ດັ້ນກີບເມກ
ຊັບສິນເງິນຄໍາຍ່ອມເປັນຂອງປາຖະໜາສໍາລັບມະນຸດ ເພື່ອເອົາໄວ້ລ້ຽງຊີບ ຫຼື ບາງຄົນເອົາໄວ້ອວດໂອ້ສະແດງຖານະໃຫ້ມີໜ້າມີຕາໃນສັງຄົມຕາມກະແສບູຊາວັດຖຸເປັນຊີວິດຈິດໃຈ ເຊິ່ງຄວາມຈິງແລ້ວ ຊັບດັ່ງກ່າວ ມັນເປັນພຽງຂອງສົມມຸດໃຊ້ທີ່ມະນຸດສ້າງຂຶ້ນ ເຊິ່ງຖ້າໃຜຕົກໃນກະແສບູຊາວັດຖຸດັ່ງກ່າວ ກໍຈະດີ້ນຮົນຊອກຫາບໍ່ພຽງແຕ່ໃຫ້ໄດ້ມາລ້ຽງຊີບແຕ່ແຂ່ງຂັນອວດໂຊກັນຕາມພາສາຂອງຊາວໂລກ; ບາງຄົນໃຊ້ຊີວິດຫາຊັບພາຍນອກຈົນຊີວິດຂາດຄວາມສົມດູນ; ສຸຂະພາບຮ່າງກາຍຊຸດໂຊມຮອດຕອນເວລາມີຊັບຫຼາຍກໍບໍ່ມີໂອກາດໄດ້ໃຊ້ກໍມີ.
ຊັບພາຍນອກ ແລະ ຊັບພາຍໃນ ຄວນຈະມີຄຽງຄູ່ກັນ ເພື່ອໃຫ້ເກີດຄວາມງົດງາມ ແລະ ຄວາມສົມດູນໃນການໃຊ້ຊີວິດ, ຜູ້ຂຽນເຫັນວ່າ: ຊັບພາຍນອກ ຈະມີຄຸນຄ່າ ແລະ ມີຄວາມໝາຍຕ້ອງມີຊັບພາຍໃນເປັນພື້ນຖານຂອງຊີວິດ ເຊິ່ງຊັບພາຍໃນພະພຸດທະເຈົ້າສອນໄວ້ຄື:
1. ສັດທາຄືຄວາມເຊື່ອ: ເຊື່ອໝັ້ນໃນຄຸນຄວາມດີ, ເຊື່ອໃນການເຮັດດີ-ສ້າງກໍາດີໄວ້ ແລ້ວຜົນດີຈະປາກົດຕາມມາ ຖ້າຄົນໃດເຊື່ອກໍາດີນໍາໄປສູ່ການເຮັດດີ ມັນກໍເປັນຊັບສິນສໍາຄັນປະການໜຶ່ງໃນການສ້າງສັນສິ່ງດີງາມໃຫ້ຊາດ ແລະ ສັງຄົມ.
2. ສິນຄື: ຄວາມປະພຶດຖືກຕ້ອງດີງາມ ບໍ່ລັງແກບັງບຽດຄົນອື່ນ, ບໍ່ປະພຶດຕົນໃນທາງເສື່ອມເສຍກຽດ ເຊິ່ງເປັນຊັບໂຕທີສອງທີ່ສົ່ງເສີມຊີວິດໃຫ້ຈະເລີນກ້າວໜ້າ.
3. ຫິຣິ ຄືຄວາມລະອາຍ ຕໍ່ການເຮັດບາບ ປະພຶດຜິດສິນທໍາ ຂໍ້ນີ້ສໍາຄັນ ຖ້າວ່າຄົນເຮົາຂາດຄວາມລະອາຍແກ່ໃຈກໍບໍ່ຕ່າງກັບສັດ ດັ່ງນັ້ນ ບູຮານຈຶ່ງເວົ້າວ່າເປັນຄົນດື້ດ້ານມຶດບອດ.
4. ໂອດຕັບປະຄື: ຄວາມຢ້ານຕໍ່ການເຮັດບາບ, ລະເມີດກົດໝາຍ, ລະເມີດສິນທໍາ ແລະ ຮີດຄອງປະເພນີ, ຄຸນນະທໍາຂໍ້ນີ້ຍິ່ງສໍາຄັນຕໍ່ຄວາມເປັນຄົນ ຖ້າຂາດໄປກໍບໍ່ຕ່າງກັບສັດເດຍລະສານ ເພາະມີແຕ່ກິນ ແລະ ສືບພັນ.
5. ພາຫຸສັດຈະຄື: ຊັບທີ່ເປັນຄວາມຮູ້ ເປັນຄົນສຶກສາຄົນຄວ້າ, ເຂົ້າໃຈແທ້ຈິງໃນໂລກອັນໃດຖືກ-ຜິດ.
6. ຈາຄະຄື: ການບໍລິຈາກ, ເສຍສະຫຼະແບ່ງປັນ ເປັນການທໍາລາຍຄວາມຂີ້ຖີ່ໃນຈິດໃຈ-ການໃຫ້ທານຍັງເປັນການສົງເຄາະຮັກແພງມະນຸດດ້ວຍກັນ.
7. ປັນຍາຄື: ຄຸນນະທໍາທີ່ເປັນຊັບຂໍ້ສຸດທ້າຍທີ່ຄວບຄຸມເອົາຄຸນນະທໍາທັງໝົດຂ້າງເທິງ.
ສັງລວມວ່າ: ການມີຊັບສິນເງິນຄໍາພາຍນອກ ຖ້າໃຜສະຫຼາດໃຊ້ເປັນຖານໄຕ່ເຕົ້າໄປຫາຊັບພາຍໃນຄືຄຸນນະທໍາ 7 ປະການເພື່ອເປັນຫຼັກການດໍາເນີນຊີວິດໃຫ້ຖືກຕ້ອງດີງາມ ຈະບໍ່ຫຼົງເຫີ່ກະແສວັດຖຸຕາມຊາວໂລກທີ່ສົມມຸດກັນ; ຈະເຮັດໃຫ້ການດໍາລົງຊີວິດມີຄວາມຜາສຸກ.