ຄະນະຜູ້ແທນລາວ ເຂົ້າຮ່ວມແລກປ່ຽນ ແລະຮຽນຮູ້ດ້ານອະລິຍະທໍາ ຢູ່ ສປຈີນ

ມ.ຖ. 2, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ໂດຍຕອບສະໜອງຕາມການເຊີນຂອງສະມາຄົມເພື່ອການແລກປ່ຽນສາກົນແຫ່ງປະເທດຈີນ, ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ນຳໂດຍທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນແລະກັນດ້ານອະລິຍະທໍາ ຄັ້ງທີ IV ແລະ ຢ້ຽມຢາມ ສປຈີນ ແຕ່ວັນທີ 28/5-4/6/2025.

ວັນທີ 29 ພຶດສະພາ, ຄະນະຜູ້ແທນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນແລະກັນດ້ານອະລິຍະທໍາ ຄັ້ງທີ IV ພາຍໃຕ້ຫົວຂໍ້ “ຊຸກຍູ້ຈິດໃຈເສັ້ນທາງສາຍໄໝ ແລະ ເຕົ້າໂຮມກຳລັງແຮງ ເພື່ອປະຕິບັດບັນດາຂໍ້ລິເລີ່ມອະລິຍະທຳທົ່ວໂລກ” ໂດຍມີຜູ້ແທນຈາກ 60 ກວ່າປະເທດ ທີ່ປະກອບມີ​ຊ່ຽວຊານ,​ ນັກວິຊາການ, ຫົວໜ້າ​ອົງການ​ຈັດ​ຕັ້ງ​ສາກົນ​ ແລະ ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ ຈາກ​ປະ​ເທດ​ຕ່າງໆ ພ້ອມ​ທັງ​ຜູ້ຕາງໜ້າ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ ເຂົ້າຮ່ວມ 400 ທ່ານ. ໃນກອງປະຊຸມ, ທ່ານ ຫານ ເຈິງ ຮອງປະທານປະເທດຈີນ ໄດ້ຍົກໃຫ້ເຫັນຄວາມ​ສຳຄັນຂອງອະລິຍະທໍາທີ່ມີຄວາມແຕກຕ່າງ ແລະ ຮຽກຮ້ອງໃຫ້ບັນດາປະເທດ ແລະ ຜູ້ເຂົ້າຮ່ວມ ​ຈົ່ງແລກປ່ຽນ, ​ຮ່ຳຮຽນເຊິ່ງກັນ​ແລະກັນ, ຢຶດ​ໝັ້ນ​ກັບ​ຍຸກ​ສະ​ໄໝ, ຢຶດ​ໝັ້ນ​ນະ​ວັດ​ຕະ​ກຳ, ຄົ້ນ​ຄ​ວ້າ​ມູນ​ຄ່າ​ປະ​ຫວັດ​ສາດ​ ແລະ ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຕ່າງໆ​, ຊຸກ​ຍູ້​ການ​ຫັນ​ປ່ຽນ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ອັນ​ດີ​ເລີດ​ຂອງ​ປະ​ເທດ​ຕ່າງໆ​, ມີ​ການ​ສົນທະນາ​ຢ່າງ​ຈິງ​ໃຈ, ​ຮ່ວມ​ມືຕ່າງຝ່າຍ​ມີ​ຜົນປະໂຫຍດ, ລຶບ​ລ້າງ​ສິ່ງ​ກີດຂວາງ ​ແລະ ຄວາມ​ເຂົ້າ​ໃຈ​ຜິດ ​ໂດຍ​ການ​ສົນທະນາ ​ແລະ ການ​ສື່ສານ, ​ເພີ່ມ​ທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ເປັນ​ມູນ​ເຊື້ອ, ຊຸກຍູ້​ການ​ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ​ກັນ​ຂອງ​ອະ​ລິ​ຍະ​ທຳ​ທີ່​ແຕກ​ຕ່າງ​ກັນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ ​ເພື່ອພ້ອມ​ກັນ​ສ້າງ​ອະນາຄົດ​ທີ່​ດີກ​ວ່າ​ຂອງ​ມະນຸດ.
ທ່ານ ສົມມາດ ພົລເສນາ ໄດ້ມີຄໍາເຫັນໃນກອງປະຊຸມ ເຊິ່ງມີເນື້ອໃນວ່າ: ໃນໂລກ ມີຄວາມຫຼາກຫຼາຍທາງດ້ານອະລິຍະທຳ ແລະ ມີຄວາມແຕກຕ່າງກັນຢູ່ ເຊິ່ງແຕ່ລະອະລິຍະທໍາ ລ້ວນແຕ່ມີຄວາມໝາຍ ແລະ ຄຸນຄ່າສະເພາະ; ອະລິຍະທໍາເປັນສີສັນ, ອະລິຍະທໍາແມ່ນຄວາມອຸດົມສົມບູນ ທີ່ໄດ້ມາຈາກການແລກປ່ຽນ, ການຮຽນຮູ້ ແລະ ພັດທະນາເຊິ່ງກັນແລະກັນ; ການພັດທະນາ ແລະ ສ້າງຄວາມກົມກຽວດ້ານອະລິຍະທຳຂອງມະນຸດ ແມ່ນວິທີທີ່ເຮັດໃຫ້ໂລກມີຄວາມສວຍງາມ, ມີຄວາມສະເໝີພາບ, ມີຄວາມສະຫງົບສຸກ, ມີການພັດທະນາ ແລະ ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ. ພ້ອມນັ້ນ, ຍັງໄດ້ຊົມເຊີຍ ສປຈີນ ທີ່ໄດ້ສະເໜີຂໍ້ລິເລີ່ມ 3 ດ້ານ ໂດຍສະເພາະຂໍ້ລິເລີ່ມອະລິຍະທຳໃນທົ່ວໂລກໃນປີ 2023. ປະຊາຊົນລາວ ເຄີຍມີມູນເຊື້ອໂອບເອື້ອອາລີ, ອ່ອນນ້ອມຖ່ອມຕົນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນມາແຕ່ບູຮານນະການ ຍິນດີ ແລະ ພ້ອມຈະຮ່ວມມືກັບທຸກປະເທດຕາມເງື່ອນໄຂຂອງຕົນ ໂດຍສະເພາະກັບ ສປຈີນ ໃນການປະຕິບັດຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທຳຫຼາຍຮູບຫຼາຍແບບ, ຊຸກຍູ້ສົ່ງເສີມການສົນທະນາ, ສ້າງກົນໄກປະຕິບັດຂໍ້ລິເລີ່ມອະລິຍະທຳໂລກ, ຊຸກຍູ້ການຢູ່ຮ່ວມກັນຢ່າງກົມກຽວກັນ ບົນພື້ນຖານຄວາມສະເໝີພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ ເພື່ອນໍາ​ເອົາຜົນປະໂຫຍດມາສູ່ປະຊາຊົນ.
ນອກຈາກເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນຍັງໄດ້ພົບປະສອງຝ່າຍກັບສະມາຄົມເພື່ອການແລກປ່ຽນສາກົນແຫ່ງປະເທດຈີນ; ພົບປະກັບການນໍາແຂວງການຊູ, ແຂວງຊານຊີ, ເມືອງຕຸນຮວາງ ແລະ ນະຄອນເຈຍຢູກວານ. ການພົບປະແຕ່ລະບ່ອນ, ສອງຝ່າຍ ລ້ວນແຕ່ໄດ້ຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ໃນໄລຍະຜ່ານມາ, ແລກປ່ຽນສະພາບອັນພົ້ນເດັ່ນ ແລະ ການພັດທະນາ ໃຫ້ກັນຊາບ ພ້ອມທັງປຶກສາຫາລືການພົວພັນຮ່ວມມືໃນດ້ານທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈນໍາກັນ. ພ້ອມນັ້ນ, ຍັງໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທໍາ ແລະ ທັດສະນະສຶກສາກ່ຽວກັບບົດຮຽນດ້ານກະສິກໍາຈໍານວນໜຶ່ງ.
ການເຂົ້າຮ່ວມກອງປະຊຸມ ແລະ ຢ້ຽມຢາມໃນຄັ້ງນີ້, ນອກຈາກເປັນການປະກອບສ່ວນການແລກປ່ຽນອະລິຍະທໍາແລ້ວ ຍັງເປັນການປະກອບສ່ວນສໍາຄັນໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ-ຈີນ​ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
(ຄະນະພົວພັນຕ່າງປະ​ເທດ​ສູນກາງພັກ)