(ສພຊ) – ວັນທີ 23 ກໍລະກົດຜ່ານມາ ທີ່ສະພາແຫ່ງຊາດ, ທ່ານ ສັນຍາ ປຣະເສີດ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການການຕ່າງປະເທດ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ເບລາຣຸດຊີ ໄດ້ພົບປະກັບທ່ານ ເຊັຟຊ໋ອຟ ເດິມິດທີ ຮອງປະທານຄະນະກຳມະການສາທາລະນະສຸກ, ວັດທະນະທຳ, ຄອບຄົວ ແລະ ຊາວໜຸ່ມ, ປະທານຄະນະມິດຕະພາບລັດຖະສະພາ ເບລາຣຸດຊີ-ລາວ ສະພາຜູ້ແທນປະຊາຊົນ ຂອງສະພາແຫ່ງຊາດ ແຫ່ງ ສ.ເບລາຣຸດຊີ ຜ່ານລະບົບວິດີໂອແບບທາງໄກ ເຊິ່ງເປັນຄັ້ງທຳອິດທີ່ສອງປະທານຄະນະມິດຕະພາບລັດຖະສະພາ ລາວ-ເບລາຣຸດຊີ-ລາວ ໄດ້ພົບປະກັນນັບແຕ່ໄດ້ຮັບການສ້າງຕັ້ງ; ຈຸດປະສົງການພົບປະຄັ້ງນີ້ ກໍເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດເບລາຣຸດຊີ ທີ່ໄດ້ລົງນາມໃນເດືອນຕຸລາ 2024 ທີ່ຜ່ານມາ ພ້ອມທັງເປັນໂອກາດດີໃຫ້ແກ່ສອງຝ່າຍໄດ້ມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນນໍາກັນໃນຂົງເຂດວຽກງານທີ່ຕິດພັນກັບດ້ານນິຕິກຳ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ຂອງສອງປະເທດ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໂອກາດນີ້, ທ່ານ ສັນຍາ ປຣະເສີດ ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄປຍັງທ່ານ ອີກໍ ເຊີເກເຢັນໂກ ປະທານສະພາຜູ້ແທນປະຊາຊົນເບລາຣຸດຊີ; ພ້ອມນັ້ນ, ຍັງໄດ້ແຈ້ງສະພາບການພາຍໃນ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັນຍັດ ທີ່ໄດ້ຮັບການຂະຫຍາຍຕົວເປັນກ້າວໆ ແລະ ຕໍ່ເນື່ອງ, ມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນນຳກັນເປັນປົກກະຕິ, ແລກປ່ຽນສານຊົມເຊີຍ ແລະ ສານ ອວຍພອນ ໃນໂອກາດວັນສຳຄັນຂອງຊາດ ທັງມີການສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ສອງຝ່າຍຢືນຢັນຈະຮ່ວມກັນຊຸກຍູ້ລັດຖະບານຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ ແລະ ສົນທິສັນຍາ ທີ່ໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳ, ເພີ່ມທະວີການໄປມາຫາສູ່ຂອງປະຊາຊົນສອງປະເທດ, ການຄ້າການລົງທຶນ, ການສຶກສາ, ພະລັງງານ-ບໍ່ແຮ່ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ; ພ້ອມກັນນີ້, ກໍໄດ້ສະເໜີທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ: ການຜັນຂະຫຍາຍບົດບັນທຶກການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ແລະ ການພົບປະລະຫວ່າງການນຳຂັ້ນສູງ ແລະ ຂັ້ນຕ່າງໆ, ສືບຕໍ່ແລກປ່ຽນບົດຮຽນໃນຂົງເຂດວຽກງານການພົວພັນຮ່ວມມື ແລະ ຫົວຂໍ້ທີ່ສອງຝ່າຍມີຄວາມສົນໃຈ ໂດຍຜ່ານຮູບແບບການຈັດສໍາມະນາຮ່ວມກັນ ຕະຫຼອດເຖິງການສືບຕໍ່ຮ່ວມມືສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນການເຄື່ອນໄຫວວຽກງານຢູ່ເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ IPU, AIPA, ASEP ແລະ ອື່ນໆ.

ໃນຕອນທ້າຍ, ປະທານຄະນະມິດຕະພາບລັດຖະສະພາຂອງສອງປະເທດ ກໍໄດ້ເຊື້ອເຊີນກັນແລະກັນໄປຢ້ຽມຢາມ ແລະ ພົບປະກັນ ໃນວລາອັນຄວນ.