
ຕອນເຊົ້າວັນທີ 19 ມິຖຸນາ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ມີກອງປະຊຸມຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 2 ສະບັບ, ໂດຍການເປັນປະທານຂອງທ່ານ ທອງໄຊ ທໍ່ຈົງເລ່ຍຈີ ຄະນະປະຈໍາ, ປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ ແລະ ວິຊາການຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ, ໄດ້ຮັບຟັງການຜ່ານບົດລາຍງານການຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 2 ສະບັບ ຈາກຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງຄື: ໜັງສືສະເໜີເລກທີ 657/ອຊ, ລົງວັນທີ 30 ພຶດສະພາ 2025 ກ່ຽວກັບການ ສະເໜີພິຈາລະນາຮັບຮອງເອົາແຜນການນໍາໃຊ້ງົບປະມານການລົງທຶນຂອງລັດ(ຮ່ວງກອງທຶນບູລະນະຮັກສາ ແລະ ສ້ອມແປງທາງຫຼວງທ້ອງຖິ່ນ) ປະຈໍາປີ 2025 ຂອງແຂວງອຸດົມໄຊ ລວມທັງໝົດ 52 ໂຄງການ, ມູນຄ່າ 6 ຕື້ກີບ ແລະ ໜັງສືສະເໜີເລກທີ 740/ອຊ, ລົງວັນທີ 11 ມິຖຸນາ 2025 ກ່ຽວກັບການ ຂໍພິຈາລະນາອອກມະຕິຕົກລົງວ່າດ້ວຍການຫັນປ່ຽນປະເພດທີ່ດິນປຸກສ້າງທີ່ຢູ່ອາໄສ, ດິນປຸກສ້າງໂຮງຮຽນ ແລະ ດິນອຸດສາຫະກໍາເພື່ອສ້າງຕັ້ງໂຮງງານຢູ່ເມືອງຮຸນ ແລະ ເມືອງໄຊ ແຂວງອຸດົມໄຊ ທັງໝົດຈໍານວນ 23 ຕອນ, ມີເນື້ອທີ່ 19,31 ເຮັກຕາ.




