

ທັງນີ້ ກໍເພື່ອເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນຮ່ວມມືທີ່ເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງສະພາແຫ່ງຊາດລາວ-ຍີ່ປຸ່ນ ກໍຄືລະຫວ່າງປະຊາຊົນສອງຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ເພື່ອຊຸກຍູ້ສົ່ງເສີມ ແລະ ເປັນຂົວຕໍ່ເສີມສ້າງສາຍພົວພັນ ແລະ ການຮ່ວມມືຂອງສອງສະພາແຫ່ງຊາດ ກໍຄືຄະນະມິດຕະພາບ ລັດຖະສະພາລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃຫ້ເຂົ້າສູ່ລວງເລິກ ແລະ ເຂັ້ມແຂງກວ່າເກົ່າ.
ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ສະຫລຸບຕີລາຄາຄືນການພົວພັນຮ່ວມມື ລະຫວ່າງຄະນະມິດຕະພາບລັດ ຖະສະພາລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ; ປຶກສາຫາລືກ່ຽວກັບສະພາບການທີ່ພົ້ນເດັ່ນຂອງສອງປະເທດລາວ-ຍີ່ປຸ່ນ ເປັນຕົ້ນ: ການແກ້ໄຂສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19; ຊຸກຍູ້ການພົວພັນຮ່ວມມື ລະຫວ່າງຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ແລະ ຂົນຂວາຍການຊ່ວຍເຫລືອໃຫ້ແກ່ສະພາແຫ່ງຊາດລາວ.

ທ່ານ ນາງ ທຸມມາລີ ວົງພະຈັນ ມີຄຳເຫັນແລກປ່ຽນຕໍ່ການພົບປະຄັ້ງນີ້ວ່າ: ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງອົງການນິຕິບັນຍັດ ກໍຄືຄະນະມິດຕະພາບ ໃນໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ; ການແລກປ່ຽນລະຫວ່າງປະຊາຊົນ ແລະ ວັດທະນະທຳລະຫວ່າງສອງຊາດ ກໍໄດ້ຮັບການເສີມຂະຫຍາຍ ແລະ ຖ່າຍທອດໃຫ້ຄົນຮຸ່ນໜຸ່ມໄດ້ຮັບຮູ້ເຂົ້າໃຈ ການພົວພັນຮ່ວມມືອັນດີງາມທີ່ເປັນມູນເຊື້ອຂອງສອງປະເທດນັບມື້ນັບຫລາຍຂຶ້ນ.

ພ້ອມກັນນັ້ນ, ທ່ານ ນາງ ທຸມມາລີ ວົງພະຈັນ ຍັງໄດ້ສະເໜີມາຍັງທ່ານ ນາງ ຊຶຈິຍະ ສິນນາໂກະ ພ້ອມດ້ວຍຄະນະມິດຕະພາບລັດຖະສະພາຍີ່ປຸ່ນ-ລາວ ສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ໄປມາຫາສູ່ນຳກັນໃຫ້ເປັນປົກກະຕິ; ສະ
ເໜີມາຍັງຄະນະມິດຕະພາບ ລັດຖະສະພາຍີ່ປຸ່ນ ກໍຄືລັດຖະບານຍີ່ປຸ່ນ ຊ່ວຍສະໜັບສະໜູນສະພາແຫ່ງຊາດລາວ ໃນການເປັນເຈົ້າພາບຈັດກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ໃນປີ 2024 ແລະ ກອງປະຊຸມລັດຖະສະພາສາກົນປິ່ນອ້ອມອື່ນໆ; ສືບຕໍ່ຊ່ວຍສ້າງຊັບພະຍາກອນມະນຸດ ເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ ພະນັກງານຂອງສະພາແຫ່ງຊາດລາວ.
(ພາບ ແລະ ຂ່າວ: ກົງທະນູຄຳ ພິພັດເສລີ)