
ຕອນເຊົ້າຂອງວັນພະຫັດ, ເວລາ 8:00 ໂມງ ວັນທີ 21 ກໍລະກົດ 2022 ເປີດກອງປະຊຸມ ປະຈໍາເດືອນ ກໍລະກົດ ປີ 2022 ຄະນະປະຈໍາສະພາປະຊາຊົນ ແຂວງອຸດົມໄຊ ຂຶ້ນ ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ມີບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ ເຂົ້າຮ່ວມ.



ກອງປະຊຸມໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ປະຈໍາເດືອນ ກໍລະກົດ ແລະ ວາງທິດທາງແຜນການ ປະຈໍາເດືອນ ສິງຫາ ປີ 2022 ແລະ ຄົ້ນຄວ້າ, ພິຈາລະນາບັນຫາສໍາຄັນພື້ນຖານຂອງແຂວງ ຄື: ຄົ້ນຄວ້າພິຈາລະນາກ່ຽວກັບການປັບປຸງແຜນງົບປະມານແຫ່ງລັດແບ່ງຂັ້ນຄຸ້ມຄອງ ຕາມໜັງສືສະເໜີຂອງທ່ານເຈົ້າແຂວງ ສະບັບເລກທີ 518/ຈຂ.ອຊ ລົງວັນທີ 3/6/2022, ຄົ້ນຄວ້າ, ພິຈາລະນາ ກ່ຽວກັບການຮັບຮອງເອົາແຜນຊໍາລະໜີ້ສິນໂຄງການລົງທຶນຂອງລັດ ປະຈໍາປີ 2022(ເງິນເກີນແຜນ ປີ 2021) ຂອງແຂວງອຸດົມໄຊ ຕາມໜັງສືສະເໜີຂອງທ່ານເຈົ້າແຂວງ ສະບັບເລກທີ 619/ອຊ, ລົງວັນທີ 27 ມີຖຸນາ 2022 ແລະ ຄົ້ນຄ້ວາ, ພິຈາລະນາກ່ຽວກັບການສະເໜີດັດແກ້ຫຼຸດມູນຄ່າໂຄງການລົງທຶນຂອງລັດ ຕາມໜັງສືສະເໜີຂອງທ່ານເຈົ້າແຂວງ ສະບັບເລກທີ 517/ຈຂ.ອຊ, ລົງວັນທີ 3/6/2022; ພ້ອມດຽວກັນນັ້ນ ຍັງໄດ້ຄົ້ນຄວ້າ, ພິຈາລະນາຄໍາຮ້ອງທຸກ ແລະ ວຽກງານພົ້ນເດັ່ນອື່ນໆ ອີກຈໍານວນໜຶ່ງ.



ພາບ/ຂ່າວ: ແສງພອນ ອິນນະລົງ.