
ຕອນບ່າຍວັນທີ 06 ມິນາຜ່ານມານີ້, ຢູ່ທີ່ສະໜາມກິລາແຂວງອຸດົມໄຊ ໄດ້ຈັດການແຂ່ງຂັນກິລາມິດຕະພາບ ລະຫວ່າງ ເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດ ສສ ຫວຽດນາມຂຶ້ນ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ, ທ່ານ ບຸ໋ຍ ວັນ ເກືອງ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ. ມີບັນດາທ່ານ ຄະນະເລຂາທິການສະພາແຫ່ງຊາດ ແຫ່ງ ສປປ ລາວ, ຄະນະຫ້ອງວ່າການສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ຄະນະນໍາຂອງແຂວງອຸດົມໄຊ, ສະພາປະຊາຊົນແຂວງອຸດົມໄຊ ພ້ອມດ້ວຍ ພະນັງານ-ລັດຖະກອນ ຂອງສອງສະພາແຫ່ງຊາດລາວ-ຫວຽດນາມ ແລະ ມວນຊົນພາຍໃນແຂວງອຸດົມໄຊເຂົ້າຮ່ວມຊົມ.









