loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄາດຄະເນໝົດປີ GDP ຈະຂະຫຍາຍຕົວບັນລຸໄດ້ຕາມແຜນ 4.5%

​ພ.ຈ. 20, 2024 | SlideMobile, ຂ່າວເດັ່ນ

ອີງຕາມການລາຍງານຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກ່ຽວ ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2024 ແລະ ແຜນການປະຈຳປີ 2025 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ແຜນ ການລົງທຶນຂອງລັດ ປະຈຳປີ 2025, ແຜນຈັດສັນງົບປະມານໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ປະຈຳປີ 2025; ການດັດແກ້ງົບປະມານແຫ່ງລັດ ປະຈໍາປີ 2024 ໂດຍສະເພາະວຽກງານເສດຖະກິດ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍ ແລະ ມາດຕະການຕ່າງໆຕາມມະຕິກອງປະຊຸມສະພາແຫ່ງຊາດ ແລະ ແຜນວຽກຈຸດສຸມຂອງລັດຖະບານໃນປີ 2024 ທີ່ກຳນົດໄວ້ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມມະຕິເລກທີ 19/ກມສພ; ໂດຍລວມເຫັນວ່າການພັດທະນາຂະແໜງເສດຖະກິດ ມີທັງໝົດ 11 ຕົວຊີ້ວັດ ໃນນີ້, ມີ 10 ຕົວຊີ້ວັດ ຄາດວ່າຈະບັນລຸຕາມແຜນ ແລະ ມີ 1 ຕົວຊີ້ວັດ ຄາດວ່າຈະບໍ່ສາມາດບັນລຸແຜນ ຄື: ການຜະລິດເຂົ້າເປືອກ ໝົດປີຄາດວ່າຈະປະຕິບັດໄດ້ 3.64 ລ້ານໂຕນ ເທົ່າ ກັບ 94 % ຂອງແຜນການ (ມະຕິ 3.86 ລ້ານໂຕນ) ສາເຫດຍ້ອນໄດ້ຮັບຄວາມເສຍ ຫາຍຈາກໄພພິບັດທຳມະຊາດນໍ້າຖ້ວມທີ່ເກີດຂຶ້ນໃນຊ່ວງລະດູຝົນ ເຊິ່ງສັງລວມຫຍໍ້ຕາມຂະແໜງການເສດຖະກິດໄດ້ ດັ່ງນີ້:
1. ການຂະຫຍາຍຕົວທາງດ້ານເສດຖະກິດ
– ໃນໄລຍະເກືອບ 1 ປີຜ່ານມາ, GDP ຂະຫຍາຍຕົວສະເລ່ຍໃນລະດັບ 4.6% (ຕົວເລກສະຫຼຸບ 9 ເດືອນ) ເຊິ່ງຄາດຄະເນໝົດປີ ຈະສາມາດບັນລຸໄດ້ຕາມແຜນ (ສະພາແຫ່ງຊາດ ຮັບຮອງ 4.5%) ປັດໄຈຕົ້ນຕໍທີ່ເຮັດໃຫ້ຕົວເລກຂອງ GDP ເພີ່ມຂຶ້ນ ແມ່ນຂະແໜງບໍລິການ, ການຂົນສົ່ງ ແລະ ການຂາຍຍົກ-ຂາຍຍ່ອຍ ໃນນັ້ນ ເພີ່ມ ຂຶ້ນຫຼາຍກວ່າໝູ່ແມ່ນ ຈາກການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ການເປີດປີທ່ອງທ່ຽວລາວ ເຊິ່ງເຮັດໃຫ້ມີນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ເດີນທາງທ່ອງທ່ຽວ ສປປລາວ ລວມທັງໝົດຫຼາຍກວ່າ 5 ລ້ານເທື່ອຄົນ ສ້າງລາຍຮັບໝູນວຽນໄດ້ຫຼາຍກວ່າ 1 ພັນລ້ານໂດລາສະຫະລັດ ໂດຍສະເພາະນັກທ່ອງທ່ຽວພາຍໃນ ເຫັນວ່າບັນລຸໄດ້ເກີນແຜນຂອງປີ (127%); ນອກນັ້ນ, ຂະແໜງກະສິກຳ, ຂະແໜງອຸດສາຫະກຳປຸງແຕ່ງ ແລະ ກໍ່ສ້າງ ກໍມີການຂະຫຍາຍຕົວດີສົມຄວນ ອັນພົ້ນເດັ່ນ ແມ່ນການຜະລິດສະບຽງອາຫານ ຮອດປັດຈຸບັນ ສາມາດປະຕິບັດໄດ້ 3,185.10 ຕື້ກີບ ເທົ່າກັບ 74.66% ຂອງແຜນການປີ, ການຜະລິດແຮ່ທາດ ທັງຮູບ ແບບປົກກະຕິ ແລະ ທົດລອງ ປະຕິບັດໄດ້ 34 ພັນກວ່າຕື້ກີບ ເທົ່າກັບ 127.52% ຂອງແຜນການປີ.
– ມູນຄ່າການຄ້າຕ່າງປະເທດ ປະຕິບັດໄດ້ 13,798.33 ລ້ານໂດລາ ເທົ່າກັບ 86.19% ຂອງແຜນການປີ (16,010.09 ລ້ານໂດລາ) ໃນນັ້ນ, ມູນຄ່າການສົ່ງອອກ ປະຕິບັດໄດ້ 7,314.85 ລ້ານໂດລາ ເທົ່າກັບ 83.84% ຂອງແຜນການປີ (8,724.33 ລ້ານໂດລາ), ມູນຄ່າການນໍາເຂົ້າ ປະຕິບັດໄດ້ 6,483.48 ລ້ານໂດລາ ເທົ່າກັບ 88.99% ຂອງແຜນການປີ (7,285.76 ລ້ານໂດລາ) ອັນພົ້ນເດັ່ນແມ່ນການສົ່ງອອກຜະລິດຕະພັນກະສິກຳ ປະຕິບັດໄດ້ 1 ພັນກວ່າລ້ານໂດລາ ເທົ່າກັບ 86.94% ຂອງແຜນການປີ.
– ດ້ານການລົງທຶນ ໃນໄລຍະ 9 ເດືອນຜ່ານມາ ປະຕິບັດໄດ້ 69,110.57 ຕື້ກີບ ລື່ນແຜນ 22% ໃນນີ້: ການລົງທຶນຈາກງົບປະມານຂອງລັດ ປະຕິບັດໄດ້ 4,013.41 ຕື້ກີບ ເທົ່າກັບ 80% ຂອງແຜນການ ແລະ ການລົງທຶນຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 2.61 ຕື້ໂດລາ ເທົ່າກັບ 56,132.25 ຕື້ກີບ ຫຼື ເທົ່າກັບ 173% ຂອງແຜນການ.
2. ການປະຕິບັດແຜນງົບປະມານແຫ່ງລັດ
– ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕາມທິດບຸກທະລຸ ແລະ ເປັນເຈົ້າຕົນເອງສູງກວ່າເກົ່າ ໂດຍນໍາໃຊ້ຫຼາຍມາດຕະການຄວບຄູ່ກັນໄປເຊັ່ນ: ສຸມໃສ່ປັບປຸງນິຕິກຳທີ່ກ່ຽວຂ້ອງ ເພື່ອອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ ແລະ ການຫັນເປັນທັນສະໄໝ ທັງໄດ້ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າຕົນເອງຫຼາຍຂຶ້ນກວ່າເກົ່າ ເຊິ່ງສາມາດຈັດເກັບລາຍຮັບງົບປະມານໄດ້ 46,174 ຕື້ກີບ ເທົ່າກັບ 92% ຂອງແຜນການປີ (ແຜນການປີ 50,107 ຕື້ກີບ) ສະເພາະທ້ອງຖິ່ນ ປະຕິບັດໄດ້ 126% ຂອງແຜນການປີ ໃນນີ້ ທຸກແຂວງສາມາດປະຕິບັດລາຍຮັບໄດ້ເກີນແຜນ; ຄາດຄະ ເນໝົດປີ 2024 ລັດຖະບານຈະສາມາດຈັດເກັບລາຍຮັບທັງໝົດໄດ້ເກີນແຜນປະມານ 10% ຂອງແຜນການປີ ຕົກເປັນເງິນປະມານ 5 ພັນກວ່າຕື້ກີບ.
ສ່ວນດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 41,512 ຕື້ກີບ ເທົ່າກັບ 68% ຂອງແຜນການປີ; ລາຍຈ່າຍສ່ວນໃຫຍ່ ແມ່ນສຸມໃສ່ລາຍຈ່າຍບຸລິມະສິດຂອງລັດຖະບານ ເປັນຕົ້ນການເບີກຈ່າຍເງິນເດືອນ, ເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ ແລະ ຜູ້ເສຍອົງຄະ ລວມທັງການປະຕິບັດເງິນອຸດໜູນຕໍ່ຄູອາສາສະໝັກ; ໄດ້ຍົກລະດັບເງິນເດືອນຂັ້ນຕໍ່າຂອງພະນັກງານ-ລັດຖະກອນ ໃນປີ 2024 ໃຫ້ຢູ່ໃນລະດັບ 1,850,000 ກີບ/ຄົນ/ເດືອນ ແລະ ຄາດໝາຍໃນປີ 2025 ຈະພະຍາຍາມປັບເພີ່ມຂຶ້ນໃຫ້ໄດ້ຕໍ່າສຸດຢູ່ໃນລະດັບ 2,200,000 ກີບ/ຄົນ/ເດືອນ. ສໍາລັບການປະຕິບັດລາຍຈ່າຍໝົດປີ 2024 ຈະຄຸ້ມຄອງບໍ່ໃຫ້ເກີນເພດານແຜນທີ່ສະພາແຫ່ງຊາດຮັບຮອງ (ຖ້າບໍ່ນັບເງິນເກີນແຜນປີ 2023 ຜ່ານມາ ທີ່ຈະມາປະຕິບັດເພື່ອດັດແກ້ງົບປະມານປີ 2024).
ນອກຈາກລາຍຮັບທີ່ຄາດວ່າຈະເກີນແຜນ 10% ຂອງແຜນການ, ຍັງມີລາຍຮັບວິຊາການ ແລະ ກອງທຶນຈຳນວນໜຶ່ງ ທີ່ຫົວໜ່ວຍງົບປະມານສະເໜີດັດແກ້ຕື່ມ 941,45 ຕື້ກີບ ທີ່ມີຄວາມຈຳເປັນໃນການໃຊ້ຈ່າຍ ເພື່ອປະຕິບັດວຽກງານຈຸດສຸມທ້າຍປີ ທີ່ຈະໄດ້ສະເໜີດັດແກ້ຕາມມາດຕາ 59 ທີ່ກຳນົດໃນກົດໝາຍວ່າດ້ວຍງົບປະມານແຫ່ງລັດ.
– ໄດ້ສືບຕໍ່ແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການຕ່າງໆໃຫ້ໄດ້ຕາມສັນຍາ ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆໃນການລະດົມທຶນ ເປັນຕົ້ນແມ່ນການເກັບຄືນເງິນກູ້ຢືມຕໍ່, ການກູ້ຢືມ ແລະ ການອອກພັນທະບັດຜ່ານຕະຫຼາດຫຼັກຊັບລາວ; ນອກຈາກນັ້ນ, ຍັງໄດ້ນໍາໃຊ້ລາຍຮັບພາຍໃນຈໍານວນໜຶ່ງ ເພື່ອຊຳລະໜີ້ສິນໃຫ້ຕ່າງປະເທດ ທັນຕາມກຳນົດເວລາ ແລະ ສາມາດຮັບປະກັນບໍ່ໃຫ້ປະເທດເຮົາ ຕົກເປັນປະເທດທີ່ບໍ່ສາມາດຊຳລະໜີ້ສິນໄດ້. ສໍາລັບການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຮູບແບບອວ່າຍໜີ້ 3 ແຈ ບ້ວງ 8 ພັນຕື້ກີບ, ມາ ຮອດປັດຈຸບັນ ສາມາດປະຕິບັດໄດ້ 7,893 ຕື້ກີບ ເທົ່າກັບ 98.67% ຂອງແຜນການ.
– ການປະຕິຮູບລັດວິສາຫະກິດ: ເປັນໜ້າທີ່ການເມືອງຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ປັດຈຸບັນ ມີວິສາຫະກິດລັດລົງທຶນໃນຂອບເຂດທົ່ວປະເທດທັງໝົດ 171 ຫົວໜ່ວຍ ໃນນີ້, ຂັ້ນສູນກາງຄຸ້ມຄອງ 93 ຫົວໜ່ວຍ ແລະ ຂັ້ນທ້ອງຖິ່ນຄຸ້ມຄອງ 78 ຫົວໜ່ວຍ. ໄດ້ດໍາເນີນຂັ້ນຕອນການປະຕິຮູບ 32 ຫົວໜ່ວຍ ໃນນັ້ນ, ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 10 ຫົວໜ່ວຍ ເຊິ່ງໄດ້ຍຸບເລີກ 2 ຫົວໜ່ວຍຄື: ລັດວິສາຫະກິດຂົນສົ່ງນໍ້າມັນເຊື້ອໄຟລາວ ແລະ ບໍລິສັດ ວິສະວະກຳສ້ອມແປງເຮືອບິນ-LEACO ແລະ ໄດ້ສໍາເລັດການກຳນົດແຜນປະຕິຮູບ 3 ຫົວໜ່ວຍຄື: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ລັດວິສາຫະກິດການບິນລາວ ເຊິ່ງປັດຈຸບັນພວມຂຸ້ນຂ້ຽວປະຕິບັດຕາມແຜນປະຕິຮູບດັ່ງກ່າວ; ນອກຈາກນັ້ນ, ຍັງໄດ້ສ້າງຕັ້ງວິສາ ຫະກິດລັດລົງທຶນ (ວິສາຫະກິດທີ່ລັດຖືຮຸ້ນ) ຂຶ້ນຕື່ມ 11 ຫົວໜ່ວຍ.
3. ການຮັກສາສະຖຽນລະພາບດ້ານເງິນຕາ
ໄດ້ເພີ່ມທະວີການຄວບຄຸມອັດຕາເງິນເຟີ້ ດ້ວຍການປະຕິບັດນະໂຍບາຍເງິນຕາແບບຮັດກຸມຫຼາຍຂຶ້ນ, ດໍາເນີນນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ເພື່ອບໍ່ໃຫ້ອັດຕາແລກປ່ຽນຜັນຜວນແຮງ, ສືບຕໍ່ຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານ, ຄົ້ນຄວ້າສ້າງລະບົບຄວບຄຸມລາຄາສິນຄ້າ, ນໍາໃຊ້ນະໂຍບາຍທາງດ້ານການຄ້າ ເພື່ອຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ພາຫະນະທາງບົກທີ່ມີມູນຄ່ານັບແຕ່ 50 ພັນໂດລາຂຶ້ນໄປຄຽງຄູ່ກັບການເຂັ້ມງວດຕ້ານ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບ; ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ອັດຕາເງິນເຟີ້ຫຼຸດລົງຫຼາຍ, ສະເລ່ຍ 10 ເດືອນ ຢູ່ໃນລະດັບ 24.4% ເຊິ່ງໃນທ້າຍປີ 2024 ຄາດວ່າຈະບໍ່ເກີນ 20% (ອັດຕາເງິນເຟີ້ສະເລ່ຍປີ 2023 ແມ່ນ 31.23%) ສາມາດຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບຫຼາຍຂຶ້ນ ໃນນີ້:
– ສາມາດຄວບຄຸມປະລິມານເງິນ M2 ໂດຍສະເພາະອົງປະກອບປະລິມານເງິນທີ່ເປັນເງິນກີບ ໄດ້ໃນລະດັບແນ່ນອນພໍສົມຄວນ ດ້ວຍການນໍາໃຊ້ອັດຕາດອກເບ້ຍອ້າງອີງຂອງທະນາຄານ ແຫ່ງ ສປປລາວ, ການພິມຈຳໜ່າຍພັນທະບັດ ແລະ ລວມສູນບັນຊີຄັງເງິນຢູ່ທະນາຄານ ແຫ່ງ ສປປລາວ ເພື່ອຄຸ້ມຄອງສະພາບຄ່ອງເງິນຕາໃນລະບົບທະນາຄານ ໃຫ້ຢູ່ໃນລະດັບທີ່ເໝາະສົມ ເຮັດໃຫ້ M2 ຂະຫຍາຍຕົວຫຼຸດລົງມາຢູ່ໃນລະດັບ 22.13% ໃນເດືອນຕຸລາ ແລະ ຄາດວ່າຮອດທ້າຍປີນີ້ ຈະຫຍາຍຕົວບໍ່ເກີນ 25%.
– ໄດ້ປະຕິບັດມາດຕະການຕ່າງໆເພື່ອເພີ່ມຄັງສຳຮອງເງິນຕາຕ່າງປະເທດເຊັ່ນ: ໄດ້ມີມາດຕະການເຂັ້ມງວດຕໍ່ຜູ້ປະກອບການທີ່ສົ່ງອອກ ໃຫ້ນໍາລາຍຮັບເປັນເງິນຕາໂອນເຂົ້າມາ ສປປລາວ ແລະ ແລກປ່ຽນກັບທະນາຄານ; ພ້ອມກັນນັ້ນ, ກໍກຳນົດໃຫ້ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ລົງທຶນ ເປີດບັນຊີສະເພາະ ພ້ອມທັງຊຳລະສະສາງຜ່ານລະບົບທະນາຄານ. ຮອດປັດຈຸບັນ ໄດ້ລົງທະບຽນໃຫ້ບໍລິສັດນໍາເຂົ້າ-ສົ່ງອອກ 4,012 ຫົວໜ່ວຍ ໃນນັ້ນ, ມີບໍລິສັດນໍາເຂົ້າ 733 ຫົວໜ່ວຍ, ບໍລິສັດສົ່ງອອກ 528 ຫົວໜ່ວຍ, ບໍລິສັດນໍາເຂົ້າ-ສົ່ງອອກ 2,523 ຫົວ ໜ່ວຍ ແລະ ບໍລິການ 228 ຫົວໜ່ວຍ; ໄດ້ພັດທະນາລະບົບຊຳລະຂ້າມແດນ ເພື່ອເກັບລາຍຮັບແຮງງານ-ທ່ອງທ່ຽວ ເຮັດໃຫ້ລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານເຂົ້າມາປະເທດຫຼາຍຂຶ້ນ ບັນລຸໄດ້ 70.56% ແລະ ເຮັດໃຫ້ສາມາດຮັກສາລະດັບຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າ ໄດ້ໃນລະດັບ 4.29 ເດືອນ ທຽບໃສ່ຄາດໝາຍຂອງວາລະແຫ່ງຊາດ ແມ່ນປະຕິບັດໄດ້ລື່ນຄາດໝາຍ (ຄາດໝາຍວາລະແຫ່ງຊາດ ບໍ່ໃຫ້ຫຼຸດ 3 ເດືອນ); ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຢູ່ໃນລະດັບ 1.86% ເຊິ່ງຢູ່ໃນລະດັບທີ່ສະພາແຫ່ງຊາດຮັບຮອງ (ບໍ່ໃຫ້ເກີນ 3% ຂອງຍອດສິນເຊື່ອທັງໝົດ); ພ້ອມນີ້, ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດ ປະຕິບັດ 98.60% ຂອງ GDP ເຊິ່ງປະຕິບັດໄດ້ລື່ນຄາດໝາຍທີ່ສະພາແຫ່ງຊາດຮັບຮອງ (ຄາດໝາຍ ແມ່ນໃຫ້ໄດ້ 85% ຂອງ GDP). ສໍາລັບຍອດເຫຼືອສິນເຊື່ອຂອງຂະແໜງທະນາຄານ ປັດຈຸບັນປະຕິບັດ 64.18% ຂອງ GDP ຄາດວ່າໝົດປີຈະສາມາດບັນລຸໄດ້ຕາມແຜນທີ່ສະພາແຫ່ງຊາດຮັບຮອງ (65% ຂອງ GDP).
– ໄດ້ນໍາໃຊ້ 3 ມາດຕະການຕົ້ນຕໍໃນການຄວບຄຸມອັດຕາແລກປ່ຽນຄື: 1. ປັບ ປຸງກົນໄກການກຳນົດອັດຕາແລກປ່ຽນໃນແຕ່ລະໄລຍະ; 2. ສ້າງຕັ້ງຕະຫຼາດແລກປ່ຽນເງິນຕາແບບອີເລັກໂທຣນິກ (LFX) ດ້ວຍການຮ່ວມທຶນລະຫວ່າງ ທະນາຄານ ແຫ່ງ ສປປລາວ ກັບ ທະນາຄານທຸລະກິດ 11 ແຫ່ງ ເພື່ອຮັບໃຊ້ສັງຄົມ ແນໃສ່ການຈຳກັດ ແລະ ຕີຖອຍການແລກປ່ຽນນອກລະບົບທະນາຄານແບບຊະຊາຍ; 3. ໄດ້ເລີ່ມຄົ້ນຄວ້າປັບປຸງກົນໄກ ແລະ ລະບຽບການຄຸ້ມຄອງທະນາຄານຄໍາ, ຮ້ານຂາຍຄໍາ ແລະ ວັດຖຸມີຄ່າ ກໍຄືບັນດາຫົວໜ່ວຍເສດຖະກິດທີ່ກ່ຽວຂ້ອງ ເພື່ອປະກອບສ່ວນເຮັດໃຫ້ເສດຖະກິດ-ເງິນຕາ ມີຄວາມເຂັ້ມແຂງ. ຈາກການປະຕິບັດບັນດາມາດຕະການດັ່ງກ່າວມານັ້ນ ສາມາດເຮັດໃຫ້ການອ່ອນຄ່າຂອງເງິນກີບທຽບໂດລາສະຫະລັດ ສະເລ່ຍ 10 ເດືອນປີ 2024 ຫຼຸດລົງຈາກອັດຕາ 23.46% ໃນປີ 2023 ມາເປັນ 13%; ພ້ອມນີ້ ຍັງເຮັດໃຫ້ສ່ວນຕ່າງອັດຕາແລກປ່ຽນລະຫວ່າງທະນາຄານທຸລະກິດ ແລະ ຕະຫຼາດນອກລະບົບ ທີ່ຂະຫຍາຍກວ້າງອອກຫຼາຍກວ່າ 10 % ໃນໄຕມາດ 1-2 ໄດ້ຄ່ອຍໆຫຍັບໃກ້ເຂົ້າມາຢູ່ໃນລະດັບຕໍ່າກວ່າ 3% ນັບແຕ່ເດືອນ 9 ເປັນຕົ້ນມາ.
– ໄດ້ສຸມໃສ່ຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໃນນັ້ນ, ການປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ນັບແຕ່ເລີ່ມຈັດຕັ້ງປະຕິບັດໃນເດືອນ 11/2023 ມາຮອດປັດຈຸບັນ ໄດ້ອະນຸມັດ 44 ຫົວໜ່ວຍ ໃນນີ້, ຂະແໜງກະສິກຳ-ປ່າໄມ້ 15 ຫົວໜ່ວຍ, ຂະແໜງບໍລິການທ່ອງທ່ຽວ ແລະ ການຄ້າ 20 ຫົວໜ່ວຍ, ຂະແໜງອຸດສາຫະກຳ-ປຸງແຕ່ງ ແລະ ຫັດຖະກຳ 9 ຫົວໜ່ວຍ ລວມວົງເງິນກູ້ຢືມທັງໝົດ (ແຫຼ່ງທຶນຂອງທະນາຄານທຸລະກິດ) 4,532.50 ຕື້ກີບ; ສໍາລັບການປະຕິບັດນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໄດ້ອະນຸມັດວົງເງິນກູ້ຢືມໃຫ້ 419 ຫົວໜ່ວຍ ຢູ່ 18 ແຂວງທົ່ວປະເທດ ໃນນັ້ນ, ຂະແໜງກະສິກຳ-ປ່າໄມ້ 160 ຫົວໜ່ວຍ, ຂະແໜງອຸດສາຫະກຳປຸງແຕ່ງ 32 ຫົວໜ່ວຍ ແລະ ຂະແໜງບໍລິການ-ທ່ອງທ່ຽວ ແລະ ການຄ້າ 227 ຫົວໜ່ວຍ ລວມວົງເງິນກູ້ຢືມທັງໝົດ 756.73 ຕື້ກີບ ເຊິ່ງໄດ້ເບີກຖອນເງິນກູ້ຕົວຈິງແລ້ວ 587.59 ຕື້ກີບ ກວມເອົາ 77.65% ຂອງວົງເງິນທີ່ໄດ້ອະນຸມັດທັງໝົດ.
4. ການຮັກສາສະຖຽນລະພາບທາງດ້ານລາຄາສິນຄ້າ
ລາຄາສິນຄ້າ ໂດຍລວມມີສະຖຽນລະພາບທຽບກັບປີຜ່ານມາ ເນື່ອງຈາກສະຖຽນລະພາບຂອງອັດຕາແລກປ່ຽນ ຈຶ່ງເຮັດໃຫ້ຫຼຸດຜ່ອນຄວາມຜັນຜວນຂອງລາຄາສິນຄ້າໂດຍທົ່ວໄປໃນຕະຫຼາດ; ລາຄາສິນຄ້າໂດຍລວມໃນທ້ອງຕະຫຼາດ ແມ່ນມີການເໜັງຕີງ ແລະ ປັບຂຶ້ນ ຕາມການເໜັງຕີງຂອງອັດຕາແລກປ່ຽນ ໂດຍສະເພາະສິນຄ້າອຸປະໂພກ-ບໍລິໂພກ ທີ່ນໍາເຂົ້າຈາກຕ່າງປະເທດ ອັນເປັນຜົນເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ, ແຕ່ຍັງຢູ່ໃນລະດັບທີ່ຍັງສາມາດຄວບຄຸມໄດ້. ສໍາລັບລາຄາສິນຄ້ານໍ້າມັນເຊື້ອໄຟ ກໍມີທ່າອຽງດີຂຶ້ນ ເນື່ອງຈາກໄດ້ຮັບຜົນກະທົບໃນທາງບວກຈາກການແຂງຄ່າຂຶ້ນຂອງເງິນກີບ ສົມທົບໃສ່ລາຄານໍ້າມັນໃນຕະຫຼາດໂລກ ທີ່ມີທ່າອຽງຫຼຸດລົງ.
5. ການຜະລິດກະສິກຳເປັນສິນຄ້າ
– ໄດ້ຫັນເອົາແຜນວຽກຈຸດສຸມທີ 1 ຂອງວາລະແຫ່ງຊາດ ກ່ຽວກັບການຜະລິດເພື່ອທົດແທນການນໍາເຂົ້າ ແລະ ຜະລິດເປັນສິນຄ້າສົ່ງອອກ ມາເປັນແຜນວຽກຈຸດສຸມຂອງລັດຖະບານ ຕິດພັນກັບແຜນວຽກງານຈຸດສຸມຂອງຄະນະສະເພາະກິດ 19/ກມສພ ໃນນີ້, ໄດ້ແຕ່ງຕັ້ງຄະນະ 116/ນຍ ເພື່ອລົງເລິກຮັບຜິດຊອບຊຸກຍູ້ຕິດຕາມ, ກວດກາວຽກງານດັ່ງກ່າວ ຕິດພັນກັບການຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ (ສອຈ) ເຊິ່ງຄະນະດັ່ງກ່າວ ໄດ້ລົງສົມທົບກັບຂະແໜງການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເພື່ອເຜີຍແຜ່ທິດຊີ້ນໍາຂອງລັດຖະບານ ແລະ ນິຕິກຳຕ່າງໆ ເພື່ອເນັ້ນໜັກໃຫ້ເຂົ້າໃຈຈະແຈ້ງຕື່ມ ແລະ ໄດ້ລົງຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດຕົວຈິງ ຕິດພັນກັບການຊຸກຍູ້ການຜະລິດໃນຂະແໜງການຕ່າງໆຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ; ນອກຈາກນັ້ນ, ຍັງໄດ້ສຸມໃສ່ການຜະລິດເພື່ອຄໍ້າປະກັນສະບຽງອາຫານ ສາມາດປະຕິບັດໄດ້ 2.46 ລ້ານໂຕນ. ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ປະຕິບັດຄໍາສັ່ງ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າເຮັດໃຫ້ປ່າ ໄມ້ຖືກທຳລາຍໜ້ອຍລົງ ແລະ ໝອກຄວັນ (PM 2.5) ກໍຫຼຸດລົງ 50% ທຽບໃສ່ປີ 2023.
– ຄຽງຄູ່ກັບການສົ່ງເສີມການຜະລິດເປັນສິນຄ້າ, ກໍໄດ້ມີການໂຄສະນາປະຊາສໍາພັນຜະລິດຕະພັນລາວຢ່າງກວ້າງຂວາງເຊັ່ນ: ການອອກຂ່າວຜ່ານສື່ຕ່າງໆ, ຈັດງານວາງສະແດງສິນຄ້າພາຍໃນຢ່າງປົກກະຕິ, ລະດົມທຸລະກິດເຂົ້າຮ່ວມງານສະແດງ ແລະ ໂຄສະນາສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ; ພ້ອມນັ້ນ, ກໍໄດ້ເຈລະຈາກັບບັນດາຮ້ານຄ້າທັນສະໄໝ ໃນການນໍາເອົາສິນຄ້າລາວເຂົ້າໄປວາງຈໍາໜ່າຍ.
6. ການຄຸ້ມຄອງໂຄງການບໍ່ແຮ່
ຮອດປັດຈຸບັນ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ອະນຸມັດໂຄງການຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທັງໝົດ 1,007 ບໍລິສັດ, 1,205 ກິດຈະການ (ໃນນີ້ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແບບທົດລອງ 93 ບໍລິສັດ: ແຮ່ເຫຼັກ 37 ບໍລິສັດ, ຫີນມາໂບ 2 ບໍລິສັດ, ແຮ່ຄໍາ 10 ບໍລິສັດ, ແຮ່ຄໍາຕົກຂ້ອນ 31 ບໍລິສັດ ແລະ ແຮ່ຫາຍາກ 13 ບໍລິສັດ); ຈາກການປະເມີນບັນດາໂຄງການແຮ່ທາດສົກປີ 2023 ຈຶ່ງໄດ້ໂຈະການພິຈາລະນາໂຄງການໃໝ່ສໍາລັບແຮ່ທາດ (ປະເພດຄໍາຕົກຂ້ອນ, ແຮ່ຫາຍາກ ແລະ ໂລຫະທາດຈໍານວນໜຶ່ງ) ຕາມການຊີ້ນໍາຂອງກົມການເມືອງສູນກາງພັກ ແລະ ສະພາແຫ່ງຊາດ ເພື່ອສຸມໃສ່ດໍາເນີນການປະເມີນ, ກວດກາ ແລະ ດັດສົມບັນດາໂຄງການທີ່ໄດ້ອະນຸມັດຜ່ານມາ ໂຄງການໃດທີ່ມີຜົນການປະເມີນປະເພດ C+ ແລະ C ລັດຖະບານໄດ້ດໍາເນີນການຍົກເລີກ ແລະ ຖອນໂຄງການຄືນເປັນແຕ່ລະກໍລະນີໄປ. ພ້ອມນີ້, ກໍໄດ້ໂຈະຖາວອນການອະນຸມັດໂຄງການທົດລອງທາງດ້ານແຮ່ທາດ ແລະ ສືບຕໍ່ຫັນບັນດາໂຄງການທົດລອງທີ່ໄດ້ອະນຸມັດຜ່ານມາ ເຂົ້າສູ່ກົນໄກປົກກະຕິຕາມກົດໝາຍກ່ຽວຂ້ອງ; ພ້ອມກັນນັ້ນ, ກໍໄດ້ສຸມໃສ່ກວດກາໂຄງການແຮ່ຄໍາ ແລະ ປະຕິບັດມາດຕະການຕໍ່ໂຄງການທີ່ລະເມີດສັນຍາ, ການລາຍງານຂໍ້ມູນຜົນການຜະລິດບໍ່ຖືກກັບຄວາມເປັນຈິງ ໂດຍຈະມີມາດຕະການຄຸ້ມຄອງ ແລະ ກວດກາຢ່າງເຂັ້ມງວດກວ່າເກົ່າ.
7. ການແກ້ໄຂບັນຫາຍານພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ
ໄດ້ສຸມໃສ່ກວດກາພາຫະນະປະເພດລົດໃຫຍ່ທີ່ນໍາເຂົ້າບໍ່ຖືກຕ້ອງທີ່ນໍາໃຊ້ຢູ່ພາຍໃນປະເທດ, ຜ່ານການກວດກາສາມາດພົບເຫັນພາຫະນະຢູ່ 5 ແຂວງພາກເໜືອ 5,889 ຄັນ ເຊິ່ງລັດຖະບານໄດ້ແຕ່ງຕັ້ງຄະນະສະເພາະກິດຂັ້ນສູນກາງ (ຄະນະ 116/ນຍ) ລົງສົມທົບກັບບັນດາອົງການປົກຄອງທ້ອງຖິ່ນ ເພື່ອດໍາເນີນການກວດກາ, ແກ້ໄຂຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ໂດຍຈະສຸມໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ສໍາເລັດພາຍໃນປີນີ້ ເຊິ່ງຄາດຄະເນວ່າຈະສາມາດເກັບລາຍຮັບໄດ້ຈໍານວນບໍ່ໜ້ອຍ.
8. ການປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານຄົມມະນາຄົມ ແລະ ຂົນສົ່ງ
ໄດ້ສຸມໃສ່ຕິດຕາມ, ກວດກາການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານຕາມແລວທາງເຊື່ອມໂຍງ-ເຊື່ອມຈອດກັບປະເທດໃກ້ຄຽງ ເຊັ່ນ: ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ທາງດ່ວນ ວຽງຈັນ-ບໍ່ເຕັນ ຊ່ວງທີ່ຍັງບໍ່ທັນສໍາເລັດ, ທາງດ່ວນ ບໍ່ເຕັນ-ຫ້ວຍຊາຍ ແລະ ທາງດ່ວນ (ເອກະຊົນ) ແລະ ຍົກລະດັບເສັ້ນທາງທ່າແຂກ-ຊາຍ ແດນຫວຽດນາມ (ນາເພົ້າ-ຈໍຫຼໍ່) ພາຍໃຕ້ທຶນນີດາ (NEDA), ການກໍ່ສ້າງຂົວມິດຕະພາບ 5 (ປາກຊັນ-ບຶງການ) ພ້ອມທັງໄດ້ສຸມໃສ່ບູລະນະ ແລະ ສ້ອມແປງບັນດາເສັ້ນທາງທີ່ເປ່ເພ ເປັນຕົ້ນເສັ້ນທາງເລກທີ 13 ໃຕ້, ເສັ້ນທາງເລກທີ 12 ແລະ ເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວຈຳນວນໜຶ່ງ ໃຫ້ມີຄວາມສະດວກກວ່າເກົ່າ; ໄດ້ເອົາໃຈໃສ່ຕິດຕາມ, ຄຸ້ມຄອງ 3 ທ່າບົກທີ່ເປີດນໍາໃຊ້ແລ້ວຄື: ທ່າບົກສະຫວັນນະເຂດ, ທ່າບົກຈໍາປາສັກ ແລະ ທ່າບົກທ່ານາແລ້ງ ຕິດພັນກັບການປັບປຸງຍົກລະດັບການຄຸ້ມຄອງ ແລະ ບໍລິການຢູ່ດ່ານສາກົນຂົວມິດຕະພາບ-1, ການເຊື່ອມການຂົນສົ່ງລະຫວ່າງ ລາງ ສູ່ ລາງ (ລາວ-ຈີນ ກັບ ລາວ-ໄທ) ຢູ່ນະຄອນຫຼວງວຽງຈັນ ລວມທັງການບໍລິການ ແລະ ຮັກສາຄວາມປອດໄພຕາມເສັ້ນທາງລົດໄຟລາວ-ຈີນ ໃຫ້ດໍາເນີນຢ່າງມີປະສິດທິຜົນ. ໂດຍລວມເຫັນວ່າດ້ານໂຍທາທິການມີ 3 ຕົວຊີ້ວັດ ຄາດວ່າຈະບັນລຸໄດ້ຕາມແຜນທັງໝົດທີ່ກຳນົດໄວ້.
ສໍາລັບວຽກງານຈຸດສຸມດ້ານເສດຖະກິດປີ 2025 ລັດຖະບານຈະສຸມໃສ່ດັ່ງນີ້:
1. ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການທີ່ໄດ້ວາງອອກແລ້ວນັ້ນ ໃຫ້ປາກົດຜົນເປັນຈິງ ແລະ ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ ໂດຍມອບວຽກເປັນລາຍບຸກຄົນ ແລະ ກຳນົດຄາດໝາຍເວລາສໍາເລັດ ແລະ ເວລາລາຍງານຄືນໃຫ້ລະອຽດ.
2. ສືບຕໍ່ຍູ້ແຮງເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ (GDP ຂະຫຍາຍຕົວຢູ່ໃນລະດັບ 4.8%) ດ້ວຍການຊຸກຍູ້ສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ຊຸກຍູ້ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ເຂົ້າສູ່ລວງເລິກ ເຊັ່ນ: ຜະລິດປຸ໋ຍຊີວະພາບ, ຫົວອາຫານລ້ຽງສັດ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ ໄປຄຽງຄູ່ກັບການປັບປຸງໂຄງລ່າງພື້ນຖານ ແລະ ລະບົບການບໍລິການຂົນສົ່ງ ໃຫ້ມີຄວາມສະດວກ, ວ່ອງໄວ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ.
3. ສຸມໃສ່ຮັກສາສະຖຽນລະພາບທາງດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ ດ້ວຍການດໍາເນີນນະໂຍບາຍເງິນຕາແບບຮັດກຸມ ແລະ ນະໂຍບາຍອັດຕາແລກປ່ຽນຢ່າງມີປະສິດທິພາບ, ຄຸ້ມຄອງເງິນຕາຕ່າງປະເທດຈາກການລົງທຶນ, ການສົ່ງອອກ-ນໍາເຂົ້າສິນຄ້າຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ ຕິດພັນກັບສົ່ງເສີມການນໍາໃຊ້ເງິນກີບ ແລະ ການນໍາໃຊ້ສະກຸນເງິນທ້ອງຖິ່ນກັບປະເທດໃກ້ຄຽງ ເພື່ອຫຼຸດຜ່ອນຄວາມຕ້ອງ ການເງິນຕາຕ່າງປະເທດ, ສືບຕໍ່ປ່ອຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນໃຫ້ມີປະສິດທິຜົນສູງ.
4. ສຸມໃສ່ການຂຸດຄົ້ນແຫຼ່ງລາຍຮັບງົບປະມານແຫ່ງລັດໃຫ້ໄດ້ຕາມແຜນ ຫຼື ເກີນແຜນ ເປັນປີທີ 5 ຕິດຕໍ່ກັນ ແລະ ສູ້ຊົນໃຫ້ເປັນປີທຳອິດໃຫ້ມີລາຍຮັບເກີນດຸນຕາມຄາດໝາຍ ສອຈ ວາງອອກ ໂດຍລັດຖະບານຈະສຸມທຸກກໍາລັງແຮງເຂົ້າໃນການເກັບລາຍຮັບຕາມກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້, ເລັ່ງການຫັນເປັນທັນສະໄໝ ແລະ ຂະຫຍາຍຖານລາຍຮັບໃໝ່, ຈຳກັດການຍົກເວັ້ນພັນທະຕ່າງໆທີ່ບໍ່ເປັນການກະຕຸ້ນ ຫຼື ສົ່ງເສີມການລົງທຶນ; ລາຍຈ່າຍງົບປະມານ ແມ່ນໃຫ້ສຸມໃສ່ວຽກງານບຸລິມະສິດຂອງລັດຖະບານ ບົນຈິດໃຈປະຢັດມັດທະຍັດ, ນໍາໃຊ້ແຫຼ່ງລາຍຮັບພາຍໃນ ເພື່ອແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ພ້ອມທັງຫຼຸດຜ່ອນການກູ້ຢືມລົງຢ່າງຕັ້ງໜ້າ.
5. ສໍາລັບແຜນການລົງທຶນຂອງລັດປະຈຳປີ 2025, ແຜນຈັດສັນງົບປະມານໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ປະຈຳປີ 2025 ມີທຶນ 6,250 ຕື້ກີບ ເພີ່ມຂຶ້ນປະມານ 25% ທຽບໃສ່ແຜນປະຈໍາປີ 2024 (ປີ 2024 ມີ 5 ພັນຕື້ກີບ), ໃນນີ້: ບ້ວງລົງທຶນປົກກະຕິ 5,450 ຕື້ກີບ, ບ້ວງປະກອບທຶນ ແລະ ໜີ້ສ່ວນຫຼຸດ 800 ຕື້ກີບ ໄດ້ຈັດສັນໃຫ້ 2 ກຸ່ມແຜນງານໃຫຍ່ຄື: ກຸ່ມທີ 1 ຈັດສັນໃຫ້ບັນດາແຜນງານ/ໂຄງການບຸລິມະສິດຂອງລັດຖະບານ (9 ເປົ້າໝາຍບຸລິມະສິດ) ແລະ ກຸ່ມທີ 2 ຈັດສັນໃຫ້ບັນດາໂຄງການປົກກະຕິ ແລະ ໂຄງການເປົ້າໝາຍສະເພາະຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນຕ່າງໆ ເຊິ່ງກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ເຫັນດີຮັບຮອງທາງດ້ານຫຼັກການ.
6. ສືບຕໍ່ດັດສົມຈໍານວນບໍລິສັດນໍາເຂົ້າ-ສົ່ງອອກ, ຈຳກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດເອງໄດ້ ແລະ ຕີຖອຍການຄ້ານອກລະບົບ ຫັນໄປສູ່ການຂາຍຍົກ-ຂາຍຍ່ອຍ ເພື່ອຄຸ້ມຄອງການນໍາເຂົ້າສິນຄ້າໃຫ້ຫຼຸດໜ້ອຍຖອຍລົງ.
7. ສືບຕໍ່ປັບປຸງກົນໄກ, ລະບຽບການສົ່ງເສີມການລົງທຶນ ແລະ ການດໍາເນີນທຸລະກິດ ໃຫ້ມີຄວາມສະດວກ, ວ່ອງ ໄວ ເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ; ສຸມໃສ່ຕິດຕາມກວດກາບັນດາໂຄງການລົງທຶນທີ່ໄດ້ຮັບອະນຸມັດຜ່ານມາ, ໂຄງການໃດທີ່ບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ ກໍໃຫ້ເຊີນບໍລິ ສັດມາແຈ້ງເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງກຳນົດເວລາໃຫ້ບໍລິສັດໄປແກ້ ໄຂ, ຖ້າແກ້ໄຂບໍ່ໄດ້ ແມ່ນຈະໄດ້ກ້າວໄປສູ່ການຍົກເລີກ ຫຼື ແຈ້ງສິ້ນສຸດສັນຍາ ໂດຍສະເພາະໂຄງການກໍ່ສ້າງທາງດ່ວນ ແລະ ໂຄງການບໍ່ແຮ່.
8. ເລັ່ງຫັນໂຄງການທົດລອງແຮ່ທາດ ໄປສູ່ກົນໄກປົກກະຕິຕາມກົດໝາຍກຳ ນົດ; ພ້ອມກັນນັ້ນ, ຈະໄດ້ສຸມໃສ່ມາດຕະການຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ, ແຮ່ຫາຍາກ ແລະ ອື່ນໆ ທັງຈະໄດ້ຮີບຮ້ອນຄົ້ນຄວ້ານະໂຍບາຍຕົວຈິງຈຳນວນໜຶ່ງ ເພື່ອໃຫ້ມີການສ້າງໂຮງງານປຸງແຕ່ງແຮ່ສໍາເລັດຮູບຢູ່ລາວ.
9. ສຸມໃສ່ຍູ້ແຮງການສົ່ງເສີມການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ຫຼາຍ; ສືບຕໍ່ສົ່ງເສີມຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ແຂງແຮງກວ່າເກົ່າ ແລະ ສືບຕໍ່ປະຕິບັດປະຕິຮູບລັດວິສາຫະກິດໃຫຍ່ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.