



ວັນທີ 28 ກັນຍາ 2022 ນີ້, ຄະນະປະຈໍາ ສະພາປະຊາຊົນແຂວງອຸດົມໄຊ ນໍາໂດຍທ່ານ ຄໍາມະນີ ໄຊດວງຕາ ຄະນະປະຈໍາ-ປະທານຄະນະກໍາມະການ ວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ສພຂ, ທ່ານ ນາງ ວັນສີ ພວງມະໄລ ຄະນະປະຈໍາ-ເລຂາທິການ ສພຂ ໄດ້ລົງມອບເຄື່ອງບັນເທົ່າທຸກໃຫ້ປະຊາຊົນ ຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຫຼາ, ມີທ່ານ ນາງ ໄລວອນ ຈັນທະລາ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອຕັ້ງເມືອງຫຼາ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອຕັ້ງເມືອງຫຼາ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ. 

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ 68 ເປົາ, ປະມານ 3,4 ໂຕນ, ເຄື່ອງໃຊ້ຄົວເຮືອນ, ຖ້ວຍ-ບ່ວງ-ຈານ, ສະບູ, ສາດ, ໝອນ, ມຸ້ງ, ເຄື່ອງນຸ່ງຫົມ ແລະ ອື່ນໆ ລວມມູນຄ່າທັງໝົດປະມານ 160 ລ້ານກວ່າກີບ ແລະ ໄດ້ຈັດມອບໃຫ້ຄອບຄົວທີ່ຖືກຜົນກະທົບ ໃນຈໍານວນ 13 ບ້ານຄື: ບ້ານ ຫ້ວຍຊູ, ສາມັກຄີໄຊ, ໂພນໄຊ, ຫ້ວຍຫຼາ, ດອນສະອາດ, ໜອງບົວ, ວຽງຄໍາ, ໂພນສະຫວ່າງ, ປາກກໍ, ຫ້ວຍແພ, ຫາດແອນ, ຫ້ວຍອໍ້ ແລະ ບ້ານມົກຕົນ ມີນາຍບ້ານ, ອົງການປົກຄອງບ້ານ, ພໍ່ແມ່-ປະຊາຊົນ ແລະ ຄະນະຮັບຜິດຊອບເຂົ້າຮ່ວມເປັນສັກຂີພິຍານໃນການມອບ.


ພ້ອມນັ້ນ, ທາງຄະນະປະຈໍາ ສະພາປະຊາຊົນແຂວງອຸດົມໄຊ ແລະ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອຕັ້ງເມືອງຫຼາ ໄດ້ມີຄໍາເຫັນເພີ່ມເຕີ່ມ ແລະ ໃຫ້ຮູ້ວ່າການມາມອບເຄື່ອງໃນຄັ້ງນີ້ເປັນຄັ້ງທີ 3 ແລະ ຂໍຟາກໃຫ້ອໍານາດການປົກຄອງບ້ານຈັດແບ່ງເຄື່ອງຂອງຕ່າງໆ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ຕາມຄວາມເໝາະສົມ.
