(ສພຊ) – ວັນເສົາທີ 21 ກຸມພານີ້ ທີ່ສະພາປະຊາຊົນແຂວງຈໍາປາສັກ ໄດ້ມີກອງປະຊຸມລາຍງານກ່ຽວກັບຜົນສໍາເລັດຂອງການເຄື່ອນໄຫວວຽກງານກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຢູ່ແຂວງຈໍາປາສັກ ໂດຍການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກໍາມາທິການການຕ່າງປະເທດ, ກໍາມະການອະນຸກໍາມະການເລຂານຸການ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ).
ທ່ານ ທິບພະສອນ ສະມາເລີກ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຕາງໜ້າອະນຸກຳມະການເລຂານຸການ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ (ຄລຂ) ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງອະນຸກຳມະການໃນໄລຍະຜ່ານມາວ່າ: ໂດຍກຳແໜ້ນຈິດໃຈຊີ້ນໍາຂອງກົມການເມືອງສູນກາງພັກ ແລະ ຄະນະກຳມະການເລືອກຕັ້ງລະດັບຊາດ, ອົງຄະນະພັກ, ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງ ໄດ້ກຳນົດເອົາວຽກງານເລືອກຕັ້ງເປັນວຽກຈຸດສຸມບຸລິມະສິດ ສິ່ງທີ່ພົ້ນເດັ່ນແມ່ນການນໍາໃຊ້ສິລະປະວັດທະນະທຳທ້ອງຖິ່ນເຊັ່ນ “ໜັງປະຫຼັດຕີ້” ມາສອດແຊກເນື້ອໃນການເລືອກຕັ້ງ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນເຂົ້າໃຈງ່າຍ ເພື່ອປຸກລະດົມຈິດໃຈຮັກຊາດ ແລະ ສ້າງຄວາມຕື່ນຕົວໃຫ້ແກ່ພົນລະເມືອງໄປໃຊ້ສິດເລືອກຕັ້ງຢ່າງເປັນຂະບວນຟົດຟື້ນ ແລະ ເປັນໄປຕາມແຜນເປັນຢ່າງດີ; ຖືເອົາການຜັນຂະຫຍາຍນິຕິກຳຈາກສູນກາງເປັນໜ້າທີ່ຕົ້ນຕໍ ໂດຍໄດ້ກຳນົດແຜນດໍາເນີນງານອອກເປັນ 3 ໄລຍະ ແລະ 4 ບາດກ້າວໃນການຈັດຕັ້ງປະຕິບັດ, ໄດ້ອອກນິຕິກຳຊີ້ນຳໃຫ້ 9 ເມືອງ ແລະ 1 ນະຄອນ ສ້າງຕັ້ງອະນຸກຳມະການຊ່ວຍວຽກ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດ ຕາມຄໍາແນະນໍາຂອງ ຄລຊ, ອອກນິຕິກຳຂອງ ຄລຂ ຈຳນວນ 30 ສະບັບ ເພື່ອເປັນບ່ອນອີງໃນການເກັບກຳ ແລະ ລາຍງານຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ-ນະຄອນ ກ່ຽວກັບສະຖິຕິພົນລະເມືອງ, ຜູ້ມີສິດປ່ອນບັດເລືອກຕັ້ງ, ຄະນະຮັບຜິດຊອບໜ່ວຍປ່ອນບັດ, ກາຈໍ້າ, ຫີບບັດ ແລະ ອຸປະກອນຮັບໃຊ້ການເລືອກຕັ້ງຢ່າງລະອຽດ ເຊິ່ງທົ່ວແຂວງມີພົນລະເມືອງ 783,607 ຄົນ ຍິງ 394,423 ຄົນ, ຜູ້ມີສິດປ່ອນບັດ 457,302 ຄົນ ຍິງ 231,696 ຄົນ, ມີ 615 ໜ່ວຍປ່ອນບັດ; ສໍາເລັດການກຳນົດເປົ້າໝາຍອອກສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X 13 ທ່ານ ແລະ ສສຂ ຊຸດທີ V 70 ທ່ານ ສົ່ງໃຫ້ອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ຂອງ ຄລຊ ທັນຕາມກຳນົດເວລາ; ສໍາເລັດການເຝິກອົບຮົມໃຫ້ເປົ້າໝາຍອອກສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ, ສ້າງແຜນຈັດຕັ້ງການໂຄສະນາຫາສຽງໃຫ້ຜູ້ອອກສະໝັກຮັບເລືອກຕັ້ງ ລົງພົບປະຜູ້ມີສິດປ່ອນບັດຢູ່ຂັ້ນທ້ອງຖິ່ນຮາກຖານ ເຊິ່ງປັດຈຸບັນແມ່ນສໍາເລັດເຄື່ອນໄຫວ. ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ສົມທົບແໜ້ນກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ ) ຕາມຄໍາແນະນໍາຂອງຄະນະກຳມະການເລືອກຕັ້ງລະດັບຊາດ, ແຈ້ງການຂອງ 2 ກະຊວງ ປກຊ-ປກສ ແລະ ຄໍາແນະນໍາຂອງ ຄລຂ ເຮັດໃຫ້ຂະບວນການໂຄສະນາເຜີຍແຜ່ຢ່າງກວ້າງຂວາງຮອດຮາກຖານ; ມີການປະດັບປະດາ, ຕິດປ້າຍຄໍາຂວັນຕາມສຳນັກງານ-ອົງການ ແລະ ຮາກຖານບ້ານ. ສຳການປ່ອນບັດເລືອກຕັ້ງຂອງ 2 ກຳລັງປະກອບອາວຸດ ແມ່ນມີບັນຍາກາດຟົດຟື້ນ, ຜູ້ມີສິດເລືອກຕັ້ງໄດ້ເຂົ້າຮ່ວມຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການເລືອກຕັ້ງ, ສາມາດຮັບປະກັນຄວາມສະຫງົບ, ປອດໄພ ແລະ ເປັນລະບຽບ ຮຽບຮ້ອຍ; ການດໍາເນີນການປ່ອນບັດເລືອກຕັ້ງຮັບປະກັບຄວາມໂປ່ງໃສ ແລະ ທັນເວລາ ສາມາດບັນລຸຕາມ 4 ຄາດໝາຍ; ຜູ້ມີສິດເລືອກຕັ້ງ 16,249 ຄົນ, ມີ 68 ໜ່ວຍປ່ອນບັດ ແລະ ມີຜູ້ໄປໃຊ້ສິດປ່ອນບັດເລືອກຕັ້ງ 16,249 ຄົນ.
ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ມີຄໍາເຫັນ ພ້ອມທັງກ່າວຊົມເຊີຍໃນການຈັດຕັ້ງປະຕິບັດວຽກງານຂອງ ຄະນະຮັບຜິດຊອບວຽກງານກະກຽມຄວາມພ້ອມໃນບັ້ນເລືອກຕັ້ງ ແມ່ນເຮັດໄດ້ດີຫຼາຍ ແລະ ຈົ່ງສືບຕໍ່ເອົາໃຈໃສ່ໂຄສະນາໃຫ້ຜູ້ມີສິດປ່ອນບັດ ແລະ ການນັບຄະແນນຕື່ມອີກ ເພື່ອໃຫ້ມີຄວາມເຂົ້າໃຈຖືກຕ້ອງ, ຈະແຈ້ງໂປ່ງໃສ ແລະ ຮັບປະກັນໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຈຳປາສັກ ສໍາເລັດວຽກງານກະກຽມການເລືອກຕັ້ງ
