ຄະນະຜູ້ແທນສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມແລກປ່ຽນວັດທະນະທໍາສາກົນໝີແພນດ້າຄຳ

ກ.ຍ. 16, 2025

(ສພຊ) – ວັນທີ 11-13 ກັນຍາຜ່ານມາ, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມແລກປ່ຽນວັດທະນະທໍາສາກົນໝີແພນດ້າຄໍາ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ອະລິຍະທຳເຕົ້າໂຮມກັນ ບຸກເບີກອະນາຄົດ” ທີ່ນະຄອນເສີງຕູ ແຂວງເສສວນ ສາທາລະນະລັດປະຊາຊົນຈີນ ໂດຍມີບັນດາຜູ້ຕາງໜ້າຂອງປະເທດຕ່າງໆ ເຂົ້າຮ່ວມຫຼາຍກວ່າ 9 ປະເທດ.
ໃນພິທີເປີດ, ທ່ານ ຄໍາໃບ ດໍາລັດ ໄດ້ຂຶ້ນມີຄໍາເຫັນເປັນຜູ້ທຳອິດ ເຊິ່ງໄດ້ຕີລາຄາສູງຕໍ່ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍ, ເປັນການໂຄສະນາເຜີຍແຜ່, ປຶກສາຫາລື, ແລກປ່ຽນດ້ານວັດທະນະທໍາ-ການທ່ອງທ່ຽວ ຕິດພັນກັບປະຫວັດສາດ ໂດຍການປະຍຸກໃຊ້ເຕັກນິກສື່ມວນຊົນທີ່ທັນສະໄໝ ຖ່າຍທອດຜ່ານຮູບເງົາເປັນສື່ກາງ ເພື່ອແລກປ່ຽນອະລິຍະທຳ, ຮຽນຮູ້ ແລະ ຍອມຮັບໃນຄວາມຫຼາກຫຼາຍຂອງອະລິຍະທຳຂອງບັນດາປະເທດ ພ້ອມທັງເຄົາລົບນັບຖືເຊິ່ງກັນແລະກັນ. ສຳລັບ ສປປລາວ ແລະ ສປຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີພູຜາແມ່ນ້ຳຕິດຈອດກັນ, ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ເຊື່ອມຕໍ່ມິດຕະພາບລະຫວ່າງສອງປະເທດຢ່າງສະໜິດແໜ້ນ, ເຖິງວ່າວັດທະນະທຳຂອງສອງປະເທດ ຕ່າງມີສີສັນພິເສດ, ແຕ່ເມື່ອສຳຜັດຢ່າງລະອຽດແລ້ວ ກໍມີຫຼາຍດ້ານທີ່ຄ້າຍຄືກັນ; ປັດຈຸບັນ, ພາຍໃຕ້ການຊີ້ນຳ-ນຳພາຂອງປະມຸກລັດສອງປະເທດ, ການສ້າງສາຄູ່ຮ່ວມຊາຕາກຳ ລາວ-ຈີນ ພວມໄດ້ຮັບໝາກຜົນຢ່າງອຸດົມສົມບູນ. ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະເໜີຂໍ້ລິເລີ່ມການພົວພັນຮ່ວມມື ລາວ-ຈີນ ເປັນຕົ້ນແມ່ນ: ພັດທະນາບໍລິການໃໝ່ທາງລົດໄຟຄວາມໄວສູງ, ຮ່ວມກັນອອກແບບ ແລະ ນຳສະເໜີເສັ້ນທາງການທ່ອງທ່ຽວຂ້າມຊາດທີ່ມີສີສັນພິເສດ ເຮັດໃຫ້ປະຊາຊົນສອງຊາດ ສາມາດໄປມາຫາສູ່ກັນຢ່າງສະດວກສະບາຍກວ່າເກົ່າ; ເສີມສ້າງສາຍພົວພັນມິດຕະພາບ, ຮ່ວມກັນແລກປ່ຽນ, ຈັດກິດຈະກຳສັບປະດາດ້ານວັດທະນະທໍາ ແລະ ກິດຈະກຳອື່ນໆ ໃຫ້ຫຼາຍຂຶ້ນ; ຊຸກຍູ້ໃຫ້ຊາວໜຸ່ມ ກາຍເປັນກຳລັງຫຼັກແຫຼ່ງໃນການແລກປ່ຽນອະລິຍະທຳ, ຊຸກຍູ້ໃຫ້ມີການແລກປ່ຽນນັກສຶກສາ, ອາສາສະໝັກຊາວໜຸ່ມ, ສິລະປິນໜຸ່ມ ເຮັດໃຫ້ຊາວໜຸ່ມກາຍເປັນຂົວຕໍ່ທີ່ໜັກແໜ້ນໃນການຂະຫຍາຍມິດຕະພາບ ລາວ-ຈີນ; ຮ່ວມກັນຊົມໃຊ້ສະຕິປັນຍາດ້ານການພັດທະນາ, ດຳເນີນການອະນຸລັກສິ່ງແວດລ້ອມທຳມະຊາດ, ພັດທະນາຊົນນະບົດໄປຄຽງຄູ່ກັນ ແລະ ຮ່ວມກັນສ້າງເຂດສາທິດການຮ່ວມມື ເພື່ອຫຼຸດຜ່ອນຄວາມທຸກຍາກ ລາວ-ຈີນ; ສປປລາວ ຍິນດີຮ່ວມກັບ ສປຈີນ ກໍຄືບັນດາປະເທດໃນໂລກ ເພື່ອປົກປ້ອງຄວາມຫຼາກຫຼາຍຂອງອະລິຍະທຳ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ.
ໃນການເຄື່ອນໄຫວຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ຫຼີ ຊູເຫຼີຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ເຊິ່ງສະຫາຍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມແລກປ່ຽນວັດທະນະທໍາສາກົນໝີແພນດ້າຄຳ ຄັ້ງທີ 2 ຂອງຄະນະຜູ້ແທນສະພາແຫ່ງຊາດລາວ ພ້ອມທັງມີຄຳເຫັນຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ຈີນ-ລາວ ເຊິ່ງເມື່ອບໍ່ດົນມານີ້, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ ໄດ້ພົບປະກັນຢູ່ນະຄອນຫຼວງປັກກິ່ງ ເຊິ່ງຕີລາຄາສູງຕໍ່ຜົນການຮ່ວມມືຂອງສອງຝ່າຍ ໂດຍສະເພາະໄດ້ກ່າວເຖິງ “ການຊຸກຍູ້ກອງປະຊຸມສຳມະນາທິດສະດີຂອງສອງພັກ ແລະ ການຮ່ວມມືວຽກງານອົບຮົມພະນັກງານ”; ປີ 2026 ຈະເປັນປີຄົບຮອບ 65 ປີ ທີ່ ສປຈີນ ແລະ ສປປລາວ ສ້າງສາຍພົວພັນການທູດນຳກັນ, ສປຈີນ ຍິນດີຮ່ວມກັບຝ່າຍລາວ ລົງເລິກການແລກປ່ຽນບົດຮຽນດ້ານການຄຸ້ມຄອງພັກ, ການຄຸ້ມຄອງລັດ ແລະ ຊຸກຍູ້ກະກຽມຈັດກິດຈະກຳສະເຫຼີມສະຫຼອງໃນວັນສຳຄັນຕ່າງໆ; ສປຈີນ ສະແດງຄວາມຊົມເຊີຍທີ່ ສປປລາວ ໄດ້ກາຍເປັນປະເທດຄູ່ຮ່ວມເຈລະຈາຂອງກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້, ຫວັງຢ່າງຍິ່ງວ່າ ສປປລາວ ຈະສືບຕໍ່ເສີມຂະຫຍາຍບົດບາດທີ່ຕັ້ງໜ້າຂຶ້ນກວ່າເກົ່າ ໃນເວທີພາກພື້ນ ແລະ ສາກົນ.
ພ້ອມດຽວກັນນັ້ນ, ທ່ານຮອງປະທານສະພາແຫ່ງຊາດລາວ ຍັງໄດ້ໃຫ້ສຳພາດຕໍ່ສື່ມວນຊົນຈີນ ເປັນຕົ້ນແມ່ນວິທະຍຸໂທລະພາບສູນກາງຈີນ (CMG), ສໍານັກຂ່າວສານ-ໜັງສືພິມແຂວງເສສວນ ກ່ຽວກັບການເຂົ້າຮ່ວມກອງປະຊຸມແລກປ່ຽນວັດທະນະທໍາສາກົນໝີແພນດ້າຄຳ ແລະ ການພົວພັນຮ່ວມມືລະຫວ່າງ ສປປລາວ ກັບ ສປຈີນ ກໍຄືແຂວງເສສວນ ໂດຍສະເພາະແມ່ນດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ການທ່ອງທ່ຽວ ແລະ ວຽກງານສື່ມວນຊົນ.
ນອກຈາກນີ້, ຄະນະຜູ້ແທນຍັງໄດ້ເຄື່ອນໄຫວຢ້ຽມຢາມສູນຄົ້ນຄວ້າ, ອະນຸລັກໝີແພນດ້າ, ຊົນລະປະທານຕູ່ຈ່ຽງຢ້ຽນ ແລະ ກຸ່ມບໍລິສັດ ຄົມມະນາຄົມ-ການລົງທຶນ, ທ່າກຳປັ່ນ ແລະ ຈໍລະຈອນສິນຄ້າ ຂອງເສສວນ ອີກດ້ວຍ.