loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ພິຈາລະນາຮັບຮອງເອົາມະຕິ 5 ສະບັບ

ຕ.ລ. 17, 2024 | ເຂດ 14 ສາ​ລະ​ວັນ

ໂດຍປະຕິບັດຕາມ ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 65/ສພຊ ມາດຕາ 67 ກ່ຽວກັບກອງປະຊຸມຄະນະປະຈໍາ ສະພາປະຊາຊົນຂັ້ນແຂວງ; ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ ມາດຕາ 12 ກ່ຽວກັບພາລະບົດບາດ ໃນການຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ແລະ ແຜນເຄື່ອນໄຫວວຽກງານ ປະຈໍາເດືອນຕຸລາ; ກອງປະຊຸມຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ປະຈໍາເດືອນ 10/2024 ແລະ ທິດທາງແຜນການ ປະຈໍາເດືອນ 11/2024 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ຕຸລາ 2024 ນີ້, ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ, ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ຮອງເຈົ້າແຂວງສາລະວັນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ມີທ່ານຮອງປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ບັນດາທ່ານຄະນະປະຈໍາ ສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ 8 ຕົວເມືອງ;

ກອງປະຊຸມຄະນະປະຈໍາ ສະພາປະຊາຊົນແຂວງ ໃນຄັ້ງນີ້, ໄດ້ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງໃສ່ ບົດສະຫຼຸບການເຄ່ືອນໄຫວວຽກງານ ປະຈໍາເດືອນ 10/2024 ແລະ ທິດທາງແຜນການ ປະຈໍາເດືອນ 11/2024 ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ;

ຜ່ານການຄົ້ນຄວ້າ, ພິຈາລະນາຢ່າງເລິກເຊີ່ງ ແລະ ຖີ່ຖ້ວນ ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ໃນກອງປະຊຸມ ຄະນະປະຈໍາ ຂອງສະພາປະຊາຊົນແຂວງ ໄດ້ເຫັນດີເປັນເອກະພາບພິຈາລະນາ, ຮັບຮອງເອົາມະຕິ ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ຈໍານວນ 5 ສະບັບ ຄື:

1.ມະຕິ ກອງປະຊຸມຄະນະປະຈໍາ ສະພາປະຊາຊົນແຂວງ ສະບັບເລກທີ 441/ຄຈສຂ.ສວ ລົງວັນທີ 15 ຕຸລາ 2024 ວ່າດ້ວຍ ການພິຈາລະນາ, ຮັບຮອງເອົາການບັນຈຸສັບຊ້ອນ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້  ງທີ 14  ເປັນສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງສະໝ້ວຍ ແລະ ສັງກັດຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ;

2.ມະຕິ ກອງປະຊຸມຄະນະປະຈໍາ ສະພາປະຊາຊົນແຂວງ ສະບັບເລກທີ 438/ຄຈສຂ.ສວ ລົງວັນທີ 15 ຕຸລາ 2024 ວ່າດ້ວຍ ການພິຈາລະນາ, ຮັບຮອງເອົາແຕ່ງຕັ້ງ ທ່ານ ບຸນເຢືອຍ ໂຮ່ວັນສູງ ກໍາມະການພັກເມືອງ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງສະໝ້ວຍ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງສະໝ້ວຍ ແລະ ທ່ານ ນາງ ອາລຸນນີ ອາດວິໄລ ຮອງປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງສະໝ້ວຍ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງສະໝ້ວຍ;

3.ມະຕິ ກອງປະຊຸມຄະນະປະຈໍາ ສະພາປະຊາຊົນແຂວງ ສະບັບເລກທີ 440/ຄຈສຂ.ສວ ລົງວັນທີ 15 ຕຸລາ 2024 ວ່າດ້ວຍ ການຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສັກ ທົງຄໍາຫານ ເປັນ ປະທານ ອົງການກວດກາລັດແຂວງ.

4.ມະຕິ ກອງປະຊຸມຄະນະປະຈໍາ ສະພາປະຊາຊົນແຂວງ ສະບັບເລກທີ 439/ຄຈສຂ.ສວ ລົງວັນທີ 15 ຕຸລາ 2024 ວ່າດ້ວຍ ການພິຈາລະນາຮັບຮອງເອົາ ການສະເໜີແຕ່ງຕັ້ງ ທ່ານ ນາງ ພູລັດສະໝີ ເພັດຈໍາພອນ ຫົວໜ້າຄະນະສານເດັກ ເປັນ ຮອງປະທານສານປະຊາຊົນແຂວງ;

5.ມະຕິ ກອງປະຊຸມຄະນະປະຈໍາ ສະພາປະຊາຊົນແຂວງ ສະບັບເລກທີ 436/ຄຈສຂ.ສວ ລົງວັນທີ 15 ຕຸລາ 2024 ວ່າດ້ວຍ ການພິຈາລະນາຮັບຮອງເອົາ ການສະເໜີແຕ່ງຕັ້ງ ຜູ້ພິພາກສາຊັ້ນສີ່ ຈໍານວນ 3 ທ່ານ;

ພາບ-ຂ່າວ: ດີລໍາພົນ ພົມມະຈັນ