ຕອນເຊົ້າວັນທີ 18 ຕຸລາ 2022 ນີ້ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ ຄະນະເລຂາທິການ ສະພາປະຊາຊົນແຂວງ ໄດ້ເຮັດວຽກຮ່ວມກັບທີມງານ ຄະນະເລຂາທິການ ສະພາແຫ່ງຊາດທີ່ມາຊຸກຍູ້ຕິດຕາມກວດກາວຽກງານ ຄະນະເລຂາທິການ ນຳໂດຍທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍ ຫົວໜ້າ, ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງ ຈາກສະພາແຫ່ງຊາດ.

ການມາເຄື່ອນໄຫວເຮັດວຽກຄັ້ງນີ້ເຊິ່ງ ທ່ານ ນາງ ພອນສີ ໄຊຍະບຸນ ຮອງເລຂາທິການສະພາປະຊາຊົນແຂວງ ຫົວພັນ ໄດ້ ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ່າງໆທີ່ຂຶ້ນກັບຄະນະເລຂາທິການ ເປັນຕົ້ນແມ່ນວຽກງານເລຂານຸການ – ການນໍາ, ວຽກຈັດຕັ້ງ – ພະນັກງານ, ວຽກງານກວດກາ, ວຽກງານຄຸ້ມຄອງຫ້ອງການ, ວຽກງານບໍລິຫານ – ພິທີການ, ວຽກງານການເງິນ ແລະ ວຽກງານສື່ມວນຊົນ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃຫ້ທີມງານ ຈາກສະພາແຫ່ງຊາດໄດ້ຮັບຊາບ ຈາກນັ້ນຜູ້ເເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນ ແລະ ສະເໜີ ຂໍ້ຫຍຸ້ງຍາກ ຂອງແຕ່ລະໜ້າວຽກ ຕໍ່ທີມງານເພື່ອພ້ອມກັນຊອກຫາທາງອອກ ແລະ ເປັນຂໍ້ມູນ ເພື່ອສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ມີທິດປັບປຸງແກ້ໄຂ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບສະພາບຂອງທ້ອງຖິ່ນໃນຕໍ່ໜ້າ.

ພາບ ແລະ ຂ່າວ: ສພຂ