

ຕອນເຊົ້າຂອງວັນຈັນ, ວັນທີ 16 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມ ສພຂ ຄະນະປະຈໍາສະພາປະຊາຊົນແຂວງອຸດົມໄຊ ໄດ້ພົບປະຄະນະທິມງານ ອົງການກວດສອບປະຈໍາພາກເໜືອ, ໂດຍການເຂົ້າຮ່ວມຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານ ສພຂ ແລະ ທ່ານ ທອງເພັດ ສາສະຫວັດ ຜູ້ຊ່ວຍຄະນະປະທານອົງການກວດສອບປະຈໍາພາກເໜືອ, ມີຮອງປະທານ ສພຂ, ບັນດາທ່ານໃນຄະນະປະຈໍາ ສພຂ ແລະ ບັນດາທ່ານຄະນະທິມງານຂອງອົງການກວດສອບປະຈໍາພາກເໜືອ ເຂົ້າຮ່ວມ.




ການພົບປະຂອງຄະນະອົງການກວດສອບປະຈໍາພາກເໜືອຄັ້ງນີ້, ທ່ານ ຄໍາສອນ ໄຊສະມິດ ໄດ້ຕາງໜ້າຄະນະທິມງານຂອງອົງການກວດສອບປະຈໍາພາກເໜືອ ຜ່ານຂໍ້ຕົກລົງຂອງຄະນະກວດສອບ ແລະ ຜ່ານແຜນດໍາເນີນການ ເຄື່ອນໄຫວກວດສອບໂດຍຫຍໍ້ຢູ່ແຂວງອຸດົມໄຊ, ເຊິ່ງຈຸດປະສົງແມ່ນເພື່ອຮັບປະກັນເຮັດໃຫ້ການປະຕິບັດໜ້າທີ່ວຽກງານກວດສອບດຳເນີນໄປຢ່າງເປັນລະບົບ, ຖືກຕ້ອງກັບຫຼັກການ ການເຄື່ອນໄຫວການກວດສອບ, ຂັ້ນຕອນການກວດສອບ, ປະເພດການກວດສອບ, ຂົງເຂດການກວດສອບ ແລະ ເນື້ອໃນການກວດສອບອື່ນໆ ບົນພື້ນຖານກົດໝາຍວ່າດ້ວຍການກວດສອບ ທີ່ໄດ້ກຳນົດໄວ້.
ເນື້ອໃນການກວດສອບແມ່ນເພື່ອຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບກົດໝາຍ, ຄວາມຖືກຕ້ອງຕາມຕົວຈິງ, ມີປະສິດທິພາບ, ປະສິດທິຜົນ, ປະຢັດ ແນ່ໃສ່ປະກົດ ການຫຍໍ້ທໍ້ທາງດ້ານການເງິນ ແລະ ງົບປະມານແຫ່ງລັດ; ກວດສອບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາປະຊາຊົນແຂວງອຸດົມໄຊ, ສະບັບເລກທີ 141/ສພຂ, ລົງວັນທີ 31 ມັງກອນ 2022, ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານກວດສອບ ປະຈໍາປີ 2021, ລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງອຸດົມໄຊ ປະຈໍາປີ 2020; ກວດສອບການຈັດຕັ້ງປະຕິບັດຄຳແນະນຳຄະກວດສອບ ປີ 2020 ແລະ ກວດສອບບົດສະຫຼຸບຂາດຕົວການ-ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ຢູ່ແຂວງອຸດົມໄຊ, ບົນພື້ນຖານຂໍ້ມູນ-ເອກະສານຫຼັກຖານທີ່ເປົ້າໝາຍກວດສອບສະໜອງໃຫ້ອົງການກວດສອບປະຈຳພາກເໜືອໃນເບື້ອງຕົ້ນ.



ຈາກນັ້ນ, ທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານ ສພຂ, ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງມີຄຳເຫັນທ່ານໄດ້ເນັ້ນໜັກບາງເນື້ອໃນເພີ່ມເຕີ່ມດັ່ງນີ້: ຄະນະກວດສອບທີ່ຖືກແຕ່ງຕັ້ງຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຕົນຖືກມອບໝາຍໃຫ້ສໍາເລັດ ແລະ ການຈັດຕັ້ງກວດສອບຖືກຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການກວດສອບຢ່າງເຂັ້ມງວດ; ຄະນະກວດສອບທີ່ຖືກແຕ່ງຕັ້ງໃຫ້ປະສານສົມທົບກັບຄະນະປະສານງານຂອງແຂວງ ໃນການເຄື່ອນໄຫວກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2021 ແລະ ແຜນການເຄື່ອນໄຫວການກວດສອບ; ພາຍຫຼັງທີ່ສຳເລັດການເຄື່ອນໄຫວກວດສອບແລ້ວ ສົ່ງບົດລາຍງານຜົນການກວດສອບໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ແລະ ແຂວງ ຮັບຊາບ ກ່ຽວກັບຜົນການກວດສອບ ແລະ ກໍລະນີການເຄື່ອນໄຫວວຽກງານໃດໜຶ່ງ ທີ່ພົບຄວາມຫຍຸ້ງຍາກ ໃຫ້ຄະນະກວດສອບປຶກສາຫາລື, ຮ່ວມກັນຄົ້ນຄ້ວາຫາວິທີແກ້ໄຂ ແລະ ຂໍທິດຊີ້ນຳຈາກຂັ້ນເທິງຂອງຕົນ.

