ຄະນະຜູ້ແທນສະພາປະຊາຊົນແຂວງສາລະວັນ ພົບປະແລກປ່ຽນບົດຮຽນຮ່ວມກັບ ແຂວງກວາງຈິ ສສ.ຫວຽດນາມ

ມ.ຖ. 3, 2025

ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2025 ຄະນະຜູ້ແທນສະພາປະຊາຊົນແຂວງສາລະວັນ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນແຂວງ, ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັບ ຄະນະຜູ້ແທນສະພາປະຊາຊົນແຂວງກວາງຈິ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ດັງ ກວາງ ຮອງເລຂາຄະນະພັກແຂວງ ຜູ້ປະຈຳການປະທານສະພາປະຊາຊົນແຂວງກວາງຈິ; ມີບັນດາສະຫຍາຍ ຮອງປະທານສະພາປະຊາຊົນແຂວງ, ເລຂາທິການ, ສະມາຊີກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.
ທັງນີ້ ກໍເພື່ອປະຕິບັດຕາມສິດ ແລະ ພາລະບົດບາດໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ສາລະວັນ ກັບ ແຂວງກວາງຈິ ສສ ຫວຽດນາມ ໄດ້ປືກສາຫາຫລືແລກປ່ຽນບົດຮຽນ ລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງສາລະວັນ ສປປລາວ ກັບ ຄະນະປະຈຳສະພາປະຊາຊົນແຂວງ ກວາງຈິ ສສ ຫວຽດນາມ ໃນວາລະກອງປະຊຸມດັ່ງກ່າວ, ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມກໍ່ຄືການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງສາລະວັນ ແລະ ແຂວງກວາງຈິ, ກອງປະຊຸມຄັ້ງນີ້ຍັງໄດ້ພົບປະແລກປ່ຽນບົດຮຽນຕໍ່ວຽກງານສະພາປະຊາຊົນຂັ້ນແຂວງ ໃນ 3 ຫົວຂໍ້ເປັນ ເປັນຕົ້ນບົດຮຽນຂອງສະພາປະຊາຊົນແຂວງໃນການກະກຽມວຽກງານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດໃໝ່, ບົດຮຽນກ່ຽວກັບການປະສານສົມທົບລະຫວ່າງສະພາປະຊາຊົນແຂວງກັບອົງການປົກຄອງແຂວງຮອບດ້ານ ແລະ ບົດຮຽນການລົງພົບປະຜູ້ມີສິດເລືອກຕັ້ງຢູ່ບັນດາເມືອງ ແລະ ອອ້ມຂ້າງແຂວງຢ່າງກົງໄປກົງມາດ້ວຍບັນຍາກາດຟົດຟື້ນ ສ້າງສັນ ບົນຈິດໃຈຄວາມສາມັກຄີຮັກແພງ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ການໄປມາຢ້ຽມຢາມໃນຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈ ແລະ ຍົກລະດັບໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.
ໃນຕອນທ້າຍ ກອງປະຊຸມໄດ້ເຫັນດີເປັນເອກະພາບກັນສືບຕໍ່ຈັດຕັ້ງບັນດາເນື້ອໃນທີ່ໄດ້ຕົກລົງກັນ ສືບຕໍ່ຮັກສາການພົວພັນຮ່ວມມືແລກປ່ຽນປະສົບການ ໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງສາລະວັນ ແລະ ສະພາປະຊາຊົນແຂວງ ກວາງຈິ ທັງສອງຜ່າຍເຫັນດີເປັນເອກະພາບ ສືບຕໍ່ຜັດປ່ຽນກັນເປັນເຈົ້າພາບ ແລະ ຈັດພິທີພົບປະແລກປ່ຽນປະສົບການ 2 ປີຕໍ່ຄັ້ງ ໃນຄັ້ງຕໍ່ໄປຈະໄດ້ຈັດຂື້ນທີ່ແຂວງສາລະວັນ ໃນປີ 2027 ຄະນະຜູ້ແທນທັງສອງຜ່າຍໄດ້ເຫັນດີເປັນເອກະພາບສ້າງບົດບັນທຶກຊ່ວຍຈຳ ປະຈຳປີ 2025 ລະຫວ່າງຄະນະຜູ້ແທນສະພາປະຊາຊົນແຂວງສາລະວັນ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນສະພາປະຊາຊົນແຂວງ ກາວງຈິ ແຫ່ງ ສສ ຫວຽດນາມ.
ພາບ-ຂ່າວ ຈັນທີ ດວງປັນຍາ