທີ່ເຮັດວຽກຕົວຈິງ ເປັນເສນາທິການໃຫ້ແກ່ການນຳໃນການເປັນປະທານກອງປະຊຸມ, ກະກຽມເນື້ອໃນ ກອງປະຊຸມໄອປາ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໂດຍໄດ້ຄັດເລືອກຈາກແຕ່ລະອະນຸກຳມະການຊ່ວຍວຽກ ຕ່າງໆ. ທ່ານຍັງໄດ້ເນັ້ນຕື່ມວ່າ ການຮຽນຄັ້ງນີ້ ຈະເປັນໂອກາດທີ່ດີໃຫ້ແກ່ບັນດາທ່ານໄດ້ສຶກສາຮໍ່າຮຽນ, ຍົກລະ ດັບພາສາອັງກິດຂອງຕົນຢູ່ໃນລະດັບທີ່ດີທີ່ສຸດ ເພື່ອນຳໃຊ້ເຂົ້າໃນການກະກຽມຄວາມພ້ອມກອງປະຊຸມສະມັດຊາ ໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ນີ້; ພ້ອມທັງຈະເຮັດໃຫ້ບັນດາທ່ານມີຄວາມຮູ້ທັກສະໃນຫຼາຍ ຮູບການເຊັ່ນ: ການສື່ສານ, ການຄົ້ນຄວ້າຊອກຫາຄຳສັບທາງການ, ການສະເໜີບົດ, ເຕັກນິກການເຈລະຈາທາງການ ທູດ ແລະ ພາກປະຕິບັດຕົວຈິງອື່ນໆເປັນຕົ້ນ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ໌ (STEPS) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ ແກ່ສະພາແຫ່ງຊາດ.
(ພາບ-ຂ່າວ: ນາງ ໄຊໂສພາພອນ ມິ່ງມຸງຄຸນ)