ຄະນະຜູ້ແທນສະມາຊິກສະພາແຫ່ງຊາດໜຸ່ມ ເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງ YPA ຄັ້ງທີ 2

ພ.ພ. 9, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 6-7 ພຶດສະພາຜ່ານມາ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ນຳໂດຍທ່ານ ປອ. ກໍລະກັນ ພົມມະວົງ ກຳມະການປະຈຳກຳມາທິການວັດທະນະທຳ-ສັງຄົມ ທັງເປັນປະທານກຳມາທິການປະຈຳວຽກງານການລົງທຶນໃສ່ຊາວໜຸ່ມ ຂອງເວທີປຶກສາຫາລືລັດຖະສະພາອາຊີ ກ່ຽວກັບປະຊາກອນ ແລະ ການພັດທະນາ (AFPPD) ແລະ ທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກການຕ່າງປະເທດແຂວງບໍລິຄຳໄຊ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງສະມາຊິກລັດຖະສະພາໜຸ່ມ ຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (YPA) ຄັ້ງທີ 2 ທີ່ເຊີລານໂງຣ, ປະເທດມາເລເຊຍ ໂດຍມີຄະນະຜູ້ແທນທີ່ເປັນສະມາຊິກລັດຖະສະພາໜຸ່ມຈາກລັດຖະສະພາສະມາຊິກໄອປາ (AIPA), ກອງເລຂາ AIPA ແລະ ຊ່ຽວຊານທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 50 ທ່ານ.
ພິທີເປີດກອງປະຊຸມ ໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດໂດຍທ່ານ ປອ. ຕັນ ສິຣິ ດາໂຕະ ໂຈຫາຣິ ບິນ ອັບດຸນ ປະທານສະພາຜູ້ແທນລາສະດອນມາເລເຊຍ ທັງເປັນປະທານ AIPA, ໂດຍທ່ານໄດ້ສະເໜີແຕ່ງຕັ້ງໃຫ້ທ່ານ ດາໂຕະ ອິນທິຣາ ໂມຊາຫາ ບິນ ອັບດຸນລາ ສະມາຊິກສະພາຜູ້ແທນລາສະດອນມາເລເຊຍ ເປັນປະທານສະມາຊິກລັດຖະສະພາໜຸ່ມໄອປາ (YPA). ໃນກອງປະຊຸມຄັ້ງນີ້, ໄດ້ມີການເປີດເວທີສົນທະນາພາຍໃຕ້ສອງຫົວຂໍ້ທີ່ສຳຄັນຄື: 1) ສົ່ງເສີມຄວາມຍືນຍົງ-ພະລັງສຽງຂອງຊາວໜຸ່ມອາຊຽນ ແລະ 2) ສ້າງການມີສ່ວນຮ່ວມຂອງຊາວໜຸ່ມອາຊຽນ ໂດຍໃຊ້ປະໂຫຍດຈາກດິຈິຕອນ; ຫຼັງຈາກນັ້ນ, ຄະນະຜູ້ແທນສະມາຊິກໄອປາ ກໍໄດ້ຜັດປ່ຽນກັນມີຄຳເຫັນໃນເວທີອະພິປາຍທົ່ວໄປ ພາຍໃຕ້ຫົວຂໍ້: “ຮັບປະກັນອະນາຄົດຂອງອາຊຽນ: ຊາວໜຸ່ມກັບຄວາມຍືນຍົງ ແລະ ກວມລວມ”.
ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ປອ. ກໍລະກັນ ພົມມະວົງ ຫົວໜ້າຄະນະຜູ້ແທນລາວ ໄດ້ມີຄຳເຫັນແລກປ່ຽນ ໂດຍຍົກໃຫ້ເຫັນເຖິງສະພາບທາງດ້ານປະຊາກອນຂອງ ສປປລາວ ທີ່ມີປະຊາກອນໜຸ່ມຫຼາຍກວ່າ 50.8% ຂອງປະຊາກອນໃນປະເທດ ເຊິ່ງຈະກາຍເປັນກຳລັງແຮງໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ. ຄຽງຄູ່ກັນນັ້ນ, ທ່ານຍົກໃຫ້ເຫັນເຖິງສິ່ງທ້າທາຍຕໍ່ກັບຊາວໜຸ່ມ ໂດຍສະເພາະແມ່ນຄວາມແຕກຕ່າງທາງດ້ານການສຶກສາ, ການເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ການປົກປ້ອງທາງດ້ານສັງຄົມ ອັນເນື່ອງມາຈາກຄວາມແຕກໂຕນທາງດ້ານການພັດທະນາໃນເຂດຫ່າງໄກສອກຫຼີກ ແລະ ຄວາມແຕກຕ່າງທາງດ້ານພາສາຂອງກຸ່ມຊົນເຜົ່າຕ່າງໆ; ພ້ອມດຽວກັນນັ້ນ, ກໍຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ສປປລາວ ໃນໄລຍະຜ່ານມາ ຕໍ່ກັບການພັດທະນາຊາວໜຸ່ມ ແລະ ເຍົາວະຊົນ ໂດຍຖືວ່າ “ຊາວໜຸ່ມປຽບເໝືອນກະດູກສັນຫຼັງຂອງຊາດ” ເຊິ່ງໄດ້ສຸມໃສ່ຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊາວໜຸ່ມ ແລະ ເຍົາວະຊົນ ເພື່ອໃຫ້ຊາວໜຸ່ມທຸກຄົນໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັບປະກັນສິດເທົ່າທຽມກັນ, ມີການສົ່ງເສີມການລົງທຶນ ແລະ ຮ່ວມມືຂອງທຸກພາກສ່ວນ ໃນວຽກງານປົກປ້ອງທາງສັງຄົມ, ພັດທະນາຮອບດ້ານ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊາວໜຸ່ມຢ່າງທົ່ວເຖິງ, ຍູ້ດັນຄວາມຮັບຜິດຊອບຂອງທຸກຂະແໜງການໃນວຽກງານພັດທະນາຊາວໜຸ່ມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030 ໂດຍທຸກຄົນຕ້ອງພັດທະນາໄປພ້ອມກັນ. ນອກນັ້ນ, ທ່ານຍັງຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດພາລະບົດບາດຂອງສະພາແຫ່ງຊາດລາວ ໃນການສ້າງ ແລະ ປັບປຸງກົດໝາຍ ເພື່ອເປັນການສົ່ງເສີມການພັດທະນາຊັບພະຍາກອນມະນຸດ ແລະ ການໃຫ້ຄວາມສຳຄັນຕໍ່ຊາວໜຸ່ມ ພ້ອມທັງມີການຕິດຕາມກວດກາ ແລະ ການຈັດສັນງົບປະມານ ເພື່ອສຸມໃສ່ດ້ານການສຶກສາ ໂດຍສະພາແຫ່ງຊາດ ຊຸດທີ IX ຍັງໄດ້ແຕ່ງຕັ້ງຄະນະສະມາ ຊິກສະພາແຫ່ງຊາດໜຸ່ມ ເພື່ອເປັນຕົວແທນຂອງຊາວໝຸ່ມ ໃນການມີສ່ວນຮ່ວມດ້ານການກຳນົດນະໂຍບາຍ ແລະ ເປັນກະບອກສຽງຂອງຊາວໜຸ່ມໃນສະພາແຫ່ງຊາດ ລວມໄປເຖິງການພົວພັນຮ່ວມມື, ການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ກັບສະມາຊິກລັດຖະສະພາໜຸ່ມປະເທດເພື່ອນມິດຕ່າງໆ ໂດຍສະເພາະແມ່ນໃນເວທີ AIPA. ໃນຕອນທ້າຍ, ທ່ານໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະສະພາໜຸ່ມ AIPA ສືບຕໍ່ຍົກສູງການຮ່ວມມື ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນການປັບປຸງນະໂຍບາຍ ເພື່ອຊຸກຍູ້ໃຫ້ລັດຖະບານເພີ່ມທະວີການລົງທຶນໃສ່ດ້ານການສຶກສາ, ສາທາລະນະສຸກ, ການສ້າງວຽກເຮັດງານທຳ ແລະ ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະແມ່ນຊາວໜຸ່ມ ແນໃສ່ຮັບປະກັນໃຫ້ຄົນຮຸ່ນຕໍ່ໄປຂອງອາຊຽນ ສາມາດນຳໃຊ້ສັກກະຍະພາບສູງສຸດຂອງພວກເຂົາ ໃນການປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະ ການສ້າງຄວາມຈະເລີນຮຸ່ງເຮື່ອງແກ່ອາຊຽນໃນອະນາຄົດ.
ກອງປະຊຸມປຶກສາຫາລືຄັ້ງນີ້, ຄະນະຜູ້ແທນລາວ ຍັງໄດ້ຮ່ວມກັບຄະນະຜູ້ແທນຈາກສະມາຊິກ AIPA ອື່ນໆ ສຸມໃສ່ມີຄຳຄິດຄຳເຫັນຕໍ່ການປັບປຸງລະບຽບການຂອງກອງປະຊຸມ YPA ຢ່າງກົງໄປກົງມາ ແລະ ເປັນເອກະພາບ, ໂດຍຜົນຂອງການປຶກສາຫາລືຄັ້ງນີ້ ຈະຖືກນຳໄປສັງລວມສ້າງເປັນຮ່າງມະຕິເພື່ອສະເໜີເຂົ້າພິຈາລະນາໃນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 46 ເຊິ່ງຈະຂຶ້ນໃນເດືອນກັນຍາ 2025 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ.
(ກົມພົວພັນລັດຖະສະພາຫຼາຍຝ່າຍ)