ຊົມເຊີຍວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ (2 ທັນວາ 1975 ຫາ 2 ທັນວາ 2025)

ທ.ວ. 11, 2025

ຕະຫຼອດໄລຍະ 50 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ໄປຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງ ສປປລາວ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ ພາຍໃຕ້ການນໍາພາຂອງພັກ, ກອງປະຊຸມສູນກາງພັກ ປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ລວມໃນການຕໍ່ສູ້ຍາດເອົາໄຊຊະນະຂັ້ນສຸດທ້າຍຂອງການປະຕິວັດລາວ ໂດຍນໍາໃຊ້ສາມບາດຄ້ອນຍຸດທະສາດຂອງພັກເຮົາ (ການເມືອງເປັນພື້ນຖານ, ການທະຫານໜູນໜີບ ແລະ ກໍາລັງແຮງປວງຊົນເປັນໄມ້ງັດ) ເຊິ່ງໄດ້ປະຕິ ບັດໜ້າທີ່ໃນການນໍາພາທົ່ວລະບົບການເມືອງ, ນໍາພາການສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ຍາດໄດ້ຜົນສໍາເລັດຢ່າງສະຫງ່າງາມເປັນກ້າວໆມາ ແລະ ປັດໄຈຕັດສິນຜົນສໍາເລັດການປະຕິວັດຊາດປະຊາທິປະໄຕ (1945-1975) ມີຄຸນຄ່າມະຫາສານ, ສາມາດນໍາໃຊ້ຢ່າງສອດຄ່ອງກົມກຽວໃນຍຸກແຫ່ງການສ້າງສາພັດທະນາເສດຖະກິດ-ສັງຄົມ, ຄໍ້າປະກັນຄວາມໝັ້ນຄົງ ແລະ ຍືນຍົງໃນລະບອບປະຊາທິປະໄຕປະຊາຊົນລາວ. ພາຍຫຼັງທີ່ໄດ້ມີການລຸກຮື້ຂຶ້ນຢຶດອໍານາດໃນຂອບເຂດທົ່ວປະເທດ, ມາໃນວັນທີ 23 ສິງຫາ 1975 ທົ່ວປວງຊົນລາວທັງຊາດ ແລະ ຊັ້ນຄົນຕ່າງໆ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ໂຮມຊຸມນຸມໂຄ່ນລົ້ມອໍານາດການປົກຄອງເກົ່າຂອງຈັກກະພັດລ່າເມືອງຂຶ້ນ ແລະ ພວກປະຕິການຂາຍຊາດຢ່າງເດັດຂາດ ໄດ້​ຮັບ​ໄຊຊະນະ​ຢ່າງ​ສົມບູນ ອັນເປັນການມ້ວນທ້າຍຂອງຂະບວນຢຶດອໍານາດໃນຂອບເຂດທົ່ວປະເທດ, ໃນວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫຼວງວຽງຈັນ ໄດ້ເປັນເອກະສັນກັນຮັບຮອງເອົາມະຕິອັນເປັນປະຫວັດການ ໃນການຕົກລົງລົບລ້າງລະບອບລາຊາທິປະໄຕທີ່ຫຼ້າສະໄໝ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ, ສ້າງຕັ້ງສະພາປະຊາຊົນສູງສຸດ, ແຕ່ງຕັ້ງປະທານປະເທດ, ສ້າງຕັ້ງລັດຖະ ບານ ສປປລາວ; ກໍານົດທຸງຊາດ, ເພງຊາດ ແລະ ພາສາທາງການ ເຊິ່ງເປັນການໄຂສັງກາດໃໝ່-ສັງກາດແຫ່ງເອກະລາດ ອິດສະຫຼະພາບທີ່ແທ້ຈິງຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມດຽວກັນນັ້ນ, ກໍຖືໄດ້ວ່າ: ວັນທີ 2 ທັນວາ 1975 ເປັນຕົ້ນມາ ສະພາປະຊາຊົນສູງສຸດ ໃນເມື່ອກ່ອນ ກໍຄືສະພາແຫ່ງຊາດໃນປັດຈຸບັນ ໄດ້ຮັບການເລືອກຕັ້ງແຕ່ຊຸດທີ I ຫາ IX ມີຜົນສໍາເລັດ ດັ່ງນີ້:
ສະພາປະຊາຊົນສູງສຸດ ຊຸດທີ I ໄດ້ເລືອກຕັ້ງເອົາທ່ານ ສຸພານຸວົງ ເປັນປະທານສະພາປະຊາຊົນສູງສຸດ ແລະ ມີຮອງປະທານສະພາປະຊາຊົນສູງສຸດ 4 ທ່ານ; ມີຄະນະປະຈໍາ 5 ທ່ານ ແລະ ປະກອບມີ 3 ກໍາມາທິການ.
ສະພາປະຊາຊົນສູງສຸດ ຊຸດທີ II ໄດ້ເລືອກຕັ້ງເອົາທ່ານ ໜູຮັກ ພູມສະຫວັນ ເປັນປະທານສະພາປະຊາຊົນສູງສຸດ ແລະ ມີຮອງປະທານສະພາປະຊາຊົນສູງສຸດ 1 ທ່ານ; ມີຄະນະປະຈໍາ 6​ ທ່ານ ແລະ ປະກອບມີ 5 ກໍາມາທິການ.
ສະພາແຫ່ງຊາດ ຊຸດທີ III ໄດ້ເລືອກຕັ້ງເອົາທ່ານ ສະໝານ ວິຍະເກດ ເປັນປະທານສະພາແຫ່ງຊາດ ແລະ ມີຮອງປະທານສະພາແຫ່ງຊາດ 2 ທ່ານ;​ ມີຄະນະປະຈໍາ 7 ທ່ານ ແລະ ປະກອບມີ 6 ກໍາມາທິການ.
ສະພາແຫ່ງຊາດ ຊຸດທີ IV ໄດ້ເລືອກຕັ້ງເອົາທ່ານ ສະໝານ ວິຍະເກດ ສືບຕໍ່ເປັນປະທານສະພາແຫ່ງຊາດ ແລະ ມີຮອງປະທານສະພາແຫ່ງຊາດ 3 ທ່ານ, ຍິງ 1 ທ່ານ; ມີຄະນະປະຈໍາ 7 ທ່ານ, ຍິງ 2 ທ່ານ ແລະ ປະກອບມີ 6 ກໍາມາທິການ.
ສະພາ​ແຫ່ງ​ຊາດ ຊຸດ​ທີ V ໄດ້ເລືອກຕັ້ງເອົາທ່ານ ສະໝານ ວິ​ຍະ​ເກດ ສືບຕໍ່​ເປັນປະທານສະພາແຫ່ງຊາດ ແລະ ມີຮອງປະທານສະພາແຫ່ງຊາດ 2 ທ່ານ, ຍິງ 1 ທ່ານ; ມີຄະນະປະຈໍາ 7 ທ່ານ, ຍິງ 1 ທ່ານ ແລະ ປະກອບມີ 6 ກໍາມາທິການ.
ສະພາແຫ່ງຊາດ ຊຸດທີ VI ໄດ້ເລືອກຕັ້ງເອົາທ່ານ ທອງສິງ ທໍາມະວົງ ເປັນປະທານສະພາແຫ່ງຊາດ ແລະ ມີຮອງປະທານສະພາແຫ່ງຊາດ 2 ທ່ານ, ຍິງ 1 ທ່ານ; ມີຄະນະປະຈໍາ 9 ທ່ານ, ຍິງ 2 ທ່ານ ແລະ ປະກອບມີ 6 ກໍາມາທິການ.
ສະພາແຫ່ງຊາດ ຊຸດທີ VII ໄດ້ເລືອກຕັ້ງເອົາທ່ານ ນາງ ປານີ ຢາທໍ່ຕູ້ ເປັນປະທານສະພາແຫ່ງຊາດ ແລະ ມີຮອງປະທານສະພາແຫ່ງຊາດ 2 ທ່ານ; ມີຄະນະປະຈໍາ 10 ທ່ານ, ຍິງ 2 ທ່ານ ແລະ ປະກອບມີ 6 ກໍາມາທິການ.
ສະພາແຫ່ງຊາດ ຊຸດທີ VIII ໄດ້ເລືອກຕັ້ງເອົາທ່ານ ນາງ ປາ​ນີ ຢາ​ທໍ່​ຕູ້ ສືບຕໍ່ເປັນປະທານສະພາແຫ່ງຊາດ ແລະ ມີຮອງປະທານສະພາແຫ່ງຊາດ 4 ທ່ານ, ຍິງ 1 ທ່ານ​.;ມີຄະນະປະຈໍາ 14 ທ່ານ, ຍິງ 5 ທ່ານ ແລະ ປະກອບມີ 8 ກໍາມາທິການ ແລະ ຄະນະເລຂາທິການສະພາແຫ່ງຊາດ.
ສະພາແຫ່ງຊາດ ຊຸດທີ IX (ຊຸດປັດຈຸບັນ) ໄດ້ເລືອກຕັ້ງເອົາທ່ານ ປອ. ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ ແລະ ມີຮອງປະທານສະພາແຫ່ງຊາດ 5 ທ່ານ, ຍິງ 1 ທ່ານ; ມີຄະນະປະຈໍາ 16 ທ່ານ, ຍິງ 4 ທ່ານ ແລະ ປະກອບມີ 9 ກໍາມາທິການ.
ສັງລວມແລ້ວ, ການເຄື່ອນໄຫວຕະຫຼອດໄລຍະ 50 ປີ ຂອງສະພາແຫ່ງຊາດ ໄປຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງ ສປປລາວ ອັນໄດ້ປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ ພາຍໃຕ້ການນໍາພາຂອງພັກ ກໍຄືການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດຂອງພວກເຮົາ ຕາມຈຸດໝາຍສັງຄົມນິຍົມ.
ເບິ່ງຂໍ້ມູນເຊີງເລິກ ແລະ ການໂຄສະນາ