ຄະນະເລຂາທິການສະພາແຫ່ງຊາດ ຕິດຕາມ, ເກັບກໍາຂໍ້ມູນວຽກງານຄະນະເລຂາທິການ ຢູ່ແຂວງຫລວງນ້ຳທາ

ພ.ພ. 6, 2025 | ເຂດ 3 ຫຼວງນ້ຳ​ທາ

ເພື່ອເຮັດໃຫ້ວຽກງານເລຂາທິການສະພາປະຊາຊົນແຂວງ ໃຫ້ມີຄຸນນະພາບຂຶ້ນກວ່າເກົ່າ ໃນຕອນເຊົ້າ ວັນທີ່ 6 ພືດສະພາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ດໍາເນີນກອງປະຊຸມຕິດຕາມຊຸກຍູ້ ແລະ ເກັບກໍາຂໍ້ມູນກຽ່ວກັບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າກົມ ຂອງຄະນະເລຂາທິການສະພາແຫ່ງຊາດ, ຮອງເລຂາທິການ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍ ພະນັກງານວິຊາການສະພາແຫ່ງຊາດ, ສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ

 ໃນວາລະດໍາເນີນປະຊຸມໄດ້ຮັບຟັງລາຍງານການເຄື່ອນໄຫວວຽກງານໂດຍຫຍໍ້ຂອງຄະນະເລຂາທິການສະພາປະຊາຊົນແຂວງໃນໄລຍະຜ່ານມາ ເປັນຕົ້ນ ບັນຫາພົ້ນເດັ່ນ, ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ທັງ 3 ຂະແໜງຂຶ້ນກັບຄະນະເລຂາທິການສະພາປະຊາຊົນແຂວງຄື; ຂະແໜງຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ, ຂະແໜງສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ພ້ອມດຽວກັນ ໄດ້ແລກປ່ຽນປະກອບຄໍາຄິດເຫັນຕໍ່ການຈັດຕັ້ງປະຕິບັດວຽກງານໃນຂົງເຂດຄະນະເລຂາທິການລະຫວ່າງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ຢ່າງມີຈຸດສຸມ ແລະ  ມີການສະເໜີບັນຫາທີ່ຍັງບໍ່ສອດຄ່ອງ ທັງນີ້ ເພື່ອຕີລາຄາຄືນບັນດາໜ້າວຽກເພື່ອກ້າວໄປເຖີງການປັບປຸງແກ້ໄຂໃນຕໍ່ໜ້າໃຫ້ມີຄຸນນະພາບ, ສອດຄ່ອງກັບສະພາບຕົວຈິງ,

ໂອກາດນີ້ ທ່ານ ສິງຄຳ ວົງພະຈັນ ຍັງໄດ້ມີຄຳເຫັນ ຕໍ່ການຈັດຕັ້ງປະຕິບັດວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບວຽກງານຄະນະເລຂາທິການ ເຫັນວ່າມີຜົນສໍາເລັດຫລາຍດ້ານ ພ້ອມທັງ ຮຽກຮ້ອງໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃນການເປັນເສນາທິການໃນທຸກໆ ດ້ານໃຫ້ການນໍາພາຍໃນສະພາປະຊາຊົນແຂວງ ໃຫ້ດີຂຶ້ນກວ່າເກົ່າ ແລະ ຈະນຳເອົາຄຳສະເໜີໄປຫາຂັ້ນເທີງຄົ້ນຄວ້າແກ້ໄຂໃຫ້ມີຄວາມຖຶກຕ້ອງສອດຄ່ອງຂຶ້ນເທື່ອລະກ້າວ.