ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ພົບປະແລກປ່ຽນບົດຮຽນ

ມ.ຖ. 8, 2024 | SlideMobile, ຂ່າວເດັ່ນ

(ສພຊ) ກອງປະຊຸມສໍາມະນາແລກປ່ຽນບົດຮຽນລະຫວ່າງຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຄັ້ງທີ XII ໄດ້ຈັດຂຶ້ນຢູ່ແຂວງອຸດົມໄຊ ໃນຕອນເຊົ້າຂອງວັນທີ 06ມີນາ 2024 ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ ປິ່ງຄຳ ລາຊະສິມມາ ກໍາມະການສູນກາງພັກ, ເລຂາທິການສະພາແຫ່ງຊາດ ແລະ ສະຫາຍ ບຸ່ຍ ວັນ ເກື່ອງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ເລຂາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໂດຍມີສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ,ສະຫາຍເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ, ບັນດາສະຫາຍຮອງເລຂາທິການ/ຮອງຫົວໜ້າຫ້ອງວ່າ ການສະພາແຫ່ງຊາດ ລາວ-ຫວຽດນາມ, ເລຂາ-ຮອງເລຂາທິການສະພາປະຊາຊົນຂັ້ນແຂວງໃນເຂດເລືອກຕັ້ງທົ່ວປະເທດ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານລັດຖະກອນຂອງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມຢ່າງຫຼວຫຼາຍ.

ໃນກອງປະຊຸມ, ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໆອຸດົມໄຊ ໄດ້ກ່າວຄຳເຫັນຕ້ອນຮັບ ແລະ ຊົມເຊີຍການຈັດຕັ້ງກອງປະຊຸມຄັ້ງນີ້ ແລະ ງສະພາບພົ້ນເດັ່ນຂອງແຂວງ ໃຫ້ບັນດາຜູ້ແທນທັງສອງຝ່າຍຊາບ.

ກອງປະຊຸມສຳມະນາຄັ້ງນີ້ ເປັນການປະກອບສ່ວນຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ກໍຄືສອງສະພາແຫ່ງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະລະຫວ່າງຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆ, ທັງເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກວ່າດ້ວຍການພົວພັນຮ່ວມມືຂອງສອຝ່າຍ ໃນໄລຍະປີ 2022-2024 ແລະ ທິດທາງແຜນການໄລຍະປີ 2024-2026; ເປັນໂອກາດດີເພື່ອແລກປ່ຽນບົດຮຽນຮ່ວມກັນໃນດ້ານການຫັນເປັນຫ້ອງສະໝຸດທັນສະໄໝ ແລະ ການລິເລີ່ມສ້າງຊ່ອງໂທລະພາບຂອງສະພາແຫ່ງຊາດລາວ. ໃນກອງປະ ຊຸມ ຍັງໄດ້ສຸມໃສ່ປະກອບຄຳເຫັນ ແລະ ປຶກສາຫາລືຮ່ວມກັນຢ່າງຈິງໃຈ, ກົງໄປກົງມາ ບົນຈິດໃຈຄວາມສາມັກຄີພິ ເສດ ລາວ-ຫວຽດນາມ.

ສະຫາຍ ນາງ ປິ່ງຄຳ ລາຊະສິມາ ໄດ້ມີຄຳເຫັນກ່າວເປີດກອງປະຊຸມໂດຍໄດ້ເນັ້ນໜັກວ່າ: ການພົບປະລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດລາວ-ຫວຽດນາມ ເປັນປະເພນີອັນດີງາມທີ່ສືບທອດມາຫຼາຍຊຸດຂອງສອງສະພາແຫ່ງຊາດ ເພື່ອສ້າງເງື່ອນໄຂໃຫ້ພະນັກງານ-ລັດຖະກອນຂອງສອງສະພາແຫ່ງຊາດ ກໍຄືສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ໄດ້ພົບປະ, ທຳຄວາມລຶ້ງເຄີຍ, ເສີມຂະຫຍາຍສາຍພົວພັນຮ່ວມມື, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນວຽກງານຂອງແຕ່ລະພາກສ່ວນ. ການພົບປະໃນຄັ້ງນີ້ ຍັງເປັນການຜັນຂະຫຍາຍຜົນການພົບປະ ແລະ ຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງຂອງສອງສະພາແຫ່ງຊາດ ສປປລາວ ແລະ ສສ.ຫວຽດນາມ, ເຊິ່ງສອງປະທານສະພາແຫ່ງຊາດ ລາວ-ຫວຽດນາມ ໄດ້ເຫັນດີນຳກັນໃນການລົງນາມສາຍພົວພັນຮ່ວມມືກ່ຽວກັບການສ້າງເງື່ອນໄຂໃຫ້ກົງຈັກເສນາທິການຂອງສະພາແຫ່ງຊາດລາວ-ຫວຽດນາມ ສືບຕໍ່ພົບປະແລກປ່ຽນບົດ ຮຽນນຳກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກເສນາທິການດ້ານຕ່າງໆ ແນໃສ່ເຮັດໃຫ້ການເປັນເສນາທິການ ນັບມື້ມີປະສິດທິພາບ-ປະສິດທິຜົນສູງຂຶ້ນ ທັງສ້າງເງື່ອນໄຂໃຫ້ແກ່ທັງສອງພາກສ່ວນເຄື່ອນໄຫວວຽກງານໃນເງື່ອນໄຂການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍຫັນໄປສູ່ທັນສະໄໝ, ກ້າວເຂົ້າສູ່ຄຸນນະພາບອັນໃໝ່ໆ ແລະ ນັບມື້ມີຫຼາກຫຼາຍສີສັນ. ພ້ອມກັນນັ້ນ, ເປັນການສ້າງເງ່ືອນໄຂໃຫ້ແກ່ການແລກປ່ຽນບົດຮຽນ, ປະສົບການ ໃນການເປັນເສ ນາທິການຮັບໃຊ້ວຽກງານຂອງສະພາແຫ່ງຊາດ.

ໃນກອງປະຊຸມຄັ້ງນີ້, ສະຫາຍ ບຸ່ຍ ວັນ ເກື່ອງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ເລຂາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດໄດ້ຕີລາຄາສູງການດຳເນີນກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້, ທົບທວນຄືນໝາກຜົນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມກຽມພ້ອມທີ່ຈະສະໜັບສະໜູນ ສປປລາວ ເວົ້າລວມ, ສະພາແຫ່ງຊາດລາວ ໃນການເປັນປະທານໄອປາ ຄັ້ງທີ 45 ໃນທ້າຍປີ 2024 ແລະ ໄດ້ຢືນຢັນຈະສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງໆຂຶ້ນ.

ໃນກອງປະຊຸມສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກວ່າ: ກອງປະ ຊຸມພົບປະ ແລະ ແລກປ່ຽບົດຮຽນລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດລາວ-ຫວຽດນາມ ເປັນກົນໄກທີ່ສໍາຄັນຂອງສອງສະພາແຫ່ງຊາດ ເຊິ່ງທຸກໆ 2 ປີ ທັງສອງຝ່າຍໄດ້ຜັດປ່ຽນກັນເປັນເຈົ້າພາບ, ເປັນການປະກອບສ່ວນເສີມຂະ ຫຍາຍສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ຄະນະປະຈໍາສະພາແຫ່ງຊາດລາວຕີລາຄາສູງຕໍ່ກອງປະຊຸມສຳມະນາແລກປ່ຽນບົດຮຽນໃນຄັ້ງນີ້ ເຊິ່ງສອງຝ່າຍໄດ້ຮ່ວມກັນຕີລາຄາຄືນຕໍ່ໝາກຜົນການປະສານສົມທົບ, ການພົວພັນຮ່ວມມືລະຫວ່າງຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໃນໄລຍະຜ່ານມາ ໃນການເປັນເສນາທິການຮອບດ້ານໃຫ້ແກ່ສະພາແຫ່ງຊາດ ກໍຄືຄະນະປະຈໍາສະພາແຫ່ງຊາດ ເປັນຕົ້ນການຕ້ອນຮັບ ແລະ ແລກປ່ຽນການຢ້ຽມຢາມ, ການຕິດຕາມກວດກາ, ການພົວພັນຮ່ວມມືໃນເວທີລັດຖະສະພາພາກພື້ນ ແລະ ສາກົນ, ການຈັດຕັ້ງກອງປະຊຸມສຳມະນາແລກປ່ຽນບົດຮຽນ, ການບໍລຸງສ້າງພະນັກງານ-ຍົກລະດັບພາສາຫວຽດ, ການສົ່ງພະນັກງານໄປເຝິກງານ, ວຽກງານຫໍສະໝຸດ, ວຽກງານຫໍມູນເຊື້ອຂອງສະພາແຫ່ງຊາດ, ວຽກງານບໍາລຸງກໍ່ສ້າງພະນັກງານດ້ານເຕັກນິກໃນຂົງເຂດຄຸ້ມຄອງ, ລະນະ, ສ້ອມແປງ ແລະ ນໍາໃຊ້ຫໍສະພາແຫ່ງຊາດ ໃຫ້ນັບມື້ນັບມີປະສິດທິຜົນ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສອງຫ້ອງວ່າການຂອງສອງສະພາແຫ່ງຊາດ ຈະສືບຕໍ່ປະສານສົມທົບ ແລະ ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ເພື່ອເຮັດຫຼ້ອນໜ້າທີການເມືອງຂອງຕົນ.

(ຂ່າວ-ພາບ: ນາງ ກຸກກິກ ບຸດດາໄຊ)