ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ເດີນທາງໄປເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 146

ມ.ຖ. 13, 2023

(ສພຊ) ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ Duarte Pacheco ປະທານສະຫະພັນລັດຖະສະພາສາກົນ (IPU) ແລະ ເພື່ອເປັນການປະຕິບັດພັນທະຂອງສະພາແຫ່ງຊາດ ແຫ່ງ ສປປລາວ ໃນຖານະທີ່ເປັນສະມາຊິກຂອງ IPU, ໃນວັນທີ 10 ມີນາ 2023 ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ນຳໂດຍທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 146 ທີ່ມານາມາ, ປະເທດບາເຣນ. ກອງປະຊຸມດັ່ງກ່າວຈະດຳເນີນໄປເປັນເວລາ 5 ວັນ, ນັບແຕ່ວັນທີ 11-15 ມີນາ 2023 ເຊິ່ງຈະມີຄະນະຜູ້ແທນຈາກ 179 ປະເທດທົ່ວໂລກ ທີ່ເປັນສະມາຊິກ IPU ເຂົ້າຮ່ວມ.
ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນລາວ ຈະໄດ້ຂຶ້ນກ່າວປາໄສ ຕໍ່ກອງປະຊຸມພາຍໃຕ້ຫົວຂໍ້: “ສົ່ງເສີມການຢູ່ຮ່ວມກັນຢ່າງສັນຕິ ແລະ ສັງຄົມທີ່ກວມລວມ: ຕ້ານທຸກການກະທຳທີ່ຂາດຄວາມອົດທົນອົດກັ້ນ ”. ພ້ອມດຽວກັນນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງຈະໄດ້ເຂົ້າຮ່ວມກອງປະຊຸມເຄືອຂ່າຍລັດຖະສະພາ ຂອງບັນດາປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 2 ແລະ ພົບປະສອງຝ່າຍກັບຄະນະຜູ້ແທນຈາກລັດຖະສະພາປະເທດເພື່ອນມິດ ແລະ ອົງການລັດຖະສະພາພາກພື້ນ ແລະ ສາກົນ ຈຳນວນໜຶ່ງ.