(ສພຊ) – ຄະນະຮັບຜິດຊອບສ້າງປຶ້ມ 50 ປີ ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດ ນາມ ນໍາໂດຍສະຫາຍ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ, ຮອງຫົວໜ້າຄະນະຊີ້ນໍາຮັບຜິດ ຊອບສ້າງປຶ້ມ 50 ປີ ພ້ອມດ້ວຍຄະນະ ໄດ້ສຳເລັດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ໃນລະ ຫວ່າງວັນທີ 22-26 ເມສາ 2025.
ວັນທີ 23 ເມສາ, ສະຫາຍ ສັນຍາ ປຣະເສີດ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກ ແລະ ປຶກສາຫາລື ກັບສະຫາຍ ຫວູ ຫ້າຍ ຫ່າ (Vũ Hải Hà) ກຳມະການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາປຶ້ມ 50 ປີ ຂອງສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ, ສະໜິດສະໜົມຖານສະຫາຍອ້າຍນ້ອງ. ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືກ່ຽວກັບການສ້າງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ – ການຮ່ວມມືຮອບດ້ານ ແລະ ການພັດທະນາ; ທັງສອງຝ່າຍໄດ້ມີຄວາມເປັນເອກະພາບກັນໂດຍພື້ນຖານ ເປັນຕົ້ນແມ່ນດ້ານເນື້ອໃນ ແລະ ດ້ານເຕັກ ນິກ ເຊິ່ງປຶ້ມ 50 ປີ ປະກອບມີຢູ່ 3 ພາກຄື: ພາກທີ 1 ພື້ນຖານການສ້າງ ແລະ ເສີມຂະຫຍາຍສາຍພົວພັນລະຫວ່າງ ສະ ພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ, ພາກທີ 2 ຂະບວນວິວັດແຫ່ງການເສີມຂະຫຍາຍສາຍພົວພັນພິເສດ ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ, ພາກທີ 3 ຜົນສຳເລັດ, ຈຸດພິເສດ, ບົດຮຽນ ແລະ ວິທີການຊຸກຍຸ້ ໃນການເສີມຂະຫຍາຍສາຍພົວພັນພິເສດລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ. ພ້ອມດຽວກັນນັ້ນ, ໄດ້ຮ່ວມປຶກສາກັນອອກແບບໜ້າປົກຂອງປຶ້ມ, ຄັດເລືອກເອົາຮູບພາບປະກອບ ແລະ ກໍານົດຈຸດ ທີ່ຈະປະກອບຮູບພາບເຂົ້າ ໃຫ້ສອດຄ່ອງ ແລະ ເໝາະສົມກັບເນື້ອໃນຢູ່ທັງ 3 ພາກ, ບົດຄໍາເຫັນຂອງສອງປະທານສະ ພາແຫ່ງຊາດ ລາວ-ຫວຽດນາມ ແລະ ການກໍານົດລາຍຊື່ຄະນະຮັບຜິດຊອບໃນການສ້າງປຶ້ມ; ພ້ອມນີ້, ຄະນະຊ່ຽວຊານທັງສອງຝ່າຍ ກໍໄດ້ສືບຕໍ່ປຶກສາຫາລືການກໍານົດທິດທາງແຜນການເຮັດວຽກຮ່ວມກັນກັນ ເພື່ອໃຫ້ປຶ້ມດັ່ງກ່າວສໍາເລັດເປັນສະບັບທໍາອິດທີ່ຄົບຖ້ວນພາຍໃນເດືອນພຶດສະພານີ້ ຫຼັງຈາກທັງສອງຝ່າຍເຫັນດີເພື່ອຈັດພິມ ແລະ ຈັດພິທີເປີດນໍາໃຊ້ປຶ້ມດັ່ງກ່າວໃນເດືອນກັນຍາ 2025 ເພື່ອສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ແລະ ຄົບຮອບ 80 ປີ ແຫ່ງການສ້າງຕັ້ງສະພາແຫ່ງຊາດຫວຽດນາມ.
ໃນຕອນແລງຂອງວັນດຽວກັນ, ສະຫາຍ ສັນຍາ ປຣະເສີດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ຫງວຽນ ຄັກ ດິ້ງ (Nguyễn Khắc Định) ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ. ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ; ຕີລາຄາສຸງສາຍພົວພັນມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ທີ່ນັບມື້ແຕກດອກອອກຜົນຍິ່ງຂຶ້ນ. ສະຫາຍ ຫງວຽນ ຄັກ ດິ້ງ ໄດ້ຕີລາຄາສູງຕໍ່ກັບການມາເຮັດວຽກຂອງຄະນະຜຸ້ແທນຢູ່ ສສ.ຫວຽດນາມ ໃນຄັ້ງນີ້; ການສ້າງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ – ການຮ່ວມມືຮອບດ້ານ ແລະ ການພັດທະນາ ເຊິິ່ງເປັນປຶ້ມປະຫວັດສາດ, ເປັນເອກະສານສໍາຄັນໃຫ້ແກ່ພະນັກງານ-ລັດຖະກອນ, ປັນຍາຊົນ, ຄົນຮຸ່ນໜຸ່ມ ແລະ ຜຸ້ທີ່ສົນໃຈ ໄດ້ສຶກສາຄົ້ນຄວ້າ. ພ້ອມນີ້, ຍັງໄດ້ໃຫ້ທິດຊີ້ນໍາໃນການພົວພັນຮ່ວມມືໃນຕໍ່ໜ້າລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ເປັນຕົ້ນແມ່ນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຈົນຮອດວິຊາການ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ ຕິດພັນກັບການຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນດ້ານວິຊາການໃນຫົວຂໍ້ຕ່າງໆ; ຮ່ວມກັນຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຊ່ວຍເຫຼືອ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນໃນການເຄື່ອນໄຫວວຽກງານໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເຊັ່ນ: ເວທີສະມັດຊາລັດຖະສະພາສາກົນ (IPU), ເວທີປຶກສາຫາລືລັດ ຖະສະພາອາຊີ-ປາຊີຟິກ (APPF), ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ແລະ ອື່ນໆ.
ວັນທີ 24-26 ເມສາ, ຄະນະຮັບຜິດຊອບການສ້າງປຶ້ມ 50 ປີ ຂອງສະພາແຫ່ງຊາດລາວ ໄດ້ເດີນທາງໄປຢ້ຽມຢາມເມືອງສະປາ ແຂວງລາວກາຍ ໂດຍໄດ້ເຂົ້າຢ້ຽມພົບປະສະຫາຍ ຫວູ ວັນ ກ່າຍ ກໍາມະການຄະນະປະຈໍາພັກແຂວງ, ຮອງປະທານ ຜູ້ປະຈໍາການສະພາປະຊາຊົນແຂວງລາວກາຍ ເຊິ່ງໄດ້ຮັບຟັງການລາຍງານການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍສັງເຂບ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຈໍານວນໜຶ່ງຂອງແຂວງອີກດ້ວຍ.