(ສພຊ) – ຕອນບ່າຍວັນທີ 16 ກຸມພາ 2026 ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ແລະ ນຳພາທ່ານ ຮາຢາໂຕະ ຢາໂອໂອຍຕະ ຫົວໜ້າຊ່ຽວຊານໂຄງການກົດໝາຍໄຈກາ ແລະ ສຈ. ຮິໂຣຊິ ມາຊຶໂອະ ພ້ອມດ້ວຍຄະນະນັກສຶກສາມະຫາວິທະຍາໄລ ເຄໂອ ປະເທດຍີ່ປຸ່ນ ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ.

ການມາຢ້ຽມຊົມຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດ ຊຸດປັດຈຸບັນ (ຊຸດທີ IX) ແລະ ໄດ້ມອບປຶ້ມທີ່ລະນຶກຈາກ ສພຊ; ຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ອີກດ້ວຍ.

ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ນຳໂດຍທ່ານ ຮາຢາໂຕະ ຢາໂອໂອຍຕະ ໄດ້ພົບປະແລກປ່ຽນບົດຮຽນກັບທ່ານ ນາງ ນິດແກ້ວ ຄໍາມີ ຮອງຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ, ກໍາມາທິການການຕ່າງປະເທດ ແລະ ຄະນະ.

ທ່ານ ນາງ ນິດແກ້ວ ຄຳມີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ພົບປະກັນໃນຄັ້ງນີ້ ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ ເຊິ່ງໃນປີ 2025 ຜ່ານມາ ແມ່ນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ (1955-2025) ແລະ ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ໂດຍມີການຈັດກິດຈະກຳສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ໃນທັງສອງປະເທດ.
ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ແຈ້ງສະພາບພົ້ນເດັ່ນ, ການເຄື່ອນໄຫວວຽກງານ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການຕົນພ້ອມທັງແລກປ່ຽນບົດຮຽນ ແລະ ຄຳຄິດຄຳເຫັນຮ່ວມກັນຢ່າງກົງໄປກົງມາ.

