ຄະນະມິດຕະພາບລັດຖະສະພາ ລາວ-ລັດເຊຍ-ລາວ ພົບປະທາງໄກ

ພ.ພ. 23, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 19 ພຶດສະພາຜ່ານມາ ທີ່ສະພາແຫ່ງຊາດ, ທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ລັດເຊຍ ໄດ້ພົບປະກັບທ່ານ ນິໂກລາຍ ຈຸລາຟເລຟ ຮອງປະທານສະພາສູງ ແຫ່ງ ສ.ລັດເຊຍ, ປະທານຄະນະມິດຕະພາບລັດຖະສະພາ ລັດເຊຍ-ລາວ ຜ່ານລະບົບວິດີໂອແບບທາງໄກ ເຊິ່ງເປັນຄັ້ງທຳອິດທີ່ສອງປະທານຄະນະມິດຕະພາບລັດຖະສະພາ ລາວ-ລັດເຊຍ-ລາວ ໄດ້ພົບປະກັນ ພາຍຫຼັງທີ່ທ່ານ ນິໂກລາຍ ຈຸລາຟເລຟ ໄດ້ຮັບການແຕ່ງຕັ້ງເປັນປະທານຄະນະມິດຕະພາບລັດຖະສະພາ ລັດເຊຍ-ລາວ ຄົນໃໝ່; ຈຸດປະສົງການພົບປະ ແມ່ນເພື່ອທັກທາຍສ້າງຄວາມລຶ້ງເຄີຍລະຫວ່າງສອງປະທານ, ທັງເປັນການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ໃນການສ້າງກົນໄກຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ກໍຄືລະຫວ່າງສອງອົງການນິຕິບັດຍັດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຂຶ້ນເລື້ອຍໆ.
ໂອກາດດັ່ງກ່າວ, ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມປິຕິຍິນດີ ແລະ ຊົມເຊີຍຕໍ່ວັນໄຊຊະນະໃນມະຫາສົງຄາມປົກປ້ອງປິຕຸພູມຂອງສະຫະພາບໂຊຫວຽດ ຄົບຮອບ 80 ປີ (9/5/1945-9/5/2025) ທີ່ຫາກໍສຳເລັດການສະເຫຼີມສະຫຼອງຜ່ານໄປ; ພ້ອມນັ້ນ, ຍັງໄດ້ແຈ້ງສະພາບການພາຍໃນ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັນຍັດ ລາວ-ລັດເຊຍ, ລັດເຊຍ-ລາວ ທີ່ໄດ້ຮັບການຂະຫຍາຍຕົວເປັນຢ່າງດີ ແລະ ຕໍ່ເນື່ອງ, ມີການແລກປ່ຽນຢ້ຽມຢາມເຊິ່ງກັນແລະກັນເປັນປົກກະຕິ, ແລກປ່ຽນສານຊົມເຊີຍ ແລະ ສານອວຍພອນ ໃນໂອກາດວັນສຳຄັນຂອງຊາດ ທັງມີການສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ທ່ານ ນິໂກລາຍ ຈຸລາຟເລຟ ໄດ້ສະແດງຄວາມຍິນດີຕໍ່ການພົບປະຄັ້ງນີ້ ທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ ລັດເຊຍ-ລາວ ກໍຄືການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັດຍັດ ທັງໄດ້ແຈ້ງສະພາບການພົ້ນເດັ່ນຮອບດ້ານຂອງສະຫະພັນລັດເຊຍ ໃນການພັດທະນາປະເທດໃຫ້ນັບມື້ນັບເຂັ້ມແຂງ.
ສອງຝ່າຍຢືນຢັນຈະຮ່ວມກັນຊຸກຍູ້ລັດຖະບານຂອງສອງປະເທດ ໃນການຈັດຕັ້ງຜັນຂະຫຍາຍບົດບັນທຶກ, ສັນຍາ ແລະ ສົນທິສັນຍາ ທີ່ສອງລັດຖະບານໄດ້ລົງນາມຮ່ວມກັນ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ສຳເລັດ; ໃນຕອນທ້າຍ, ທ່ານປະທານຄະນະມິດຕະພາບລັດຖະສະພາ ລາວ-ລັດເຊຍ ໄດ້ເຊື້ອເຊີນທ່ານປະທານຄະນະມິດຕະພາບລັດຖະສະພາ ລັດເຊຍ-ລາວ ມາຢ້ຽມຢາມ ແລະ ພົບປະຢູ່ ສປປລາວ ທ້າຍປີ 2025 ນີ້.