ຄະນະເລຂາທິການສະພາປະຊາຊົນແຂວງ ສະຫວັນນະເຂດ ຖະແຫຼງຂ່າວກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 04 ຂອງສະພາປະຊາຊົນແຂວງຊຸດທີ II

ມ.ກ. 13, 2023

ທີ່ຫ້ອງການສະພາປະຊາຊົນ ແຂວງສະຫວັນນະເຂດ, ໃນຕອນບ່າຍວັນ ທີ 12 ມັງກອນ 2023 ຄະນະເລ ຂາທິການຂອງສະພາປະຊາຊົນແຂວງ ໄດ້ຈັດໃຫ້ມີການ ຖະແຫຼງຂ່າວກ່ຽວກັບການດຳ ເນີນກອງປະຊຸມສະໄໝສາມັນ ເທື່ອທີ 04 ຂອງສະພາປະຊາຊົນແຂວງຊຸດທີ II ເຊິ່ງໃຫ້ກຽດ ຖະແຫຼງຂ່າວໃນຄັ້ງນີ້ ໂດຍທ່ານ ພູທອນ ພຸດທະຂັນຕິ ເລຂາທິການ ສະພາປະຊາຊົນແຂວງ ເຊິ່ງທ່ານ ໄດ້ຖະແຫຼງວ່າ: ກອງປະຊຸມສະ ໄໝສາມັນເທື່ອທີ 04 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ໄຂຂຶ້ນເປັນເວລາ 04 ວັນ ເລີ່ມແຕ່ ຕອນເຊົ້າວັນອັງຄານ ວັນທີ 24 ຫາວັນທີ 27 ມັງກອນ 2023 ທີ່ຫໍວັດ ທະນະທຳໄກສອນພົມວິຫານ ແຂວງສະຫວັນນະເຂດ, ໃນວາລະປະຊຸມ ຈະໄດ້ປຶກສາຫາລືວຽກງານສຳຄັນຕ່າງໆຄື:

  1. ວຽກອົງການປົກຄອງແຂວງ ເຊິ່ງຈະພິຈາລະນາ, ຮັບຮອງເອົາ ບົດ​ລາຍ​ງານທ່ານ​ເຈົ້າ​ແຂວງໆ​ສະຫວັນ​ນະ​ເຂດ ກ່ຽວ​ກັບ ສະພາບການຈັດຕັ້ງປະຕິບັດແຜນ​ພັດທະນາ​ເສດຖະກິດ​-ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດຂອງແຂວງ ປະຈຳປີ 2022 ແລະ ທິດທາງແຜນ​ການ ປະຈໍາປີ 2023; ຮັບຟັງການລາຍງານ ​ຈາກທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວ​ກັບ ການ​ຈັດຕັ້ງ​ປະຕິບັດແຜ​ນພັດທະນາ​ເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ທິດທາງແຜນ​ການ ປະຈໍາປີ 2023; ຮັບຟັງການ​ລາຍ​ງານ​ ຈາກຮັກສາການຫົວໜ້າພະແນກການເງິນແຂວງ ກ່ຽວ​ກັບ ການ​ຈັດຕັ້ງ​ປະຕິບັດ​ແຜນງົບປະມານແຫ່ງລັດ ປະຈຳປີ 2022, ທິດທາງແຜນ​ການ ປະຈໍາປີ 2023 ແລະ ການຄຸ້ມຄອງຊັບສິນລັດພາຍໃນແຂວງ.
  2. ວຽກອົງການກວດສອບ ປະຈໍາພາກກາງ ແລະ ອົງການກວດກາລັດແຂວງ ເຊິ່ງຈະໄດ້ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງອົງການກວດສອບ ປະຈໍາພາກກາງ ກ່ຽວກັບ ຜົນຂອງການກວດກາຄືນ ແລະ ການສະຫຼຸບງົບປະມານຂາດຕົວ ປະຈໍາປີ 2021, ບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງອົງການກວດກາລັດແຂວງ ກ່ຽວກັບ ການຕິດຕາມກວດກາ ແກ້ໄຂຜົນການກວດສອບ ປີ 2021, ບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023.
  3. ວຽກສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ເຊິ່ງຈະໄດ້ພິຈາລະນາ, ຮັບຮອງເອົານິຕິກໍາທີ່ສໍາຄັນ ຂອງອົງການປົກຄອງແຂວງ ຄື:

– ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງໆສະຫວັນນະເຂດ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອພໃນທົ່ວແຂວງສະຫວັນນະເຂດ ( ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ );

– ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງໆສະຫວັນນະເຂດ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອັກຄີໄພ ພາຍໃນແຂວງສະຫວັນນະເຂດ ( ກອງບັນຊາການ ປກສ ແຂວງ ).

  1. ວຽກອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ເຊິ່ງຈະໄດ້ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023;
  2. ວຽກສະພາປະຊາຊົນແຂວງ ຈະໄດ້ພິຈາລະນາ, ຮັບຮອງເອົາການລາຍງານ ຂອງສະພາປະຊາຊົນແຂວງ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ຮັບຟັງການປະກອບຄໍາເຫັນ ຈາກອົງການແນວລາວສ້າງຊາດແຂວງ ຕໍ່ກັບການປະຕິບັດໜ້າທີ່ຂອງສະພາປະຊາຊົນແຂວງ ຊຸດທີ II ໃນ 01 ປີ ຜ່ານມາ.
  3. ວຽກບຸກຄະລາກອນ ຈະໄດ້ພິຈາລະນາ, ຮັບຮອງເອົາບຸກຄະລາກອນຂອງອົງການປົກຄອງແຂວງ ຕື່ມອີກ.