ຄະນະຜູ້ແທນສະພາແຫ່ງຊາດ ສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 150

ມ.ສ. 11, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ໃນລະຫວ່າງວັນທີ 4-9 ເມສາ 2025, ທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 150 ທີ່ນະຄອນຫຼວງທັດສະເກນ, ປະເທດອຸດສະເບກິດສະຖານ ໂດຍມີຄະນະຜູ້ແທນ 1,749 ຄົນ ຈາກ 152 ປະເທດ ທີ່ເປັນສະມາຊິກ IPU, ປະເທດສັງເກດການ, ຕົວແທນຈາກອົງການສະຫະປະຊາຊາດ, ອົງການລັດຖະສະພາປະຈຳພາກພື້ນຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້: “ລັດຖະສະພາ ກັບການພັດທະນາສັງຄົມ ແລະ ຄວາມຍຸຕິທຳ”. ພ້ອມດຽວກັນນີ້, ຍັງມີກອງປະຊຸມກໍາມາທິການປະຈຳຕ່າງໆ ຂອງ IPU ເຊັ່ນ: ກອງປະຊຸມຄະນະບໍລິຫານງານ IPU, ກອງປະຊຸມກໍາມາທິການກ່ຽວກັບສັນຕິພາບ-ຄວາມໝັ້ນຄົງສາກົນ, ກອງປະຊຸມກຳມາທິການກ່ຽວກັບການພັດທະນາແບບຍືນຍົງ, ກອງປະຊຸມກຳມາທິການກ່ຽວກັບປະຊາທິປະໄຕ-ສິດທິມະນຸດ, ກອງປະຊຸມກຳມາທິການກ່ຽວກັບວຽກງານອົງການສະຫະປະຊາຊາດ, ເວທີປຶກສາຫາລືຂອງສະມາຊິກລັດຖະສະພາເພດຍິງ ແລະ ເວທີປຶກສາຫາລືຂອງສະມາຊິກລັດຖະສະພາໜຸ່ມຂອງ IPU; ນອກຈາກນີ້, ຍັງມີກອງປະຊຸມປີ່ນອ້ອມຕ່າງໆເປັນຕົ້ນ: ກອງປະຊຸມກຸ່ມລັດຖະສະພາ ASEAN+3, ກອງປະຊຸມກຸ່ມລັດຖະສະພາອາຊີ-ປາຊີຟິກ, ກອງປະຊຸມຂອງເຄືອຂ່າຍລັດຖະສະພາຂອງບັນດາປະເທດບໍ່ຮ່ວມກຸ່ມ ແລະ ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນສະມາຊິກສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ.
ໃນກອງປະຊຸມໃຫຍ່, ບັນດາປະທານສະພາ, ຮອງປະທານສະພາ ແລະ ຫົວໜ້າຄະນະຜູ້ແທນລັດຖະສະພາຈາກປະເທດຕ່າງໆ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ໂດຍສ່ວນໃຫຍ່ແມ່ນຍົກໃຫ້ເຫັນບັນຫາ ແລະ ສະພາບການທາງການເມືອງຂອງພາກພື້ນ ແລະ ສາກົນ, ແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຂອງລັດຖະສະພາ ກ່ຽວກັບວຽກງານພັດທະນາສັງຄົມ ແລະ ຄວາມຍຸຕິທຳຂອງແຕ່ລະປະເທດ. ທ່ານ ສັນຍາ ປຣະເສີດ ຫົວໜ້າຄະນະຜູ້ແທນລາວ ກໍໄດ້ກ່າວປາໄສ ໂດຍຍົກໃຫ້ເຫັນເຖິງສະພາບການຂອງໂລກໃນປັດຈຸບັນ ທີ່ເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ການຮັກສາສັນຕິພາບ ແລະ ການຢູ່ຮ່ວມກັນຢ່າງສັນຕິຂອງມວນມະນຸດ ພ້ອມທັງຢືນຢັນທັດສະນະຂອງ ສປປລາວ ໃນການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ທົ່ວໂລກ ເພື່ອແກ້ໄຂ ແລະ ຮັບມືກັບສິ່ງທ້າທາຍຕ່າງໆ ເປັນຕົ້ນບັນຫາສົງຄາມການຄ້າ, ໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ອາຊະຍາກຳຂ້າມຊາດ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າໃນການປົກປ້ອງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ; ພ້ອມດຽວກັນນີ້, ທ່ານຍັງໄດ້ແຈ້ງໃຫ້ທີ່ປະຊຸມຊາບກ່ຽວກັບການປັບປຸງລັດຖະທຳມະນູນ ແຫ່ງ ສປປລາວ ແລະ ກົດໝາຍທີ່ກ່ຽວຂ້ອງຈຳນວນໜຶ່ງ ເພື່ອໃຫ້ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການເຊື່ອມໂຍງກັບສາກົນ ໃນໄລຍະໃໝ່, ພ້ອມທັງຮຽກ ຮ້ອງໃຫ້ລັດຖະສະພາສະມາຊິກ IPU ຈົ່ງເພີ່ມທະວີບົດບາດຂອງຕົນໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຊຸກຍູ້ການພັດທະນາ ແລະ ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນໃນທຸກຂົງເຂດວຽກງານ.
ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນກອງປະຊຸມປິ່ນອ້ອມຕ່າງໆ ຕາມທີ່ກ່າວມາຂ້າງເທິງ ແລະ ພົບປະໂອ້ລົມກັບຄະນະຜູ້ແທນເພື່ອນມິດຍຸດທະສາດ (ຫວຽດນາມ, ສປຈີນ, ສປປເກົາຫຼີ ແລະ ລັດເຊຍ) ແລະ ເພື່ອນມິດສາກົນ ພ້ອມທັງໃຫ້ສຳພາດຕໍ່ສື່ມວນຊົນຂອງອຸດສະເບກິດສະຖານ, ເບລາຣຸດຊີ ແລະ ລັດເຊຍ ຫຼາຍຄັ້ງ ເພື່ອສະແດງຄວາມຮູ້ສຶກ ແລະ ທັດສະນະຕໍ່ກອງປະຊຸມໃຫຍ່ IPU ກໍຄືສະພາບການຮ່ວມມືສອງຝ່າຍລະຫວ່າງອົງການນິຕິບັນຍັດອີກດ້ວຍ.
(ກົມພົວພັນລັດຖະສະພາຫຼາຍຝ່າຍ)