loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຈັດຕັ້ງເຜີຍແຜ່ເຊື່ອມເອກະສານສຳຄັນຕ່າງໆ ຂອງພັກຂອງຊາດ ແລະ ວັນປະກາດເອກະລາດ

​ພ.ຈ. 13, 2023 | ເຂດ 14 ສາ​ລະ​ວັນ

ວັນທີ 8 ພະຈິກ 2023 ທີ່ຜ່ານມາ, ສະພາປະຊາຊົນແຂວງສາລະວັນ ໄດ້ຈັດພິທີເຜີຍແຜ່ຄຳແນະນຳ ວ່າດ້ວຍການເຊື່ອມຊຶມ ເອກະສານສຳຄັນຕ່າງໆ ຕິດພັນກັບການປາຖະກະຖາວັນປະກາດເອກະລາດ ຄົບຄອບ 78 ປີ (12 ຕຸລາ 1945-12 ຕຸລາ 2023), ໂດຍໃຫ້ກຽດເຂົ້ົາຮ່ວມເຜີຍແຜ່ເຊື່ອມຊຶມກອງປະຊຸມຂອງທ່ານ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມຮັບຟັງມີບັນດາທ່ານຄະນະກຳມະການ, ຄະນະເລຂາທິການ, ຕະຫຼອດຮອດພະນັກງານລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ 25 ທ່ານ;
ເນື້ອໃນເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມຄັ້ງນີ້ ປະກອບມີ ມະຕິ ກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI; ດຳລັດ ຂອງລັດຖະບານ ເລກທີ 300/ລບ ລົງວັນທີ 13 ກຸມພາ 2017 ວ່າດ້ວຍການປະເມີນພະນັກງານ-ລັດກອນ; ຂໍ້ຕົກລົງ ຂອງຄະນະປະຈໍາສະພາປະຊາຊົນແຂວງ ເລກທີ 220/ຄຈສຂ.ສວ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ 2023; ຂໍ້ຕົກລົງ ຂອງຄະນະປະຈໍາສະພາປະຊາຊົນແຂວງ ເລກທີ 225/ຄຈສຂ.ສວ ລົງວັນທີ 24 ຕຸລາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳມະການຊ່ວຍວຽກ ເພື່ອກະກຽມ ແລະ ດຳເນີນກອງປະຊຸມຮ່ວມກັບອົງການປົກຄອງແຂວງ, ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ແລະ ກອງປະຊຸມ ປະຈໍາປີ 2023 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ; ເອກະສານວັນປະກາດເອກະລາດ ຄົບຄອບ 78 ປີ (12 ຕຸລາ 1945-12 ຕຸລາ 2023);
ຈຸດປະສົງຫຼັກໃນການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຄັ້ງນີ້ ແມ່ນເພື່ອໃຫ້ບັນດາສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມ, ກຳແໜ້ນຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ມີຄວາມເປັນເອກະພາບສູງ ຕໍ່ເນື້ອໃນຈິດໃຈສຳຄັນຕ່າງໆຂອງກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ເພື່ອເປັນບ່ອນອີງໃຫ້ແກ່ຄະນະນໍາ ໃນການຄົ້ນຄວ້າ, ຕັດສິນຜົນການປະເມີນ, ຄັດເລືອກໃຫ້ໄດ້ບຸກຄົນດີເດັ່ນ ຍ້ອງຍໍສັນລະເສີນຢ່າງສົມກຽດ ແລະ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ພາຍໃນສະພາປະຊາຊົນແຂວງມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ຮັບປະກັນການປະເມີນໃຫ້ສໍາເລັດຕາມຄາດໝາຍ ແລະ ທັນຕາມກໍານົດເວລາ; ແລະ ເພື່ອເຮັດໃຫ້ມີການແບ່ງງານ ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ຕາມສິດ ແລະ ໜ້າທີ່ກຳນົດໄວ້ ທັງຮັບປະກັນຮອບດ້ານ ໃຫ້ແກ່ການກະກຽມຮັບໃຊ້ກອງປະຊຸມສຳຄັນຕ່າງໆຂອງສະພາປະຊາຊົນແຂວງທີ່ຈະເປີດຂຶ້ນ; ເພື່ອເຮັດໃຫ້ປະຊາຊົນລາວທົ່ວປວງຊົນທັງຊາດ ມີຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈ ຕໍ່ກັບວັນປະກາດເອກະລາດ 12 ຕຸລາ 1945 ຄົບຮອບ 78 ປີ ທີ່ເປັນວັນມີຄວາມໝາຍ ແລະ ຄວາມສຳຄັນທາງປະຫວັດສາດສຳລັບປະເທດ ແລະ ປະຊາຊົນລາວບັນດາເຜົ່າ ເປັນວັນທີ່ລາວເຮົາປະກາດຄວາມເປັນເອກະລາດຄັ້ງທຳອິດຈາກແອກປົກຄອງພວກລ່າເມືອງຂື້ນຝຣັ່ງ ແລະ ພວກຮຸກຮານຕ່າງຊາດ, ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ພິລະອາດຫານດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະອັນໃຫຍ່ຫຼວງ ເພື່ອສ້າງເງື່ອນໄຂໃຫ້ແກ່ການລຸກຮຶຂື້ນຢຶດອຳນາດຈາກພວກລ່າເມືອງຂື້ນ ສາມາດປະກາດຄວາມເປັນເອກະລາດຂອງປະເທດຊາດ ແລະ ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງເປັນທາງການ;
ພາບ-ຂ່າວ ດີລຳພົນ ພົມມະຈັນ