ໃນວັນທີ 15 ສິງຫາ 2022 ນີ້, ແມ່ນມື້ຄົບຮອບການປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບທໍາອິດ ທີ່ໄດ້ໜູນວຽນມາຄົບຮອບ 31 ປີ ພໍດີ. ໃນໂອກາດນີ້, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ມີຄວາມຊື່ນຊົມຍິນດີ ແລະ ຂໍສະແດງຄວາມຂໍ່ານັບຊົມເຊີຍ ຕໍ່ວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງຊາດລາວເຮົາ ຢ່າງສຸດອົກສຸດໃຈ.
ເມື່ອຫວນຄືນເຖິງປະຫວັດສາດແຫ່ງການກໍາເນີດ, ຄົງຕົວ ແລະ ຂະຫຍາຍຕົວຂອງຊາດລາວ, ພວກເຮົາມີຄວາມເອກອ້າງທະນົງໃຈ ທີ່ເຫັນວ່າ: ນັບເປັນເວລາຫຼາຍພັນປີມາແລ້ວ ທີ່ບັນພະບູລຸດຂອງຊາດລາວ ໄດ້ນໍາພາປະຊາຊົນລາວບັນດາເຜົ່າດຳເນີນການຕໍ່ສູ້ ເພື່ອການດຳລົງຄົງຕົວ ແລະ ຂະຫຍາຍ ຕົວຢູ່ບົນດິນແດນອັນແສນຮັກແຫ່ງນີ້. ເລີ່ມແຕ່ກາງສະຕະວັດທີ XIV ເປັນຕົ້ນມາ, ບັນພະບູລຸດຂອງພວກເຮົາ ໂດຍສະເພາະເຈົ້າຟ້າງຸ່ມມະຫາລາດ ວິລະບູລຸດທີ່ຮັກຊາດ ໄດ້ພາປະຊາຊົນເຮົາກໍ່ຕັ້ງ ແລະ ສ້າງອານາຈັກລາວລ້ານຊ້າງ ໃຫ້ເປັນເອກະພາບ ແລະ ຈະເລີນຮຸ່ງເຮືອງຂຶ້ນ ໃນປີ ຄສ. 1353.
ຕັ້ງແຕ່ສະຕະວັດທີ XVIII ເປັນຕົ້ນມາ, ແຜ່ນດິນລາວໄດ້ຖືກບັນດາອິດທິກຳລັງພາຍນອກຈ້ອງມອງ, ແບ່ງແຍກ ແລະ ຮຸກຮານຢູ່ສະເໝີ. ປະຊາຊົນເຮົາໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອອັນພິລະອາດຫານບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ໄດ້ຕໍ່ສູ້ຢ່າງຕໍ່ເນື່ອງ, ໜຽວແໜ້ນ ເພື່ອກອບກູ້ເອກະ ລາດ ອິດສະລະພາບ ມາໃຫ້ປະເທດຊາດ ແລະ ປະຊາຊົນລາວເຮົາ.
ນັບແຕ່ປີ 1930 ມານີ້, ພາຍໃຕ້ການນໍາພາອັນຖືກຕ້ອງ ຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິວັດລາວໃນປັດຈຸບັນ, ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນດຳເນີນການຕໍ່ສູ້ອັນຫຍຸ້ງຍາກລຳບາກ, ພິລະອາດຫານ ແລະ ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ ຈົນສາມາດທັບມ້າງແອກປົກຄອງ, ການກົດຂີ່ຂອງພວກລ່າເມືອງຂຶ້ນ ແລະ ລະບອບສັກດີນາໃຫ້ພັງທະ ລາຍລົງຢ່າງສິ້ນເຊີງ, ປົດປ່ອຍປະເທດຊາດຢ່າງສົມບູນ, ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ອັນໄດ້ໄຂສັງກາດໃໝ່ທີ່ປະເທດຊາດ ໄດ້ມີເອກະລາດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ.
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍມານີ້, ປະຊາຊົນເຮົາ ໂດຍພາຍໃຕ້ການນຳພາອັນປີຊາສາມາດຂອງພັກປະຊາຊົນປະຕິວັດລາວ ໄດ້ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການດຳເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ມີຫລັກການ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ແລະ ຂອງຍຸກສະໄໝ ເຂົ້າໃນການສືບຕໍ່ສ້າງ ແລະ ບູລະນະ ລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ.
ໃນໄລຍະໃໝ່ນີ້, ຊີວິດຂອງສັງຄົມໄດ້ຮຽກຮ້ອງໃຫ້ລັດເຮົາ ຕ້ອງຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ. ຍ້ອນແນວນັ້ນ, ສະພາປະຊາຊົນສູງສຸດ ຊຸດທີ II ໃນຖານະເປັນສະພາທີ່ປະຕິບັດພາລະບົດບາດຕົ້ນຕໍ ໃນການສ້າງລັດຖະທໍາມະນູນ ເຊິ່ງໄດ້ຖືກເລືອກຕັ້ງຂຶ້ນໃນວັນທີ 26 ມີນາ 1989 ແລະ ຄະນະກໍາມະການຮ່າງລັດຖະທໍາມະນູນແຫ່ງຊາດ ທີ່ໄດ້ສ້າງຕັ້ງຕາມມະຕິກົມການເມືອງສູນກາງພັກ ສະໄໝທີ IV ສະບັບເລກທີ 16/ກມສພ, ລົງວັນທີ 3 ສິງຫາ 1989 ຈຶ່ງໄດ້ດໍໍາເນີນການຄົ້ນຄວ້າ ແລະ ສ້າງຮ່າງລັດຖະທໍາມະນູນ ແຫ່ງ ສປປລາວ, ພ້ອມກັນນັ້ນ ກໍໄດ້ສ້າງ ແລະ ປະກາດໃຊ້ກົດໝາຍ ທີ່ຈໍາເປັນຈໍານວນໜຶ່ງ, ມາເຖິງປີ 1991 ລັດຖະທໍາມະນູນສະບັບທໍາອິດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈຶ່ງໄດ້ຖືກຮັບຮອງຢ່າງເປັນເອກະສັນ ຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວາລະປະຊຸມຕອນບ່າຍ ວັນທີ 14 ສິງຫາ 1991 ແລະ ປະທານປະເທດ ແຫ່ງ ສປປລາວ ໄດ້ອອກລັດຖະດໍາລັດປະກາດໃຊ້ຢ່າງເປັນທາງການ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991.
ພາຍຫລັງປະກາດໃຊ້ລັດຖະທໍາມະນູນມາໄດ້ 4 ປີກວ່າ ໃນທ້າຍປີ 1995 ໂດຍໄດ້ຮັບຄໍາຊີ້ນໍາຂອງກົມການເມືອງສູນກາງພັກ ສະໄໝທີ V, ສະພາແຫ່ງຊາດ ຊຸດທີ III ຈຶ່ງໄດ້ຕົກລົງກຳນົດເອົາວັນປະກາດໃຊ້ລັດຖະທໍາມະນູນ (15 ສິງຫາ 1991) ເປັນວັນລັດຖະທໍາມະນູນແຫ່ງຊາດ ແນໃສ່ຫວນ ຄືນ, ສຶກສາອົບຮົມ ແລະ ສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ໃນທົ່ວສັງຄົມໃຫ້ສູງຂຶ້ນ. ຜ່ານການຈັດຕັ້ງປະຕິບັດ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການປະຕິບັດແນວ ທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການຂອງພັກ ເຂົ້າສູ່ລວງເລິກ, ລັດຖະທຳມະນູນສະບັບທຳອິດ ຈຶ່ງໄດ້ຮັບການປັບປຸງໃນປີ 2003 ເຊິ່ງໄດ້ເພີ່ມເນື້ອໃນໃໝ່ກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປ່ຽນຊື່ໝວດວ່າດ້ວຍອົງການຕຸລາການ ມາເປັນສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ, ຕໍ່ມາກໍໄດ້ປັບປຸງລັດຖະທຳມະນູນ ສະບັບປີ 2015 ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການບູລະນະລະບົບແຫ່ງອຳນາດລັດຂັ້ນຕ່າງໆ ໃຫ້ມີປະສິດທິພາບສູງຂຶ້ນ, ສ້າງບາດລ້ຽວ ໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນໃນໄລຍະໃໝ່ ໂດຍໄດ້ກຳນົດເອົາສະພາປະຊາຊົນທ້ອງຖິ່ນ, ອົງການກວດສອບແຫ່ງລັດ, ຄະນະກໍາມະການເລືອກຕັ້ງເຂົ້າເພີ່ມໃໝ່.
ລັດຖະທຳມະນູນ ແຫ່ງ ສປປລາວ ໄດ້ຮັບຮູ້ຜົນງານອັນຍິ່ງໃຫຍ່ ທີ່ປະຊາຊົນເຮົາຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່. ລັດຖະທຳມະນູນສະບັບທໍາອິດ ກໍຄື ສະບັບປັບປຸງ ປີ 2003 ແລະ 2015 ລ້ວນແຕ່ໄດ້ກຳນົດກ່ຽວກັບ ລະບອບການເມືອງ, ເສດຖະກິດ-ສັງຄົມ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ; ລະບົບແຫ່ງອຳນາດລັດໃນໄລຍະໃໝ່; ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ, ວັນຊາດ, ສະກຸນເງິນ ແລະ ນະຄອນຫລວງ.
ລັດຖະທຳມະນູນ ແຫ່ງ ສປປລາວ ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ ແລະ ການປະກອບຄວາມເຫັນຢ່າງກວ້າງຂວາງ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ທີ່ສ່ອງແສງຢ່າງຈະ ແຈ້ງເຖິງຄວາມມຸ່ງມາດປາຖະໜາອັນສູງສົ່ງ ຍາວນານ ແລະ ຄວາມຕັດສິນໃຈອັນແຮງກ້າ ຂອງວົງຄະ ນະຍາດແຫ່ງຊາດລາວ ເພື່ອພ້ອມກັນສູ້ຊົນໃຫ້ບັນລຸຈຸດໝາຍສ້າງປະເທດລາວໃຫ້ເປັນປະເທດ ສັນຕິ ພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ.
ໃນຕະຫລອດໄລຍະ 31 ປີທີ່ຜ່ານມາ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໄດ້ຮ່ວມແຮງຮ່ວມໃຈກັນ, ສາມັກຄີກັນເປັນປຶກແຜ່ນແໜ້ນໜາພາຍໃນຊາດ ຢູ່ອ້ອມຂ້າງພັກ ແລະ ລັດເຮົາ, ພ້ອມກັນສູ້ຊົນບຸກບືນຜ່ານຜ່າອຸປະສັກຕ່າງໆ ຕັ້ງໜ້າເຂົ້າຮ່ວມປະຕິບັດ ແລະ ຜັນຂະຫຍາຍລັດຖະທໍາມະນູນ ແຫ່ງ ສປປລາວ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເຮັດໃຫ້ປະເທດເຮົາ ມີສະຖຽນລະພາບທາງດ້ານການເມືອງຢ່າງໝັ້ນທ່ຽງ, ສັງຄົມມີຄວາມສະຫງົບ, ຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານຕະຫລອດມາ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ, ລະບົບແຫ່ງອໍານາດລັດປະຊາທິປະໄຕປະຊາຊົນ ໄດ້ຮັບການປັບປຸງໃຫ້ເຂັ້ມແຂງເປັນກ້າວໆ; ຖັນແຖວພະນັກງານ-ລັດຖະກອນ ໄດ້ຮັບການກໍ່ສ້າງຢ່າງເປັນລະບົບຕໍ່ເນື່ອງ; ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ໄດ້ຮັບການຍົກສູງຂຶ້ນ; ສິດເປັນເຈົ້າ ແລະ ປະຊາທິປະໄຕ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການເສີມຂະຫຍາຍ ແລະ ຄໍ້າປະກັນດ້ວຍລັດຖະທໍາມະນູນ ແລະ ກົດໝາຍ; ການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ໄດ້ຮັບການເປີດກວ້າງບົນພື້ນຖານລັດຖະທໍາມະນູນ, ກົດໝາຍ ແລະ ແນວທາງການຕ່າງປະເທດ ແຫ່ງ ສປປລາວ, ເຮັດໃຫ້ບົດບາດອິດທິພົນຂອງພັກ, ລັດ ແລະ ປະເທດຊາດຂອງພວກເຮົາ ໄດ້ຮັບການເຊີດຊູສູງຂຶ້ນໃນເວທີສາກົນ ຢ່າງຕໍ່ເນື່ອງ.
ພ້ອມດຽວກັນນີ້, ເຫັນວ່າການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຍັງມີຈຸດອ່ອນຂໍ້ຄົງ ຄ້າງຈຳນວນບໍ່ໜ້ອຍ ເຊິ່ງເລັ່ງທວງໃຫ້ພວກເຮົາຕ້ອງພ້ອມກັນສູ້ຊົນແກ້ໄຂ ເຊັ່ນ: ການຜັນຂະຫຍາຍລັດຖະທໍາມະນູນ ເປັນກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຍັງບໍ່ທັນເປັນລະບົບຄົບຊຸດໃນທຸກຂົງເຂດ, ເນື້ອໃນຂໍ້ກຳນົດຂອງບາງກົດໝາຍ ຍັງບໍ່ທັນຮັດກຸມ ແລະ ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ທັນເຂັ້ມງວດ ແລະ ສັກສິດເທົ່າທີ່ຄວນ; ບັນດາປາກົດການຫຍໍ້ທໍ້ໃນສັງຄົມ ທີ່ເປັນການລ່ວງລະເມີດກົດໝາຍ ແລະ ສິດເປັນເຈົ້າຂອງປະຊາຊົນ ຍັງມີລັກສະນະແຜ່ຫລາຍທົ່ວໄປ, ການແກ້ໄຂບັນດາປາກົດການດັ່ງກ່າວຍັງບໍ່ທັນເດັດຂາດ, ເຂັ້ມງວດ ຕາມລັດຖະທໍາມະນູນ ແລະ ກົດໝາຍ; ກົງຈັກລັດຂັ້ນຕ່າງໆຍັງມີລັກສະນະໃຫຍ່ໂຕ, ພະນັກງານ-ລັດ ຖະກອນ ມີອັດຕາສ່ວນສູງທຽບໃສ່ຈຳນວນພົນລະເມືອງ ແຕ່ຄຸນນະພາບຍັງບໍ່ທັນສູງແທ້, ຈໍານວນໜຶ່ງຍັງມີການເສື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຈັນຍາທໍາຮັບໃຊ້ປະຊາຊົນຍັງບໍ່ທັນດີເທົ່າທີ່ຄວນ; ພົນລະເມືອງລາວ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ຈຳນວນໜຶ່ງຍັງບໍ່ທັນເປັນເຈົ້າການປະຕິບັດສິດ ແລະ ພັນທະຂອງຕົນ ຢ່າງຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ.
ຢືນຢູ່ຕໍ່ໜ້າສະພາບການຜັນແປຢ່າງສັບສົນ ຄາດເດົາໄດ້ຍາກຂອງໂລກ ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພາຍໃນປະເທດ ປັດຈຸບັນໄດ້ເລັ່ງທວງໃຫ້ພັກ-ລັດ ກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຕ້ອງຕັດສິນໃຈສູ້ຊົນຜ່ານຜ່າ ແລະ ແກ້ໄຂຈຸດອ່ອນດັ່ງກ່າວໃຫ້ຕົກໄປເປັນເທື່ອລະກ້າວ ເພື່ອເພີ່ມທະວີບົດບາດນໍາພາ ແລະ ກໍາອໍານາດຂອງພັກຕາມກົດໝາຍ, ຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ, ຕັ້ງໜ້າສືບຕໍ່ເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າ-ສິດປະຊາທິປະໄຕຂອງປະຊາຊົນບັນດາເຜົ່າໃຫ້ແຂງແຮງກວ່າເກົ່າ ລວມທັງເພີ່ມທະວີການຮ່ວມມືກັບພາກພື້ນ ແລະ ສາກົນ ແນໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໂດຍສະເພາະສຸມທຸກກໍາລັງແຮງສັງລວມ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ, ສືບຕໍ່ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ບັນລຸຕາມຈຸດໝາຍ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.