loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແລະ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກເມືອງນອງ ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດ

ກ.ຍ. 6, 2024 | ເຂດ 13 ສະ​ຫວັນນະເຂດ

     ໃນລະຫວ່າງວັນທີ 03 ຫາ 04 ກັນຍາ 2024 ທີ່ຜ່ານມານີ້ ຄະນະສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 07 ຂອງພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຊຸດທີ II ເຊິ່ງການລົງເຄື່ອນໄຫວໃນຄັ້ງນີ້ນໍາພາໂດຍທ່ານ ວໍລະສິດ ສີວົງດາວ ຮອງປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13, ຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງນອງ ພ້ອມດ້ວຍທ່ານເຈົ້າເມືອງ ແລະ ຄະນະນໍາຂອງເມືອງພ້ອມຄະນະ ໄດ້ລົງເຄື່ອນໄຫວພົົບປະ, ຢ້ຽມຢາມ ໂອ້ລົມ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 07 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II, ປະກອບມີ 03 ຈຸດ ທີ່ສະໂມສອນເມືອງ, ເຂດບ້ານຕະຍົງ ແລະ ເຂດຕໍາຫຼວງ ບ້ານນາກອງ ມີຜູ້ເຂົ້າຮ່ວມທັງໝົດ 123/95 ຄົນ, ຈຸດປະສົງຂອງການລົງເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນແຂວງ ກໍ່ເພື່ອຢ້ຽມຢາມຖາມຂ່າວ ຕິດພັນການນໍາເອົາບາງເນື້ອໃນສໍາຄັນຂອງຜົນສຳເລັດກອງປະຊຸມສະໄໝສາມັນມັນເທື່ອທີ 07 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ໄດ້ພິຈາລະນາ ຮັບຮອງ ເອົາບັນຫາສໍາຄັນຂອງຊາດ ແລະ ຂອງທ້ອງຖິ່ນ ເຜີຍແຜ່ໃຫ້ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຊື່ອມຊຶມຢ່າງເລິກເຊິ່ງ.
 
ໂອກາດທີ່ໄດ້ລົງເຄື່ອນໄຫວໃນຄັ້ງນີ້ກໍ່ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຈາກຕາງໜ້າການນໍາຂອງເມືອງ ແລະ ອົງການປົກຄອງຂອງ 2 ເຂດບ້ານ ເຊິ່ງສາມາດເຫັນໄດ້ຜົນສໍາເລັດດ້ານດີ ແລະ ຂໍ້ຄົ້ງຄ້າງບາງດ້ານທີ່ອົງການປົກຄອງທ້ອງຖິ່ນ ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ, ຕໍ່ຈາກນັ້ນ ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ມີຄໍາຄິດຄໍາເຫັນ, ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີອົງການປົກຄອງທ້ອງຖິ່ນຍາດໄດ້ ພ້ອມທັງໄດ້ຮຽກຮ້ອງໃຫ້ປະຊາຊົນຈົ້ງພ້ອມກັນຮັກສາມູນເຊື້ອ, ຄວາມສາມັກຄີຮັກແພງ, ມີນໍ້າໃຈຮັກຊາດ ແລະ ມີສ່ວນຮ່ວມໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ການລົງເຄື່ອນໄຫວຄັ້ງນີ້ ສສຊ ແລະ ສສຂ ຍັງໄດ້ມອບອຸປະກອນການຮຽນ-ການສອນ ຈໍານວນໜຶ່ງໃຫ້ 2 ເຂດບ້ານດັ່ງກ່າວ ຈໍານວນໜຶ່ງ ລວມມູນຄ່າ 2.250.000 ກີບ