
ເພື່ອເປັນການສ້າງຂະບວນການ ແລະ ຜົນງານຄຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງແຂວງ ແລະ ກອງປະຊຸມສະພາປະຊາຊົນແຂວງ ທີ່ຈະໄຂຂຶ້ນໃນໄວໆນີ້, ໃນວັນທີ 19 ມິຖຸນາ 2025, ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ປະສານສົມທົບກັບ ກຳມາທິການເສດຖະກິດ, ແຜນການ ແລະ ການເງິນ ຂອງສະພາປະຊາຊົນແຂວງ ແລະ ຫ້ອງການກະສິກຳ-ປ່າໄມ້ເມືອງໄຊ ລົງເຄື່ອນໄຫວຊຸກຍູ້ສົ່ງເສີມການຜະລິດ, ໂດຍສະເພາະແມ່ນການລ້ຽງສັດ ຢູ່ພາຍໃນເມືອງໄຊ.

ການເຄື່ອນໄຫວຄັ້ງນີ້ ແມ່ນໜຶ່ງໃນພາລະບົດບາດຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ໃນນາມເປັນອະນຸກຳມະການຂະບວນການສຶກສາອົບຮົມການເມືອງແນວຄິດ, ເຊິ່ງມີໜ້າທີ່ຮັບຜິດຊອບໃນການຊຸກຍູ້ສົ່ງເສີມການຜະລິດ ເພື່ອຄ້ຳປະກັນສະບຽງອາຫານໃຫ້ມີຄວາມໝັ້ນຄົງ, ທັງຜະລິດເປັນສິນຄ້າເພື່ອສົ່ງອອກ ແລະ ທົດແທນການນຳເຂົ້າ.


ຄະນະທີ່ລົງເຄື່ອນໄຫວປະກອບມີ: ທ່ານ ສີພອນ ອິນຕະວົງ, ຮອງປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫຼາ; ທ່ານ ສີວິໄສ ບຸນສະຫວັດ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ; ມີຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊ ພ້ອມດ້ວຍຫົວໜ້າຂະແໜງລ້ຽງສັດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນການລົງພື້ນທີ່ຄັ້ງນີ້, ຄະນະທີມງານໄດ້ເຂົ້າຢ້ຽມຢາມ 2 ແຫ່ງ ຄື:
• ຟາມລ້ຽງໝູ “ສອນນິພົນຟາມ” ທີ່ບ້ານຫ້ວຍຊາງເໜືອ ເພື່ອຮັບຟັງການລາຍງານສະພາບການດຳເນີນກິດຈະການ, ໃຫ້ກຳລັງໃຈ ແລະ ຄຳແນະນຳດ້ານວິຊາການ ເພື່ອຂະຫຍາຍການຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.
• ໂຄງການກໍ່ສ້າງຟາມໄກ່ພັນໄຂ່ ທີ່ບ້ານກັດ ເພື່ອຕິດຕາມຄວາມຄືບໜ້າຂອງການກໍ່ສ້າງ ແລະ ຊຸກຍູ້ໃຫ້ໂຄງການສຳເລັດຕາມແຜນການ ເພື່ອປະກອບສ່ວນໃນການສະໜອງໄຂ່ໄກ່ໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ.
ການລົງຊຸກຍູ້ສົ່ງເສີມຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພາກສ່ວນທີ່ກ່ຽວຂ້ອງ ໃນການພັດທະນາການຜະລິດກະສິກຳໃຫ້ກາຍເປັນສິນຄ້າ, ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ທັງສອງລະດັບຂອງແຂວງທີ່ຈະມາເຖິງ.
ຂ່າວ: ສະພາປະຊາຊົນແຂວງ.