
ຕອນເຊົ້າຂອງວັນພຸດທີ 27 ເມສາ 2022 (ຢູ່ທີ່ຫ້ອງປະຊຸມ ສພຂ) ຄະນະເລຂາທິການ ສະພາປະຊາຊົນແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານ ປະຈໍາ 3 ເດືອນຕົ້ນປີ 2022, ໂດຍການເປັນປະທານຂອງທ່ານ ນາງ ວັນສີ ພວງມະໄລ ກຳມະການປະຈໍາ ສພຂ, ເລຂາທິການ ສພຂ, ເຂົ້າຮ່ວມກອງປະຊຸມມີຮອງເລຂາທິການ, ຫົວໜ້າ-ຮອງຫົວ ໜ້າຂະແໜງ ແລະ ພະນັກງານພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ. 








ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອເປັນການສະ ຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການ ສະພາປະຊາຊົນແຂວງອຸດົມໄຊ ໃນ 3 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 9 ເດືອນປີ 2022, ເຊິ່ງໃນໄລຍະ 3 ເດືອນຜ່ານມາ ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ໃນການນຳພາ ການຈັດຕັ້ງປະຕິບັດວຽກ ງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນຖານະເປັນເສນາທິການໃຫ້ແກ່ ຄະນະປະຈຳສະພາປະ ຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 04 ແລະ ສະມາຊິກສະພາປະຊາຊົນແຂວງ, ໄດ້ເຮັດສຳເລັດວຽກງານໃນຫລາຍດ້ານຕາມການມອບໝາຍ ແລະ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມລະບຽບການລວມຊີວິດປະຈໍາເດືອນ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີໂດຍພື້ນຖານ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ຂັ້ນເທິ່ງມອບ ໝາຍໃຫ້ ແລະ ເຮັດສຳເລັດຕາມແຜນການທີ່ວາງໄວ້.





ຈາກນັ້ນກອງປະຊຸມໄດ້ເປີດກ້ວາງ ໃຫ້ຜູ້ເຂົ້າຮ່ວມໄດ້ປະ ກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນ, ສົມບູນ, ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ພ້ອມກັນນັ້ນຍັງໄດ້ຖອດຖອນບົດຮຽນ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນຂະແໜງ ແລະ ບຸກຄົນທີ່ຖືກມອບໝາຍໃນການຈັດຕັ້ງປະຕິບັດວຽກງານ ໃຫ້ມີຄວາມຄອງຕົວ, ມີຄວາມຖືກຕ້ອງສອດຄ່ອງຕາມລະບຽບການ ແລະ ກົດໝາຍທີ່ກໍານົດໄວ້.

(
: ແສງພອນ ອິນນະລົງ).

