ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະສະມາຊິກສະພາແຫ່ງຊາດ ທີ່ກຳນົດໃວ້ໃນກົດໝາຍວ່າດ້ວຍ ສະພາແຫ່ງຊາດ ສະບັບປັບປຸງ ປີ 2015 ແລະ ປະຕິບັດ ຕາມແຈ້ງການ ຂອງຄະນະເລຂາທິການ ສະພາແຫ່ງຊາດ ສະບັບ ເລກທີ 160/ຄລສ.ກກໝ, ລົງວັນທີ 25 ເມສາ 2023; ຄຳແນະນຳ ຂອງກຳມາທິການກົດໝາຍ ສະພາແຫ່ງຊາດ ສະບັບເລກທີ 123/ກກໝ, ລົງວັນທີ 21 ເມສາ 2023 ກ່ຽວກັບ ການຈັດຕັ້ງທາບທາມຄຳຫັນຕໍ່ ຮ່າງກົດໝາຍ ຈຳນວນ 11 ສະບັບ ທີ່ຈະນຳເຂົ້າພິຈາລະນາ, ຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດ IX ທີ່ຈະໄດ້ໄຂຂຶ້ນໃນ ກາງເດືອນ ມິຖຸນາ ຫາ ກາງເດືອນ ກໍລະກົດ 2023 ນີ້.

ໃນລະຫວ່າງ ວັນທີ 2-3 ພຶດສະພາ 2023 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດກອງປະຊຸມ ທາບທາມຄຳເຫັນໃສ່ ຮ່າງກົດໝາຍ ຈຳນວນ 11 ສະບັບ ຂຶ້ນ; ພາຍໃຕ້ການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ປະທານ ຄະນະ ສສຊ ປະຈຳເຂດເລືອກຕັ້ງ, ປະທານ ສະພາປະຊາຊົນ ແຂວງຫົວພັນ; ເຂົ້າຮ່ວມໂດຍ ທ່ານ ພຸດພັນ ແກ້ວວົງໄຊ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳວຽກງານຂົງເຂດກົດໝາຍ; ມີບັນດາທ່ານຄະນະປະຈຳ ສະພາປະຊາຊົນແຂວງ; ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ກຳມະການພັກແຂວງ, ຄະນະເລຂາທິການ ສະພາປະຊາຊົນແຂວງ , ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ແນວລາວສ້າງຊາດ, ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ບັນດາສາຂາທະນາຄານ ຕະຫລອດຮອດ ພະນັກງານ ສະພາປະຊາຊົນແຂວງ ທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການລາຍງານ ຕໍ່ກັບການສ້າງ ແລະ ປັບປຸງ ຮ່າງກົດໝາຍ ຈຳນວນ 11 ສະບັບ ຈາກພາກສ່ວນທີ່ກ່ຽວຂ້ອງ ຄື: ຮ່າງກົດໝາຍວ່າດ້ວຍ ການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່); ກົດໝາຍວ່າດ້ວຍ ການປົກຄອງ (ສ້າງໃໝ່); ກົດໝາຍວ່າດ້ວຍ ການຈັດຫາງານ(ສ້າງໃໝ່); ກົດໝາຍວ່າດ້ວຍ ອາກອນທີ່ດິນ (ສ້າງໃໝ່); ກົດໝາຍວ່າດ້ວຍ ວຽກງານສາທາລະນະສຸກ (ສ້າງໃໝ່); ກົດໝາຍວ່າດ້ວຍ ການພິມຈຳໜ່າຍ (ປັບປຸງ); ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ປັບປຸງ); ກົດໝາຍວ່າດ້ວຍ ທະນາຄານທຸລະກິດ (ປັບປຸງ); ກົດໝາຍວ່າດ້ວຍສານທະຫານ (ປັບປຸງ); ກົດໝາຍວ່າດ້ວຍ ສັດນ້ຳ ແລະ ການປະມົງ (ປັບປຸງ) ແລະ ກົດໝາຍວ່າດ້ວຍ ສັດປ່າ (ປັບປຸງ). ໃນການດຳເນີນກອງປະຊຸມ ປະທານກອງປະຊຸມ ໄດ້ມີຄຳເຫັນເຈາະຈີ້ມເພີ່ມຕື່ມບາງມາດຕາ ຂອງກົດໝາຍ ທີ່ເຫັນວ່າມີຄວາມສຳຄັນ ແລະ ຈຳເປັນ ຕິດພັນກັບຂະແໜງການໂດຍກົງ, ຈາກນັ້ນ, ຜູ້ແແທນກອງປະຊຸມໄດ້ພ້ອມກັນ ປະກອບຄຳຄິດ, ຄຳເຫັນ ໃສ່ບັນດາຮ່າງກົດໝາຍດັ່ງກ່າວ ເປັນຕົ້ນ: ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງ ແລະ ປັບປຸງກົດໝາຍ ລວມທັງໂຄງສ້າງ ຂອງກົດໝາຍສ້າງໃໝ່ ຢ່າງກົງໄປກົງມາ ໂດຍສະເພາະ ໄດ້ສຸມໃສ່ບາງໝວດ, ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ເໝາະສົມກັບສະພາບຄວາມເປັນຈິງ.

ຕອນທ້າຍ ປະທານກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນເອົາໃຈໃສ່ ສຸມສະຕິປັນຍາ, ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການ ຄົ້ນຄວ້າປະກອບຄຳຄິດ, ຄຳເຫັນ ໃສ່ເນື້ອໃນ ຮ່າງກົດໝາຍ ຈຳນວນ 11 ສະບັບ ຄັ້ງນີ້ ສຳເລັດຕາມແຜນການທີ່ວາງໄວ້, ພ້ອມນີ້ ປະທານກອງປະຊຸມຍັງໄດ້ມີຄຳເຫັນຊີ້ນຳໃຫ້ກອງເລຂາຂາກອງປະຊຸມ ນຳເອົາຄຳຄິດ, ຄິດເຫັນ ດັ່ງກ່າວ ນຳໄປຄົ້ນຄວ້າ-ສັງລວມ ເພື່ອເປັນຂໍ້ມູນລາຍງານໃຫ້ ກຳມາທິການກົດໝາຍ ຂອງສະພາແຫ່ງຊາດ ເພື່ອປັບປຸງ ຕາມຄຳຄິດເຫັນ ໃຫ້ມີເນື້ອໃນຄົບຖ້ວນ ສົມບູນ ແລະ ສ່ອດຄ່ອງກັບຊີວິດຕົວຈິງໃນສັງຄົມ ແລະ ນຳເຂົ້າພິຈາລະນາ ຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ lX ທີ່ຈະເປີດຂື້ນໃນມໍ່ໆນີ້ ແລະ ນຳໄປເຖິງການປະກາດໃຊ້ຢ່າງເປັນທາງການ.

ພາບ ແລະ ຂ່າວ ໂດຍ ນາງ ປຸ້ຍນິຕາ ເພັງມີໄຊ.