(ສພຊ) – ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 13 ພະຈິກຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຊີ້ແຈງຕໍ່ບາງຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາທີ່ພົ້ນເດັ່ນທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ຍທຂ ທ່າມກາງສະພາບເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ ມີການເປ່ເພໜັກໜ່ວງ ລັດຖະບານກໍໄດ້ຄົ້ນຄວ້າ ແລະ ຊີ້ນໍາໃຫ້ກະຊວງ ຍທຂ ຈັດຕັ້ງປະຕິບັດມີຄວາມຄືບໜ້າຄືດັ່ງນີ້: ໄດ້ມອບໃຫ້ບັນດາແຂວງ, ນະຄອນຫຼວງ ເປັນເຈົ້າການຄັດຈ້ອນເສັ້ນທາງຫຼວງແຫ່ງຊາດສາຍຫຼັກຈຳນວນໜຶ່ງທີ່ມີການເປ່ເພໜັກ, ມີການຂົນສົ່ງສິນຄ້າ ແລະ ໂດຍສານຫຼາຍ ເພື່ອສ້ອມແປງ ແລະ ປັບປຸງຍົກລະດັບໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ ພ້ອມທັງຄົ້ນຄວ້າຄັດເລືອກບໍລິສັດທີ່ມີທ່າແຮງ, ມີມາດຕະຖານເງື່ອນໄຂຄົບຖ້ວນ ໃຫ້ສອດຄ່ອງຕາມລະບຽບການ ສາມາດປະຕິບັດໄດ້ຢ່າງວ່ອງໄວ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອດໍາເນີນການສໍາຫຼວດ, ສຶກສາຄວາມເປັນໄປໄດ້ ແລະ ອອກແບບຕາມຂໍ້ກຳນົດຂອບເຂດໜ້າວຽກ (ToR) ເພື່ອໃຫ້ທັນຈັດຕັ້ງປະຕິບັດໃນປີ 2026 ແລະ ຜ່ານມາກໍໄດ້ມີແຂວງຈຳນວນໜຶ່ງ ໄດ້ສຳເລັດການເຊັນ MoU ເປັນຕົ້ນ: ວຽງຈັນ, ຄໍາມ່ວນ, ບໍລິຄໍາໄຊ, ສະຫວັນນະເຂດ, ອຸດົມໄຊ, ຊຽງຂວາງ, ຫົວພັນ, ຫຼວງນໍ້າທາ ຢູ່ບາງຕອນທາງຂອງບັນດາເສັ້ນທາງ 13 ເໜືອ, 13 ໃຕ້, ທາງເລກ 22 ພູເກົ້າຫຼັກ ກາສີ-ເມືອງນານ, R3, 1D, 1C, 7, 6, 8, ທາງເລກ 21 ປາກຊັນ-ທ່າສີ-ທາງ 1D ຊາຍແດນແຂວງໄຊສົມບູນ.
ສະເພາະເສັ້ນທາງເລກ 9 ໄດ້ຕົກລົງສ້າງເປັນຕົວແບບໃນການປະຕິບັດໃນຮູບແບບ OPBRC ແລະ PRTC ສໍາເລັດການເຊັນສັນຍາການກໍ່ສ້າງໃນວັນທີ 20 ຕຸລາ 2025 ແລະ ປັດຈຸບັນ ລັດວິສາຫະກິດກໍ່ສ້າງທາງເລກ 8 ໄດ້ໃຫ້ທີມງານວິຊາການລົງພາກສະໜາມ ແລະ ເລີ່ມຕົ້ນຈັດຕັ້ງປະຕິບັດຟື້ນຟູ ແລະ ສ້ອມແປງເສັ້ນທາງຕາມແຜນທີ່ກຳນົດໄວ້, ສ່ວນການເກັບເງິນ ຄາດວ່າຈະເລີ່ມຕົ້ນໃນວັນທີ 1 ມັງກອນ 2026; ປັດຈຸບັນ, ກະຊວງ ຍທຂ ໄດ້ເຫັນດີກໍານົດຈຸດເກັບເງິນ, ແບບແຕ້ມຈຸດເກັບເງິນ, ຄົ້ນຄວ້າອັດຕາການເກັບຄ່າຜ່ານທາງປະເພດລົດບັນທຸກສິນຄ້າ, ໂດຍສານທີ່ມີນໍ້າໜັກ 12 ໂຕນຂຶ້ນໄປ ໂດຍຈະນໍາໃຊ້ລະບົບເກັບເງິນທີ່ທັນສະໄໝ, ຊີງຊັ່ງນໍ້າໜັກທັນສະໄໝ.
ຄົ້ນຄວ້າຟື້ນຟູກອງສ້ອມແປງທາງຄືນໃໝ່ໃນຂອບເຂດທົ່ວປະເທດ ເຊິ່ງສໍາເລັດການອອກຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍງານສ້ອມແປງເສັ້ນທາງຫຼວງ ເຊິ່ງຈະເປັນນິຕິກໍາພື້ນຖານ ແລະ ເປັນບ່ອນອີງໃຫ້ແກ່ການສ້າງໜ່ວຍງານສ້ອມແປງຢູ່ນະຄອນຫຼວງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ເຊິ່ງງົບປະມານກອງທຶນທາງໃນປີ 2026 ແມ່ນໄດ້ແບ່ງໃຫ້ແຂວງລະ 1.5 ຕື້ກີບ.
ສໍາລັບມາດຕະການໃນການຄວບຄຸມນໍ້າໜັກນັ້ນ, ໃຫ້ຈັດເກັບຄ່າຜ່ານທາງສໍາລັບລົດບັນທຸກສິນຄ້າ ໂດຍສະເພາະລົດຂົນສົ່ງແຮ່ ເພື່ອມາສ້ອມແປງ, ຟື້ນຟູ ແລະ ບູລະນະຮັກສາທາງຫຼວງ ໂດຍມອບໃຫ້ທ້ອງຖິ່ນເປັນຜູ້ຈັດຕັ້ງປະຕິບັດ ແລະ ຈະໄດ້ຄົ້ນຄວ້າເກັບໃນລະຫວ່າງ 1.5 ໂດລາຕໍ່ໂຕນແຮ່ທາດຕໍ່ຖ້ຽວ ໄລຍະທາງ 10 ກມ ຂຶ້ນໄປ, ກໍລະນີໄລຍະການຂົນສົ່ງຜ່ານເສັ້ນທາງບໍ່ຮອດ 10 ກມ ແມ່ນໃຫ້ເກັບຫຼຸດອັດຕາທີ່ສອງຝ່າຍເອກະພາບກັນ, ສໍາລັບງົບປະມານທີ່ເກັບໄດ້ ແມ່ນມອບເຂົ້າກອງທຶນທາງ ເພື່ອມາສ້ອມແປງ, ຟື້ນຟູທາງຫຼວງ; ນອກນັ້ນ, ຈະຕິດຕັ້ງຊີງຊັ່ງທັນສະໄໝຢູ່ຈຸດເກັບເງິນ.
ກະຊວງ ຍທຂ ໄດ້ສຳເລັດການແຈ້ງງົບປະມານກອງທຶນທາງປະຈຳປີ 2026 (ຄັ້ງທີ 1) ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ຕາມເພດານງົບປະມານກອງທຶນທາງທີ່ໄດ້ຮັບການອະນຸມັດ 1 ພັນຕື້ກີບ.
ຈະເກັບ 1.5 ໂດລາ/ໂຕນແຮ່ທາດ/ຖ້ຽວ ໄລຍະທາງ 10 ກມ ຂຶ້ນໄປ
