(ສພຊ) – ຄະນະຮັບຜິດຊອບສ້າງປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ – ການຮ່ວມມືຮອບດ້ານ ແລະ ການພັດທະນາ” ຂອງສະພາແຫ່ງຊາດ ແຫ່ງ ສປປລາວ ນໍາໂດຍສະຫາຍ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາ, ປະທານກໍາມາທິການການຕ່າງປະເທດ ໄດ້ໄປເຄື່ອນໄຫວເຮັດວຽກ ແລະ ປຶກສາຫາລືເພື່ອເອກະພາບດ້ານເນື້ອໃນ ແລະ ເຕັກນິກຂອງປຶ້ມ 50 ປີ ໃນລະຫວ່າງວັນທີ 13-15 ສິງຫາ 2025 ຢູ່ ສສ.ຫວຽດນາມ.

ວັນທີ 14 ສິງຫາ, ສະຫາຍ ສັນຍາ ປຣະເສີດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ. ສອງຝ່າຍປຶກສາຫາລືກ່ຽວກັບເນື້ອໃນ ແລະ ດ້ານເຕັກນິກຂອງປຶ້ມ 50 ປີ ເພື່ອຄວາມເອກະພາບໃນຄັ້ງສຸດທ້າຍກ່ອນຈະນຳພິມອອກເຜີຍແຜ່ສູ່ສົງຄົມຂອງສອງປະເທດ; ພ້ອມທັງໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ, ຕີລາຄາຄືນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດລາວ-ຫວຽດນາມ ທີ່ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ສະຫາຍປະທານກໍາມາທິການການຕ່າງປະເທດ ໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການຮ່ວມມືໃນການສ້າງປຶ້ມ 50 ປີ ກັບຄະນະຊ່ຽວຊານສະພາແຫ່ງຊາດຫວຽດນາມ ເຊິ່ງມີການພົວພັນປະສານງານກັນຢ່າງສະໜິດແໜ້ນ ໃນການຄົ້ນຄວ້າ, ຮຽບຮຽງ, ກວດແກ້ຂໍ້ມູນ, ປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນປຶ້ມດັ່ງກ່າວ ຄົບຖ້ວນສົມບູນ ໃສ່ແຕ່ລະພາກ ນັບແຕ່ສະບັບທີ I ຈົນຮອດສະບັບປັບປຸງເທື່ອທີ V ເຊິ່ງເປັນສະບັບຫຼ້າສຸດ ແລະ ເປັນສະບັບທີ່ມີຄວາມເອກະພາບກັນໃນລະດັບສູງ ເຊິ່ງຜົນງານດັ່ງກ່າວ ແມ່ນຍ້ອນຄວາມເອົາໃຈໃສ່ເປັນຫ່ວງເປັນໄຍ ແລະ ຊີ້ນໍາຢ່າງໃກ້ຊິດຕິດແທດ ຂອງການນໍາຂັ້ນສູງຂອງສະພາແຫ່ງຊາດລາວ ແລະ ຫວຽດນາມ. ພ້ອມດຽວກັນນີ້, ສະຫາຍ ຫງວຽນ ຄັກ ດິ້ງ ໄດ້ຕີລາຄາສູງຕໍ່ການສ້າງປຶ້ມປະຫວັດສາດດັ່ງກ່າວ ເຊິ່ງຈະເປັນເອກະສານທາງການທີ່ສໍາຄັນໃຫ້ແກ່ພະນັກງານ-ລັດຖະກອນ, ປັນຍາຊົນ, ຄົນຮຸ່ນໜຸ່ມ ແລະ ອື່ນໆ ໄດ້ສຶກສາຄົ້ນຄວ້າ, ສືບທອດ ແລະ ປົກປັກຮັກສາໄວ້ ທັງເປັນການປະກອບສ່ວນສືບຕໍ່ຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ກໍຄືສອງອົງການນິຕິບັນຍັດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນວັນດຽວກັນ, ຄະນະຜູ້ແທນຂອງສະພາແຫ່ງຊາດລາວ ໄດ້ເຮັດວຽກກັບສະຫາຍ ຫວູ ຫ້າຍ ຮ່າ ກຳມະການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາປຶ້ມ 50 ປີ ຂອງສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ, ສະໜິດສະໜົມຖານສະຫາຍອ້າຍນ້ອງ. ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືເພື່ອຄວາມເປັນເອກະພາບຂັ້ນສຸດທ້າຍທາງດ້ານເນື້ອໃນ ແລະ ດ້ານເຕັກນິກຂອງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ – ການຮ່ວມມືຮອບດ້ານ ແລະ ການພັດທະນາ ເຊິ່ງໄດ້ມີຄວາມເປັນເອກະພາບກັນເກືອບທັງໝົດ ເປັນຕົ້ນແມ່ນດ້ານເນື້ອໃນ, ລາຍລະອຽດທາງດ້ານເຕັກນິກຂອງປຶ້ມທັງສາມພາກ, ແບບໜ້າປົກຂອງປຶ້ມ, ຄັດເລືອກຮູບການນໍາຂອງສອງປະເທດ ກໍຄືສອງປະທານສະພາແຫ່ງຊາດ, ບົດຄໍາເຫັນຂອງສອງປະທານສະພາແຫ່ງຊາດ ລາວ-ຫວຽດນາມ ແລະ ລາຍຊື່ຄະນະຮັບຜິດຊອບສ້າງປຶ້ມ; ພ້ອມນີ້, ຄະນະຊ່ຽວຊານທັງສອງຝ່າຍ ກໍໄດ້ກໍານົດທິດທາງການເຮັດວຽກນໍາກັນ ຈັດພິມໃຫ້ສໍາເລັດກ່ອນເດືອນກັນຍາ ເພື່ອໂຄສະນາ ແລະ ສະເຫຼີມສະຫຼອງໃນເດືອນກັນຍານີ້.
ວັນທີ 15 ສິງຫາ, ຄະນະຜູ້ແທນຂອງສະພາແຫ່ງຊາດລາວ ໄດ້ໄປຢ້ຽມຊົມຫໍພິພິທະພັນປະຫວັດສາດທະຫານ ແລະ ຢ້ຽມຢາມພື້ນຖານດ້ານເສດຖະກິດ ແລະ ວັດທະນະທໍາຈໍານວນໜຶ່ງ ຢູ່ນະຄອນຫຼວງຮ່າໂນ້ຍ.
