
ຕອນເຊົ້າ ເວລາ 8:00 ໂມງ ຂອງວັນທີ 6 ພະຈິກ 2024 ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນການເຄື່ອນໄຫວວຽກງານ ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດ ແລະ ຄະນະເລຂາທິການສະພາປະຊາຊົນແຂວງອຸດົມໄຊ ຂຶ້ນ ພາຍໃຕ້ການເປັນປະທານ ຂອງທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ, ມີ ທ່ານ ນາງ ວັນສີ ພວງມະໄລ ເລຂາທິການສະພາປະຊາຊົນແຂວງອຸດົມໄຊ, ມີບັນດາທ່ານຫົວໜ້າ/ຮອງຄະນະກົມກ່ຽວຂ້ອງ, ຄະນະເລຂາທິການສະພາປະຊາຊົນແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ ເຂົ້າຮ່ວມຢ່າງພ້ອມພຽງ;





ກອງປະຊຸມໄດ້ແລກປ່ຽນບັນດາເນື້ອໃນສໍາຄັນ ດັ່ງນີ້: ການສ້າງແຜນການ, ການສະຫຼຸບລາຍງານ, ການສ້າງນິຕິກໍາ, ການກະກຽມກອງປະຊຸມຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ-ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງ, ການເປັນເສນາທິການຮັບໃຊ້ການນໍາ, ການປະສານງານ, ການປັບປຸງກົງຈັກການຈັດຕັ້ງ-ການບັນຈຸຊັບຊ້ອນພະນັກງານ, ວຽກງານນະໂຍບາຍອຸດໜູນຕ່າງໆ, ວຽກງານກວດກາພັກ-ລັດ, ວຽກງານຄຸ້ມຄອງຫ້ອງການ, ວຽກງານບໍລິຫານ-ພິທີການຮັບໃຊ້ກອງປະຊຸມ, ການກໍ່ສ້າງພື້ນຖານໂຄ່ງລ່າງ, ການຄຸ້ມຄອງນໍາໃຊ້ງົບປະມານ ແລະ ວຽກງານສື່ມ່ວນຊົນ.


