ຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 2 ສະບັບ.

ພ.ພ. 27, 2025 | ເຂດ 4 ອຸດົມໄຊ

ຕອນບ່າຍວັນທີ 26 ພຶດສະພາ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ດໍາເນີນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ປະຈໍາເດືອນ ພຶດສະພາ ປີ 2025 ໂດຍການເປັນປະທານຂອງ ທ່ານ ຄໍາດີ ວົງ ລ້ວມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາສະພາປະຊາຊົນແຂວງ, ພະແນກການ, ຄະນະເລຂາທິການ ແລະ ວິຊາການຂະແໜງການກ່ຽວຂ້ອງເຂົ້າຮ່ວມ.ກອງປະຊຸມ, ໄດ້ຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 2 ສະບັບ ຄື: ໜັງສືສະເໜີເລກທີ 602/ອຊ, ລົງວັນທີ 19 ພຶດສະພາ 2025 ກ່ຽວກັບການສະເໜີພິຈາລະນາຮັບຮອງເອົາແຜນການລົງທຶນຂອງລັດ ປະຈໍາປີ 2025 (ທຶນພັດທະນາຊຸມຊົນ) ແລະ ໜັງສືສະເໜີເລກທີ 604/ອຊ, ລົງວັນທີ 19 ພຶດສະພາ 2025 ກ່ຽວກັບການພິຈາລະນາຮັບຮອງເອົາ ການຈັດສັນເງິນເກີນແຜນ ປີ 2024 ເຂົ້າໃນການຊໍາລະໜີ້ສິນໂຄງການລົງທຶນຂອງລັດ ປີ 2025 ຂອງແຂວງອຸດົມໄຊ.ກອງປະຊຸມໄດ້ຮັບຟັງການລາຍງານຜົນການຄົ້ນຄວ້າ ໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 2 ສະບັບ ດັ່ງກ່າວຈາກຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ແລະ ການມີຄໍາເຫັນຊັກຖາມ ຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ຍັງໄດ້ຮັບຟັງການຊີ້ແຈງເພີ່ມເຕີມຈາກພະແນກແຜນການ ແລະ ການລົງທຶນແຂວງ, ພະແນກພະລັງງານ ແລະ ບໍ່ແຮ່ ຢ່າງກົງໄປກົງມາ, ທັງນີ້ກໍ່ເພື່ອເປັນການຮັບປະກັນການຈັດຕັ້ງປະຕິບັດວຽກງານ ໃຫ້ມີຄວາມຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ. ນອກຈາກນີ້, ກອງປະຊຸມຍັງໄດ້ສະຫຼຸບຕີລາຄາຄືນ ຜົນການເຄື່ອນໄຫວວຽກງານປະຈໍາເດືອນ ພຶດສະພາ ແລະ ວ່າງທິດທາງແຜນການ ປະຈໍາເດືອນ ມີຖຸນາ 2025 ແລະ ປຶກສາຫາລືວຽກງານພົ້ນເດັ່ນຕ່າງໆ ອີກຈໍານວນໜຶ່ງ.   ພາບ/ຂ່າວ: ແສງພອນ ອິນນະລົງ.