loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄົ້ນຄ້ວາຫາລືວຽກງານສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ກ່ອນນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

​ກ.ກ. 12, 2023 | ເຂດ 14 ສາ​ລະ​ວັນ

ສະພາປະຊາຊົນແຂວງສາລະວັນ ຈັດກອງປະຊຸມຮ່ວມກັບພະແນກການທີ່ຮັບຜິດຊອບສ້າງຮ່າງນິຕິກຳໃຕ້ກົດໝາຍ, ຕິດພັນກັບການປະເມີນຄືນຜົນຂອງການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍທີ່ຮັບຮອງໄປແລ້ວ; ໂດຍການເປັນປະທານກອງປະຊຸມຂອງທ່ານ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ; ເຂົ້າຮ່ວມຂອງທ່ານ ສົມພອນ ແສງສຸລິຈັນ ຄະນະປະຈໍາ ເລຂາທິການສະພາປະຊາຊົນແຂວງ; ມີຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ, ຮອງປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ, ຮອງປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ບັນດາທ່ານຄະນະຮັບຜິດຊອບຊີ້ນຳວຽກງານການສ້າງນິຕິກຳໃຕ້ກົດໝາຍຂັ້ນແຂວງ; ບັນດາທ່ານຕາງໜ້າຈາກພະແນກການຮັບຜິດຊອບສ້າງຮ່າງນິຕິກຳໃຕ້ກົດໝາຍ ເຂົ້າຮ່ວມ; ກອງປະຊຸມຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ກໍລະກົດ 2023 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ;

ທ່ານ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ກ່າວໃນທີ່ປະຊຸມວ່າ: ກອງປະຊຸມໃນຄັ້ງນີ້ແມ່ນກອງປະຊຸມທີ່ສຳຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ທີ່ເປັນເນື້ອໃນທີ່ສຳຄັນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງ; ສະນັ້ນ,ໂດຍປະຕິດບັດຕາມກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 65/ສພຊ ລົງວັນທີ 10 ທັນວາ 2015; ກົດໝາຍວ່າດ້ວຍ ການສ້າງນິຕິກໍາໃຕ້ກົດໝາຍ ສະບັບປັບປຸງ ປີ 2021 ເລກທີ 06/ສພຊ ແລະ ກົດໝາຍ ວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງປີ 2016 ແລະ ປະຕິບັດຕາມມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ທີ່ໄດ້ຮັບຮອງເອົາວຽກງານການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ລວມທັງໝົດ 13 ສະບັບ ໃນນັ້ນປັບປຸງ 2 ສະບັບ ເຊິ່ງເປັນໜຶ່ງໃນພາລະບົດບາດ ທີ່ກຳນົດໄວ້ໃນກົດໝາຍສະພາປະຊາຊົນຂັ້ນແຂວງ; ເພື່ອຮັບຟັງການລາຍງານຜົນການປະເມີນຄືນຜົນຂອງການຈັດຕັ້ງຜັນຂະຫຍາຍ ນິຕິກຳໃຕ້ກົດໝາຍ ທີ່ໄດ້ຮັບຮອງໃນໄລຍະຜ່ານມມາ ແລະ ລາຍງານຜົນຂອງຄວາມຄືບໜ້າໃນການກະກຽມດ້ານເນື້ອໃນຂອງຮ່າງນິຕິກຳໃຕ້ກົດໝາຍ ແລະ ພ້ອມທັງຄົ້ນຄ້ວາປຶກສາຫາລື ເພື່ອເຮັດໃຫ້ເນື້ອໃນຂອງນິຕິກຳໃຕ້ກົດໝາຍ ໃຫ້ເນື້ອໃນມີຄຸນນະພາບ, ຮັດກຸມ, ເຂົ້າໃຈງ່າຍ, ຄົບຖ້ວນສົມບູນກວ່າເກົ່າ ສາມາດຮັບຮອງ ແລະ ປະກາດນຳໃຊ້ໄດ້;

ໃນທີ່ປະຊຸມ ທ່ານ ພັທ ນາງ ທອງເຫຼືອງ ໂຄດປັນຍາ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ໄດ້ຂຶ້ນຜ່ານຮ່າງບົດລາຍງານ ກ່ຽວກັບການປະເມີນການຈັດຕັ້ງປະຕິບັດຂໍ້ຕົກລົງ ທີ່ຈະເປັນເຄື່ອງມືທີ່ເປັນປະໂຫຍດໃຫ້ແກ່ການຕີລາຄາ ແລະ ປະເມີນ ຢ່າງມີປະສິດທິພາບ, ປະສິດທິຜົນ, ສະດວກໃນການຕິດຕາມຂອງຄະນະຮັບຜິດຊອບຊີ້ນຳການປະເມີນການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍຂັ້ນແຂວງ ແລະ ນຳນິຕິກຳໃຕ້ກົດໝາຍດັ່ງກ່າວ ນຳມາປັບປຸງຄືນ ໃຫ້ມີຄວາມສອດຄ່ອງກັບສະພາບການພັດທະນາໃນແຕ່ລະໄລຍະ;  ຈາກນັ້ນ, ບັນດາທ່ານທີ່ຮັບຜິດຊອບສ້າງຮ່າງນິຕິກຳໃຕ້ກົດໝາຍຂອງພະແນກການ ໄດ້ລາຍງານຜົນຂອງການປະເມີນການຈັດຕັ້ງຜັນຂະຫຍາຍຂອງນິຕິກຳໃຕ້ກົດໝາຍ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໂດຍສະເພາະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດຢູ່ແຂວງສາລະວັນ ສະບັບເລກທີ 799/ຈຂ.ສວ ລົງວັນທີ 20 ກັນຍາ 2018; ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຕະຫຼາດວັນນັດຢູ່ແຂວງສາລະວັນ ສະບັບເລກທີ 789/ຈຂ.ສວ ລົງວັນທີ 20 ກັນຍາ 2018; ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການຂົນສົ່ງໂດຍສານ ແລະ ດ່ານຂົນສົ່ງສິນຄ້າທາງບົກຢູ່ແຂວງສາລະວັນ ສະບັບເລກທີ 615/ຈຂ.ສວ ລົງວັນທີ 20 ຕຸລາ 2019; ຂໍ້ຕົກລົງ ວ່າດ້ວຍການກຳນົດເຂດປະເມີນລາຄາທີ່ດິນທົ່ວແຂວງສາລະວັນ ສະບັບເລກທີ 544/ຈຂ.ສວ ລົງວັນທີ 29 ກັນຍາ 2020; ພ້ອມດຽວກັນ ພະແນກການທີ່ຮັບຜິດຊອບສ້າງຮ່າງນິຕິກໍາໃຕ້ກົດໝາຍ ໄດ້ລາຍງານຄືນ ຄວາມພ້ອມຂອງການກະກຽມດ້ານເນື້ອໃນ, ຂະບວນການສ້າງ, ບາດກ້າວຂັ້ນຕອນມາເຖິງປັດຈຸບັນ ເຫັນໄດ້ວ່າມີ 2 ສະບັບ ມີຄວາມພ້ອມ ແລະ ສາມາດນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສ້າງໄໝສາມັນເທື່ອທີ 5 ຄື: ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຂໍ້ມູນ-ຂ່າວສານຜ່ານອິນເຕີເນັດຢູ່ແຂວງສາລະວັນ(ສ້າງໃໝ່); ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄຸນນະພາບນ້ໍາດື່ມ ແລະ ນ້ໍາກ້ອນ ທີ່ຜະລິດຈາກໂຮງງານພາຍໃນແຂວງສາລະວັນ (ປັບປຸງ); ສໍາລັບ ຮ່າງຂໍ້ຕົກລົງ ວ່າດ້ວຍສຸຂານາໄມອາຫານຢູ່ຮ້ານອາຫານ, ຮ້ານກິນດື່ມ, ສູນອາຫານ, ຫໍອາຫານ ແລະ ຮ້ານຂາຍອາຫານແຄມທາງ (ສ້າງໃໝ່) ເຫັນດີໃຫ້ສືບຕໍ່ທາບທາມ ແລະ ປັບປຸງ ເພື່ອໃຫ້ທັນນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສ້າງໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II;

ໂອກາດດຽວກັນ, ຜູ້ແທນກອງປະຊຸມໄດ້ລົງເລິກຄົ້ນຄ້ວາປຶກສາຫາລື ເຂົ້າໃສ່ບາງບັນຫາຂໍ້ຫຍຸງຍາກ ໃນການສ້າງນິຕິກຳໃຕ້ກົດໝາຍ ດ້ວຍບັນຍາກາດຟົດຟື້ນ ບົນພື້ນຖານຄວາມຮັບຜິດຊອບສູງ ແລະ ຢ່າງກົງໄປກົງມາ ແນ່ໃສ່ເອກະພາບຮ່ວມກັນ ເຮັດໃຫ້ຂອດການປະສານງານ, ການສ້າງ, ການຕິດຕາມກວດກາ, ການປະເມີນ, ທັນເວລາ, ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂື້ນກວ່າເກົ່າ.

 

ພາບ-ຂ່າວ: ດີລໍາພົນ ພົມມະຈັນ